ສານປະຊາຊົນສູງສຸດ ປາຖະກະຖາເລົ່າມູນເຊື້ອສອງວັນປະຫວັດສາດ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 63 ປີ (14 ເມສາ 1955-14 ເມສາ 2018) ແລະ ວັນກໍາມະກອນສາກົນ ຄົບຮອບ 132 ປີ (1 ພຶດສະພາ 1886-1 ພຶດສະພາ 2018) ເພື່ອຫວນຄືນ ແລະ ສະເຫຼີມສະຫຼອງ 2 ວັນປະຫວັດສາດທີ່ມີຄວາມໝາຍ-ຄວາມສໍາຄັນ ແລະ ມີເນື້ອໃນອັນເລິກເຊິ່ງ; ໃຫ້ກຽດເປັນປະທານໂດຍ ທ່ານ ຄໍາພາ ແສງດາຣາ ຮອງປະທານສານປະຊາຊົນສູງສຸດ, ມີຄະນະສານປະຊາຊົນສູງສຸດ, ຄະນະພັກ-ຄະນະນໍາ, ຫົວໜ້າກົມ-ຮອງກົມ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານຜູ້ພິພາກສາເຂົ້າຮ່ວມ.

ທ່ານຮອງປະທານສານປະຊາຊົນສູງສຸດ ກ່າວວ່າ: ຕະຫຼອດໄລຍະຫຼາຍຮ້ອຍປີແຫ່ງການເຕົ້າໂຮມ, ປົກປັກຮັກສາ ແລະ ສ້າງສາປະເທດຊາດນັ້ນ, ຊາວໜຸ່ມຈໍານວນບໍ່ໜ້ອຍໄດ້ເສຍສະລະຊີວິດ ແລະ ເລືອດເນື້ອເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນ ຄື: ໃນປີ 1946-1954 ພາຍຫຼັງພວກຟາດຊິດຍີ່ປຸ່ນ ປະລາໄຊໃຫ້ພັນທະມິດ ແລະ ໄດ້ຖອນກໍາລັງອອກຈາກລາວ, ແຕ່ພວກຈັກກະພັດຝຣັ່ງ ໂດຍໄດ້ຮັບການສະໜັບສະໜູນຈາກກອງທະຫານອັງກິດ ແລະ ລັດຖະບານຈຽງໄຄເຊັກ ສາມາດກັບຄືນມາຢຶດຄອງລາວອີກຄັ້ງ ໃນເດືອນມີນາ 1946 ແລະ ໄດ້ປິດລ້ອມວຽງຈັນທັງສາມທິດ ເພື່ອຫວັງດັບສູນລັດຖະບານລາວອິດສະຫຼະ ແລະ ກໍາລັງປະຕິດວັດຢູ່ວຽງຈັນ, ມາຮອດວັນທີ 13-15 ສິງຫາ 1950 ກອງປະຊຸມແນວໂຮມທົ່ວປະເທດໄດ້ໄຂຂຶ້ນ ເຊິ່ງໄດ້ເລືອກຕັ້ງຄະນະກໍາມະການລາວອິດສະຫຼະ, ຈັດຕັ້ງລັດຖະບານລາວຕໍ່ຕ້ານຂຶ້ນ ໂດຍແມ່ນ ປະທານ ສຸພານຸວົງ ເປັນປະທານ ເຮັດໃຫ້ຂະບວນການຕໍ່ສູ້ດັ່ງກ່າວນັບມື້ນັບຂະຫຍາຍຕົວ, ສາມາດຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ, ເປັນການຕໍ່ສູ້ປະສານສົມທົບກັບກອງທັບ ແລະ ປະຊາຊົນຫວຽດນາມ, ກໍາປູເຈຍ ເຮັດໃຫ້ຝຣັ່ງ ປະລາໄຊ ແລະ ຍອມເຊັນສັນຍາມອບເອກະລາດໃຫ້ແກ່ສາມຊາດອິນດູຈີນ (ລາວ, ຫວຽດນາມ, ກໍາປູເຈຍ) ດ້ວຍຄວາມເຊື່ອໝັ້ນໃນກໍາລັງແຮງ, ຄວາມສາດ ແລະ ນໍ້າໃຈອົງອາດກ້າຫານຂອງຊາວໜຸ່ມລາວບັນດາເຜົ່າໃນພາລະກິດຕໍ່ສູ້ປົດປ່ອຍຊາດ; ພັກ ຈຶ່ງໄດ້ຕົກລົງສ້າງຕັ້ງຊາວໜຸ່ມຕະລຸມບອນຂຶ້ນໃນວັນທີ 14 ເມສາ 1955 ເຊິ່ງອົງການຈັດຕັ້ງດັ່ງກ່າວນີ້ ກາຍເປັນໃຈກາງເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມປະຕິບັດ ບົດບາດປະຈັນບານໃນທຸກສະໜາມຮົບ.

ນອກນັ້ນ, ທ່ານໃຫ້ຮູ້ຕື່ມອີກວ່າ: ວັນທີ 1 ພຶດສະພາ 1886 ເປັນມື້ທໍາອິດຢູ່ເມືອງຊິກາໂກ ປະເທດອາເມລິການ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ສົມທົບກັບເນື້ອໃນຖະແຫຼງການ, ຊາວກໍາມະກອນ-ຜູ້ອອກແຮງງານ ໄດ້ມີການນັດຢຸດງານເຖິງ 5000 ແຫ່ງ, ມີຜູ້ເຂົ້າຮ່ວມ 340.000 ຄົນ ເຊິ່ງໄດ້ຮຽກໃຫ້ພວກນາຍທຶນປະຕິບັດຕາມຄໍາສະເໜີຂອງກໍາມະກອນວ່າ: ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ ຈາກເຫດການດັ່ງກ່າວ ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ, ແຂງແຮງ, ເປັນກໍາລັງໃຈໃຫ້ຂະບວນການຕໍ່ສູ້ຂອງກໍາມະກອນໃນທົ່ວ ໂລກທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ ເພື່ອປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາ, ເປັນການປົກປັກຮັກສາສັນຕິພາບ ແລະ ເປັນຂີດໝາຍອັນສໍາຄັນໃຫ້ແກ່ຊົນຊັ້ນກໍາມະກອນ.