ໃນອາທິດຜ່ານມາ, ໂຮງຮຽນ ປກສ ຊັ້ນຕົ້ນ ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ສອບເສັງວິຊາງົດງາມໃຫ້ນັກຮຽນ ປກສ ຊັ້ນຕົ້ນ ກອງບັນຊາການປ້ອງກັນທີ່ຕັ້ງ ຮຸ່ນທີ VII, ໂດຍການເຂົ້າຮ່ວມຂອງ ພັອ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ຄະນະອຳນວຍການ-ຄູອາຈານ, ນັກຮຽນເຂົ້າຮ່ວມ.

ນັກຮຽນ ປກສ ຊັ້ນຕົ້ນ ປ້ອງກັນທີ່ຕັ້ງ ຮຸ່ນທີ VII ມີນັກຮຽນທັງໝົດ 259 ສະຫາຍ ຍິງ 56 ສະຫາຍ, ໄດ້ເປີດຮຽນມາແຕ່ເດືອນມັງກອນ 2018, ການສອບເສັງວິຊາງົດງາມໃຫ້ນັກຮຽນ ປກສ ຊັ້ນຕົ້ນ ກອງບັນຊາການປ້ອງກັນທີ່ຕັ້ງຄັ້ງນີ້, ເພື່ອເປັນການປະຕິບັດຕາມໂຄງການຫຼັກສູດການຮຽນ-ການສອນຂອງໂຮງຮຽນວາງອອກ ແລະ ທັງເປັນການປະເມີນຜົນການຮຽນ-ການສອນຂອງພະນັກງານ-ຄູອາຈານ ແລະ ນັກຮຽນ, ພາຍຫຼັງທີ່ໄດ້ສຳເລັດການຮ່ຳຮຽນທາງທິດສະດີຄົບຕາມຫຼັກສູດແລ້ວ; ນອກຈາກນີ້, ຍັງເປັນການປັບປຸງການສ້າງກໍາລັງປ້ອງກັນຄວາມສະຫງົບ ເວົ້າສະເພາະແມ່ນກໍາລັງປ້ອງກັນທີ່ຕັ້ງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ ເພື່ອກຽມພ້ອມທີ່ຈະນໍາໄປຈັດຕັ້ງເຂົ້າໃນໜ້າທີ່ວຽກງານໃຫ້ໄດ້ຮັບຜົນສູງ. ຜ່ານການສອບເສັງນັກຮຽນທຸກຄົນສາມາດສອບເສັງໄດ້ຕາມຄາດໝາຍຕາມຈັງຫວະ, ວິທີການ, ຫຼັກສູດໄດ້ຢ່າງສົມບູນ 100%.

ນອກຈາກນັ້ນ, ໃນວັນດຽວກັນນັກຮຽນ ປກສ ຊັ້ນຕົ້ນ ຮຸ່ນທີ VII ກອງບັນຊາການປ້ອງກັນທີ່ຕັ້ງ ກໍໄດ້ມອບເຄື່ອງກິລາໃຫ້ຄູ-ອາຈານ ແລະ ສ້າງຂະບວນການກິລາບານເຕະ ເພື່ອເປັນການສ້າງຂະບວນການ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງຄູ-ອາຈານ ແລະ ນັກຮຽນ.