ໂຮງຮຽນທິດສະດີການ ເມືອງ (ຮທມ) ກົມໃຫຍ່ການ ເມືອງ ກະຊວງ ປກສ ສປປ ລາວ ໄດ້ຈັດພິທີສະຫຼຸບການຝຶກຫັດ ນັກສຶກສາລາວ ຮຸ່ນທີ I ວິທະຍາ ຄານການເມືອງຕໍາຫຼວດປະຊາ ຊົນ ສສ ຫວຽດນາມ ຢູ່ ຮທມ ໃນວັນທີ 24 ເມສາ 2018 ຝ່າຍ ຮທມ ນໍາໂດຍ ພັທ ຊາຍ ຄອງ ເພັດຊະວົງ ຮັກສາການຫົວ ໜ້າອໍານວຍການ ຮທມ ແລະ ຝ່າຍວິທະຍາຄານການເມືອງຕໍາ ຫຼວດປະຊາຊົນ ສສ ຫວຽດ ນາມ ນໍາໂດຍ ພັອ ນາງ ດິງ ງັອກ ຮວາ ຮອງຫົວໜ້າວິທະຍາ ຄານການເມືອງຕໍາຫຼວດປະຊາ ຊົນ ສສ ຫວຽດນາມ ມີຄະນະ ທັງສອງຝ່າຍ ແລະ ນັກສຶກສາ ລາວ ຮຸ່ນທີ I ວິທະຍາຄານການ ເມືອງຕໍາຫຼວດປະຊາຊົນ ສສ ຫວຽດນາມ ເຂົ້າຮ່ວມ.

ພັທ ຊາຍຄອງ ເພັດຊະວົງ ກ່າວວ່າ: ນັກສຶກສາລາວ ຮຸ່ນທີ I ວິທະຍາຄານການເມືອງຕໍາຫຼວດປະຊາຊົນ ສສ ຫວຽດນາມ ທີ່ລົງມາຝຶກຫັດຢູ່ ຮມທ ມີ 9 ສະຫາຍ ຍິງ 2 ສະຫາຍ ໄດ້ແບ່ງອອກເປັນ 3 ຈຸ, ເຊິ່ງແຕ່ລະຈຸໄດ້ພັດປ່ຽນກັນລົງເຮັດວຽກຢູ່ແຕ່ລະພະແນກ ແລະ ຄະນະວິຊາ ແຕ່ວັນທີ 12 ກຸມພາ-20 ເມສາ 2018; ໃນໄລຍະເວລາການເຄື່ອນໄຫວຂອງນັກສຶກສາລາວ ຮຸ່ນທີ I ວິທະຍາຄານການເມືອງຕໍາຫຼວດປະຊາຊົນ ສສ ຫວຽດນາມ ມາລົງຝຶກຫັດຢູ່ ຮທມ ເປັນເວລາ 45 ວັນ.

ຜ່ານການຝຶກຫັດແຕ່ລະສະຫາຍແມ່ນມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາ ແລະ ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານຕ່າງໆທີ່ໄດ້ຮັບມອບໝາຍ, ໄດ້ປະຕິບັດຕາມຕາຕະລາງການເຄື່ອນໄຫວຂອງການລົງຝຶກຫັດ ກໍຄືທິດທາງແຜນການທີ່ທາງ ຮທມ ວາງອອກ ແລະ ຄົບຖ້ວນຕາມມາດຖານໃນການລົງຝຶກຫັດໃນຄັ້ງນີ້, ໄດ້ເອົາໃຈໃສ່ເຮັດວຽກງານວິຊາສະເພາະຂອງແຕ່ລະພະແນກການ, ຄະນະວິຊາມີຜົນສໍາເລັດສູງຈາກການເຄື່ອນໄຫວເຮັດວຽກງານຕົວຈິງ ອາຈານຊີ້ນໍາໄດ້ຕີລາຄາປະເມີນຜົນລວມຂອງນັກສຶກສາລົງຝຶກຫັດໄດ້ 85%.