ວິທະຍາຄານປ້ອງກັນຄວາມສະຫງົບ ແຫ່ງຊາດ ( ວປສ ແຫ່ງຊາດ ) ກະຊວງ ປກສ ໄດ້ປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ໃນວັນທີ 25 ເມສາ 2018 ເພື່ອເປັນການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານດີເດັ່ນ, ມີຄວາມຫ້າວຫັນປະຕິບັດໜ້າທີ່ວຽກງານ ແລະ ມີຜົນສຳເລັດໃນວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້; ປະດັບຊັ້ນໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ຜູ້ອຳນວຍການ ວປສ ແຫ່ງຊາດ ໂດຍມີບັນດາຄະນະພັກ, ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ພັທ ປອ ສີພອນ ພັນທະວົງ ຫົວໜ້າຫ້ອງການເມືອງ ວປສ ແຫ່ງຊາດ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ສະບັບເລກທີ 1051/ກມປສ, ລົງວັນທີ 23 ເມສາ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ; ໃນນີ້, ມີ ຮຕ ຂຶ້ນ ຮທ 19 ສະຫາຍ ຍິງ 3 ສະຫາຍ; ຂໍ້ຕົກລົງຂອງວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ສະບັບເລກທີ 200/ວປສ, ລົງວັນທີ 24 ເມສາ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ມີເລື່ອນຊັ້ນ ສທ ຂຶ້ນ ສອ 3 ສະຫາຍ ຍິງ 1 ສະຫາຍ ແລະ ເລື່ອນຊັ້ນ I ຂຶ້ນ ສຕ 20 ສະຫາຍ ຍິງ 4 ສະຫາຍ.

ນອກຈາກນັ້ນ, ຍັງໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 14/ຄພປກສ, ລົງວັນທີ 13 ມີນາ 2018 ວ່າດ້ວຍການຮັບຮອງ ແລະ ຢັ້ງຢືນປະເພດກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ປະຈຳປີ 2017, ສະເພາະ ວປສ ແຫ່ງຊາດ ໄດ້ 16 ໜ່ວຍພັກຮາກຖານຄື: ໜ່ວຍພັກຮາກຖານຫ້ອງການ, ຫ້ອງພະລາທິການ, ສູນຂໍ້ມູນຂ່າວສານການສຶກສາ, ຫ້ອງຄຸ້ມຄອງຫຼັກສູດການສຶກສາ, ຄະນະວິຊາຄູເຕັກນິກຂໍ້ມູນໄອທີ, ຄະນະວິຊາຄູການທະຫານ-ກິລາ-ມວຍ, ຄະນະວິຊາຄູພາສາສາດ, ຄະນະວິຊາຄູກົດໝາຍ, ຄະນະວິຊາຄູການເມືອງ-ຈິດຕະສາດ, ຄະນະວິຊາຄູນິຕິວິທະຍາ, ຄະນະວິຊາຄູພື້ນຖານສັນຕິບານ, ຄະນະວິຊາຄູຕ້ານປະຕິການ, ຄະນະວິຊາຄູຕ້ານນັກສືບ, ໜ່ວຍພັກຮາກຖານ ຄະນະວິຊາຄູສືບສວນ-ສອບສວນ ແລະ ໜ່ວຍພັກຫ້ອງຄຸ້ມຄອງນັກສຶກສາ ວປສ ແຫ່ງຊາດ.

ໂອກາດດຽວກັນ, ພົຈວ ປອ ວັນເຮືອງ ນັນທະຈັກ ໄດ້ສະແດງຄວາມຊົມເຊີຍ ພ້ອມທັງມີທິດຊີ້ນຳໃຫ້ບັນດາສະຫາຍທີ່ໄດ້ຮັບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແລະ ເລື່ອນຊັ້ນຄັ້ງນີ້ ຈົ່ງເພີ່ມທະວີເອົາໃຈໃສ່ເປັນແບບຢ່າງຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ຄະນະພັກຂັ້ນເທິງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ, ມີແບບແຜນວິທີເຮັດວຽກທີ່ດີ, ມີສະຕິຕໍ່ການປະຕິບັດລະບຽບວິໄນຂອງກຳລັງ ປກສ ວາງອອກຢ່າງເຂັ້ມງວດ ແລະ ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ ເພື່ອຍົກສູງລະດັບຄວາມຮູ້-ຄວາມສາມາດທາງດ້ານທິດສະດີການເມືອງ, ວິຊາສະເພາະ ແລະ ພາສາຕ່າງປະເທດອື່ນໆໃຫ້ມີຄວາມຊຳນິຊຳນານ ເພື່ອເຮັດໃຫ້ຕົນເອງການເປັນພະນັກງານທີ່ດີເດັ່ນໃນຕໍ່ໜ້າ.