ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ IX ສໍາລັບເຈົ້າໜ້າທີ່ຂັ້ນສູງກ່ຽວກັບ ວຽກງານຄວາມໝັ້ນຄົງ ທີ່ຈັດຂຶ້ນໃນລະຫວ່າງວັນທີ 24-26 ເມສາ 2018 ທີ່ເມືອງໂຊຈິ ສະຫະພັນລັດເຊຍ (ສ ລັດເຊຍ).

ກອງປະຊຸມດັ່ງກ່າວມີ 118 ປະເທດເຂົ້າຮ່ວມ ເຊິ່ງມີການປຶກສາຫາລືກັນກ່ຽວກັບ ວຽກງານຕ້ານການກໍ່ການຮ້າຍ, ວຽກງານຮັກສາຄວາມປອດໄພທາງດ້ານຂໍ້ມູນຂ່າວສານ ແລະ ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ, ເຊິ່ງກອງປະຊຸມໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ.

ມາໃນວັນທີ 28 ເມສາ 2018, ທ່ານລັດຖະມົນຕີ ພ້ອມຄະນະໄດ້ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ; ເຊິ່ງໃຫ້ກຽດຕ້ອນຮັບຂອງ ທ່ານ ມີຄາອິນ ບາຣານັອບ ເອກອັກຄະລັດຖະທູດແຫ່ງ ສ ລັດເຊຍ ປະຈໍາ ສປປ ລາວ ແລະ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມຄະນະທີ່ສະໜາມບິນສາກົນວັດໄຕ.