ບໍລິສັດ ອີທີແອວ ຈໍາກັດ ໄດ້ຈັດກອງປະຊຸມຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂຶ້ນໃນລະຫວ່າງວັນທີ 26-27 ເມສາ 2018 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນສະເຫຼີມ ເຄນນະວົງ ຮອງລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ, ມີບັນດາຮອງອໍານວຍການ ບໍລິສັດ ອີທີແອວ ຈໍາກັດ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ທ່ານ ບຸນສະເຫຼີມ ເຄນນະວົງ ກ່າວວ່າ: ການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຢູ່ ບໍລິສັດ ອີທີແອວ ຈໍາກັດ ແມ່ນເພື່ອແນໃສ່ໃນການກໍານົດເປົ້າໝາຍພະນັກງານທີ່ຈະບໍາລຸງ-ກໍ່ສ້າງ ແລະ ຈັດວາງ, ບັນຈຸເຂົ້າໃສ່ຕໍາແໜ່ງງານຕ່າງໆ ເປັນຕົ້ນແມ່ນຕໍາແໜ່ງນໍາພາ-ຄຸ້ມຄອງຢູ່ຂັ້ນພະແນກ ເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງໄລຍະສັ້ນ ແລະ ໄລຍະຍາວ ໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ ແລະ ພຽບພ້ອມໄປດ້ວຍຄວາມຮູ້-ຄວາມສາມາດ, ທັງເປັນວິທີການໜຶ່ງທີ່ສໍາຄັນ ເພື່ອຫັນເອົາວຽກງານພະນັກງານເຂົ້າສູ່ລະບຽບແຜນຕື່ມອີກກ້າວໜຶ່ງ ແລະ ເປັນການກະກຽມເປົ້າໝາຍບຸກຄະລາກອນໃນລັກສະນະເປີດກວ້າງ, ໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນໍາພາ-ຄຸ້ມຄອງ ທີ່ເປັນພື້ນຖານສໍາຄັນໃນການວາງແຜນການລະອຽດ ເພື່ອຮັບປະກັນການບໍາລຸງ-ກໍ່ສ້າງຖັນແຖວພະນັກງານສືບທອດປ່ຽນແທນໃນແຕ່ລະໄລຍະ.

ພ້ອມນີ້, ກໍເພື່ອເປັນການຕອບສະໜອງທາງດ້ານຈໍານວນ, ຄຸນນະພາບ ແລະ ໂຄງປະກອບດ້ານບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປະຕິບັດຍຸດທະສາດການຫັນເປັນອຸດສາຫະກໍາ ແລະ ທັນສະໄໝເທື່ອລະກ້າວ.