ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດຕັ້ງເຜີຍແຜ່ກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບປັບປຸງ ໂດຍການເຜີຍແຜ່ຂອງ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ໃນອາທິດຜ່ານມາ, ມີຄະນະບັນຊາກອງບັນຊາການ, ຄະນະຫ້ອງ, ພະນັກງານຫຼັກແຫຼ່ງ, ພະນັກງານ-ນັກຮົບຈາກບັນດາຫ້ອງອ້ອມຂ້າງເຂົ້າຮ່ວມ.

ພັອ ຄໍາແພງ ເພັດ ກ່າວວ່າ: ກົດໝາຍສະບັບດັ່ງກ່າວທີ່ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ ແລະ ເຄື່ອນໄຫວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍອີງຕາມມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 07/ສພຊ, ລົງວັນທີ 9 ພຶດສະພາ 2017 ແລະ ລັດຖະດໍາລັດຂອງປະທານປະເທດແຫ່ງ ສປປ ລາວ ສະບັບເລກທີ 112/ປປທ, ລົງວັນທີ 20 ມິຖຸນາ 2017 ກ່ຽວກັບການຕົກລົງຮັບຮອງ ແລະ ປະກາດໃຊ້ກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບປັບປຸງ; ເຊິ່ງກົດໝາຍສະບັບດັ່ງກ່າວລວມມີ IX ພາກ, ມີ 55 ມາດຕາ ເຊິ່ງໄດ້ກໍານົດຫຼັກການ, ລະບຽບການຢ່າງລະອຽດທີ່ຈະເຮັດໃຫ້ພະນັກງານ-ນັກຮົບທຸກສະຫາຍອ້ອມຂ້າງກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຮັບຮູ້ເຂົ້າໃຈ, ກໍາໃຫ້ໄດ້ເນື້ອໃນຈິດໃຈຂອງກົດໝາຍສະບັບດັ່ງກ່າວ ເພື່ອນໍາໄປຄົ້ນຄວ້າພ້ອມກັນມີສະຕິເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດ.

ພາຍຫຼັງສໍາເລັດການຈັດຕັ້ງເຜີຍແຜ່ຢູ່ອ້ອມຂ້າງກອງບັນຊາການ ປກສ ແຂວງແລ້ວ, ຄະນະພັກກອງບັນຊາການ ປກສ ແຂວງໄຊຍະບູລີ ຈະໄດ້ລົງສົມທົບກັບບັນດາກອງບັນຊາການ ປກສ ເມືອງ ໃນທົ່ວແຂວງ ສືບຕໍ່ນໍາເອົາເນື້ອໃນຂອງກົດໝາຍດັ່ງກ່າວລົງເຜີຍແຜ່ໃຫ້ພະນັກງານ-ນັກຮົບ ທີ່ຢູ່ໃນຄວາມຮັບຜິດຊອບຂອງແຕ່ລະກົມກອງໃຫ້ທົ່ວເຖິງ ເພື່ອຮັບປະກັນການຈັດຕັ້ງປະຕິບັດຄໍາສັ່ງແນະນໍາຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການຈັດຕັ້ງປະຕິບັດເຜີຍແຜ່ກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບປັບປຸງ ທີ່ສະພາແຫ່ງຊາດຮັບຮອງ ແລະ ປະທານປະເທດປະກາດໃຊ້ໃຫ້ທັນກັບສະພາບການຢ່າງມີປະສິດທິຜົນ ແລະ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດໃນທົ່ວກໍາລັງປ້ອງກັນຄວາມສະຫງົບ.