ໃນອາທິດທີ່ຜ່ານມາ, ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກໍາລັງພະລາທິການຂຶ້ນ ເພື່ອເປັນການຫວນຄືນມູນເຊື້ອຂອງກຳລັງພະລາທິການ ປ້ອງກັນຄວາມສະຫງົບ ຄົບຮອບ 47 ປີ ວັນທີ (2 ພຶດສະພາ 1971-2 ພຶດສະພາ 2018) ໃຫ້ພະນັກງານ-ນັກຮົບທົ່ວກົມໃຫຍ່ພະລາທິການ ໄດ້ເຊື່ອມຊຶມ, ກຳແໜ້ນຕໍ່ຜົນງານ ແລະ ຜົນສໍາເລັດຂອງກໍາລັງພະລາທິການຍາດມາໄດ້ໃນໄລຍະຜ່ານມາ ຕະຫຼອດໄລຍະ 47 ປີ, ໂດຍປາຖະກະຖາຂອງ ພົຈວ ຄໍາໄຕ ຄໍາແພງເພັດ ຫົວໜ້າກົມໃຫຍ່ພະລາທິການ, ມີຄະນະກົມໃຫຍ່, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ພະນັກງານບໍານານ, ພ້ອມດ້ວຍພະນັກງານນໍາພາຂັ້ນພະແນກເຂົ້າຮ່ວມ.

ພົຈວ ຄໍາໄຕ ຄໍາແພງເພັດ ໄດ້ກ່າວວ່າ: ກຳລັງພະລາທິການ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 2 ພຶດສະພາ 1971 ໃນເບື້ອງຕົນເອີ້ນວ່າ: ” ພະແນກພະລາທິການ ” ຢູ່ຖານທີ່ໝັ້ນຂອງການປະຕິວັດ ເມືອງວຽງໄຊ ແຂວງຫົວພັນ, ໂດຍແມ່ນ ທ່ານ ພົມມະສຸກ ນາມວົງສາ ເປັນຜູ້ນຳພາຕົວຈິງ, ຜ່ານການປະຕິບັດສຳເລັດໜ້າທີ່ການເມືອງໃນແຕ່ລະໄລຍະ ກຳລັງພະລາທິການ ກໍໄດ້ຮັບການປັບປຸງ ແລະ ກໍ່ສ້າງເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມາຮອດປີ 1975 ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ກົງຈັກຂອງລັດຖະບານລະບອບໃໝ່ ໄດ້ຮັບການປັບປຸງຈາກສູນກາງລົງຮອດທ້ອງຖິ່ນ, ຈົນມາຮອດປີ 2011 ນາຍົກລັດຖະມົນຕີ ໄດ້ອອກດຳລັດສະບັບເລກທີ 311/ນຍ, ລົງວັນທີ 4 ຕຸລາ 2011 ວ່າດ້ວຍ ການຍົກລະດັບຈາກກົມພະລາທິການ ຂຶ້ນເປັນກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບ, ມີຄະນະກົມ 5 ທ່ານ ກົງຈັກການຈັດຕັ້ງປະກອບມີ 2 ຫ້ອງ, 9 ກົມ ແລະ ໂຮງໝໍ 5 ເມສາ ຂຶ້ນກັບ.

ມາຮອດປີ 2017 ກົງຈັກການຈັດຕັ້ງທີ່ຂຶ້ນກັບກົມໃຫຍ່ພະລາທິການ ໄດ້ຮັບການສ້າງຕັ້ງຂຶ້ນໃໝ່ໂດຍເພີ່ມ 2 ກອງຄື: ກອງກໍ່ສ້າງ-ສ້ອມແປງ ແລະ ກອງຜະລິດ ໃຫ້ຂຶ້ນກັບກົມໃຫຍ່ພະລາທິການຈົນມາເຖິງປັດຈຸບັນ. ຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນຜົນງານອັນໃຫຍ່ຫຼວງຕະຫຼອດໄລຍະ 47 ປີ ຜ່ານມາ ທີ່ກໍາລັງພະລາທິການຍາດມາໄດ້ ດັ່ງນີ້: ໄດ້ພ້ອມກັນເອົາໃຈໃສ່ເຊື່ອມຊຶມ, ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ມະຕິ-ຄຳສັ່ງຂອງຄະນະພັກ-ຄະນະນຳ, ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບເປັນປົກກະຕິ, ຜ່ານການເຄື່ອນໄຫວປະຕິບັດໜ້າທີ່ການເມືອງດັ່ງກ່າວ ກົມໃຫຍ່ພະລາທິການ ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກພັກ-ລັດ ໂດຍສະເພາະກະຊວງປ້ອງກັນຄວາມສະຫງົບ, ກົມກອງລວມໝູ່ ແລະ ພະນັກງານ-ນັກຮົບ ໄດ້ຮັບການຍ້ອງຍໍປະເພດຕ່າງໆຢ່າງສົມກຽດຄື: ໄດ້ຮັບຫຼຽນໄຊແຮງງານຊັ້ນ II ມີ 8 ສະຫາຍ, ໄດ້ຮັບຫຼຽນໄຊແຮງງານຊັ້ນ III ມີ 24 ສະຫາຍ, ຫຼຽນກາແຮງງານ 6 ສະຫາຍ, ໃບຍ້ອງຍໍຂັ້ນກົມໃຫຍ່ການເມືອງ 2 ສະຫາຍ, ໃບຍ້ອງຍໍຂັ້ນກະຊວງ 26 ສະຫາຍ, ໃບຍ້ອງຍໍລັດຖະບານ 35 ສະຫາຍ. ເຮັດໃຫ້ກຳລັງພະລາທິການໄດ້ຮັບການພັດທະນາຂຶ້ນເລື້ອຍໆ ພ້ອມທັງເຮັດໜ້າທີ່ຮັບປະກັນການຕອບສະໜອງໄດ້ທາງດ້ານອຸປະກອນ-ເຕັກນິກ, ເຄື່ອງອຸປະໂພກ-ບໍລິໂພກ, ພາຫະນະຮັບໃຊ້, ຮັບປະກັນໄດ້ທາງດ້ານສຸຂະສຶກສາ ແລະອື່ນໆ ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ໃນຂອບເຂດທົ່ວປະເທດໄດ້ຢ່າງທົ່ວເຖິງ ແລະ ທ່ວງທັນກັບສະພາບການໃນປັດຈຸບັນ.