ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຈັດງານມະຫາກຳຊັບສິນທາງປັນຍາ 2018 ໃນລະຫວ່າງວັນທີ 23 ເມສາ-1 ພຶດສະພາ 2018, ທີ່ສູນການຄ້າລາວ-ໄອເຕັກ ເພື່ອຫວັງໃຫ້ມວນຊົນເປັນເຈົ້າການຊຸກຍູ້ສົ່ງເສີມ ແລະ ປົກປ້ອງຊັບສິນທາງປັນຍາທີ່ກ່ຽວຂ້ອງກັບລິຂະສິດ ແລະ ພູມປັນຍາພື້ນບ້ານອັນເປັນມູນເຊື້ອ, ໃຫ້ກຽດເຂົ້າຮ່ວມກົດປຸ່ມ ແລະ ຕີຄ້ອງເປີດງານໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຄະນະລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, ທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ສປປ ລາວ, ຜູ້ຕາງໜ້າອົງການຊັບສິນທາງປັນຍາໂລກ ແລະ ສຳນັກງານຊັບສິນທາງປັນຍາປະເທດສະມາຊິກອາຊຽນ, ບັນດາທ່ານທີ່ອຸປະຖຳ ແລະ ຜູ້ເຂົ້າຮ່ວມງານມະຫາກຳຊັບສິນທາງປັນຍາ ປະຈຳປີ 2018.

ໃນພິທີ, ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວເປີດງານວ່າ: ການເປີດງານມະຫາກຳຊັບສິນທາງປັນຍາ 2018 ຄັ້ງນີ້ ມີບັນດາກິດຈະກຳ ແລະ ໂຄສະນາເຜີຍແຜ່ຄວາມຮັບຮູ້ທາງດ້ານຊັບສິນທາງປັນຍາ ເພື່ອເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາ; ເຊິ່ງເຮັດໃຫ້ມວນຊົນ ໂດຍສະເພາະແມ່ນນັກຄົ້ນຄວ້າ, ນັກວິທະຍາສາດ, ນັກປະດິດສ້າງ, ນັກປະດິດຄິດແຕ່ງ, ນັກຮຽນຮູ້ ແລະ ນັກສຶກສາໄດ້ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບວຽກງານຄຸ້ມຄອງ ແລະ ການປົກປ້ອງຊັບສິນທາງປັນຍາ ເຊັ່ນ: ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ, ເຄື່ອງໝາຍການຄ້າ, ຖິ່ນກໍາເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ພູມປັນຍາພື້ນບ້ານອັນເປັນມູນເຊື້ອໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ ພ້ອມກັນນີ້ ຍັງເປັນການສະແດງເຖິງການເຄົາລົບສິດ ແລະ ການປົກປ້ອງຜົນປະໂຫຍດຂອງນັກຄົ້ນຄວ້າ, ນັກປະດິດສ້າງ ແລະ ນັກປະດິດຄິດແຕ່ງ ເພື່ອຊຸກຍູ້ສົ່ງເສີມຄວາມຄິດສ້າງສັນຂອງມວນມະນຸດ.

ໃນໄລຍະງານມະຫາກຳຊັບສິນທາງປັນຍາ, ກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະໄດ້ບໍລິການໃຫ້ຄໍາປຶກສາ, ຈັດກອງປະຊຸມສໍາມະນາກ່ຽວກັບຄວາມຮູ້ພື້ນຖານກ່ຽວກັບຊັບສິນທາງປັນຍາ ຈະໄດ້ແນະນໍາກ່ຽວກັບການຈົດທະບຽນຊັບສິນອຸດສາຫະກໍາ ແລະ ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ບໍລິການຮັບໃບຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາ ແລະ ຄໍາຮ້ອງຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ. ພິເສດປີນີ້ເປັນປີທີ່ສົ່ງເສີມ ແລະ ເຫັນໄດ້ຄວາມສຳຄັນຕໍ່ບົດບາດແມ່ຍິງຕໍ່ການພັດທະນາເສດຖະກິດສັງຄົມ ແລະ ວັດທະນະທຳ ເຊິ່ງອົງການຊັບສິນທາງປັນຍາໂລກ ໄດ້ວາງຄຳຂວັນ ເພື່ອສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກຮ່ວມກັນ ວ່າ: “ແມ່ຍິງສ້າງນະວັດຕະກຳ ແລະ ປະດິດຄິດແຕ່ງ ເປັນພະລັງແຫ່ງການປ່ຽນແປງ” ເຊິ່ງພາຍໃນງານມີການວາງສະແດງຜົນງານຂອງແມ່ຍິງ ພ້ອມກັບບັນດາກິດຈະກຳຕ່າງໆ ແລະ ການຈັດສຳມະນາກ່ຽວກັບແມ່ຍິງທີ່ຕິດພັນກັບວຽກງານຊັບສິນທາງປັນຍາ.

ພາຍໃນງານຍັງມີພິທີມອບຂັນລາງວັນຊັບສິນທາງປັນຍາ ທີ່ໄດ້ຈົດທະບຽນເຄື່ອງໝາຍການຄ້າເຂົ້າໃນສິນຄ້າເພື່ອດຳເນີນທຸລະກິດ ໃນ ສປປ ລາວ ທີ່ມີຜົນສຳເລັດເກີນ 18 ປີ ຈະສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 18 ປີ ໃນວັນທີ 26 ເມສານີ້ ໃຫ້ກັບ 4 ບໍລິສັດ ຄື: ບໍລິສັດ ເບຍລາວ, ບໍລິສັດ ລາວ ດູຕິຟຼີ, ບໍລິສັດ ຈິບລາຍ ແລະ ລັດວິສາຫະກິດ ໂຮງພິມສຶກສາ ແລະ ໃນຄ່ຳຄືນຕະຫຼອດການຈັດງານກໍ່ຈະມີການຈັດການສະແດງສິລະປະພື້ນເມືອງລາວ.