ໃນວັນທີ 24 ເມສາ 2018, ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງຂັ້ນພະແນກ, ຄ້າຍ ແລະ ໜ່ວຍງານອ້ອມຂ້າງກົມຄືນໃໝ່ ເພື່ອສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໂດຍການເປັນປະທານຂອງ ພັອ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີບັນດາຄະນະພັກ-ຄະນະບັນຊາກົມ, ພະແນກ, ຄ້າຍ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກົມເຂົ້າຮ່ວມ.

ພັທ ໄຊຍະວົງ ແກ້ວສຸລິວົງ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງບັນດາຫົວໜ້າ-ຮອງພະແນກ, ໜ່ວຍງານ, ຫົວໜ້າ-ຮອງພະແນກກອງຮ້ອຍໝວດ, ໝູ່ ແລະ ປ້ອງກັນຄືນໃໝ່ ເພື່ອປັບປຸງກົງຈັດການຈັດຕັ້ງກົມຕໍາຫຼວດຄຸມຂັງ-ດັດສ້າງ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ສາມາດຕ້ອງສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ນອກນີ້, ຍັງໄດ້ປະກາດໂຍກຍ້າຍບັນດາຫົວໜ້າ ແລະ ຮອງພະແນກ, ຄ້າຍ, ໝ່ວຍງານອ້ອມຂ້າງກົມ ເພື່ອເຮັດໃຫ້ແທດເໜາະຕາມວຽກງານວິຊາສະເພາະ ເຮັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ ແລະ ການຈັດຕັ້ງ.

ໃນໂອກາດດຽວກັນນີ້, ພັອ ສົມລິດ ດາວຮຸ່ງສຸລິ ໄດ້ເນັ້ນໜັກໃຫ້ບັນດາຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງເອົາໃຈໃສ່ສຶກສາອົບຮົມພະນັກງານ-ນັກຮົບໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ການນໍາພາຂອງພັກ, ເອົາໃຈໃສ່ນໍາພາເຮັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ, ສືບຕໍ່ພັດທະນາບັນດາພະແນກ ແລະ ໜ່ວຍງານໃຫ້ມີໃບໜ້າອັນໃໝ່.