ພະນັກງານ ແລະ ກຳມະກອນ ບໍລິສັດ ທຣີໂອລາວ ເອັກສ໌ປອດ ຈຳກັດ ໄດ້ສະຫຼອງວັນກຳມະກອນສາກົນ ຄົບຮອບ 132 ປີ ( 1 ພຶດສະພາ 1886-1 ພຶດສະພາ 2018 ) ໃນວັນທີ 1 ພຶດສະພາ ໂດຍໄດ້ຈັດຕັ້ງປາຖະກະຖາ ເພື່ອລະນຶກເຖິງມູນເຊື້ອວັນສຳຄັນດັ່ງກ່າວ ພ້ອມທັງຈັດກິດຈະກຳຫຼາຍຢ່າງຂຶ້ນດ້ວຍບັນຍາກາດເບີກບານມ່ວນຊື່ນ, ນຳພາເຂົ້າຮ່ວມສະຫຼອງໂດຍ ທ່ານ ອຳພອນ ສຸທະລາດ ປະທານສະຫະພັນກຳມະບານບໍລິສັດດັ່ງກ່າວ.

ໃນພິທີ, ທ່ານ ດວງສາລີ ສີວິໄລ ຜູ້ຈັດການຝ່າຍບຸກຄົນ ບໍລິສັດ ທຣີໂອລາວ ເອັກສ໌ປອດ ຈຳກັດ ໄດ້ປາຖະກະຖາ ໃຫ້ຮູ້ວ່າ: ວັນທີ 1 ພຶດສະພາ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ປາຣີ ( ປະເທດຝຣັ່ງ ) ໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນ ‘ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ’ ແຕ່ນັ້ນມາວັນທີ 1 ພຶດສະພາຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນ ທັງເປັນວັນລະນຶກເຖິງມູນເຊື້ອສາມັກຄີຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນ ແລະ ປົກປັກຮັກສາສັນຕິພາບຂອງໂລກ.

ນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ, ກຳມະກອນລາວໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ; ປັດຈຸບັນ, ຊົນຊັ້ນກຳມະກອນລາວຢູ່ຕາມບັນດາຫົວໜ່ວຍແຮງງານ, ໂຮງຈັກ-ໂຮງງານ, ຮາກຖານຕ່າງໆ ໄດ້ກາຍເປັນເຈົ້າຂອງການຜະລິດ ແລະ ພາຫະນະການຜະລິດ ໂດຍການຍົກສູງສິດເປັນເຈົ້າຕົນເອງ, ເປັນເຈົ້າລວມໝູ່ ແລະ ເປັນເຈົ້າຂອງປະເທດຊາດ ໃນການປະກອບສ່ວນສະຕິປັນຍາ ແລະ ກຳລັງເຫື່ອແຮງເຮັດສຳເລັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດແຕ່ລະໄລຍະມີຄວາມເຕີບໃຫຍ່ເຂັ້ມແຂງ.

ໂອກາດດຽວກັນ, ພະນັກງານ ແລະ ກຳມະກອນບໍລິສັດ ກໍໄດ້ພ້ອມກັນຈັດກິດຈະກຳຫຼິ້ນກິລາບານສົ່ງຍິງ-ຊາຍ, ເປົ່າປຸມເປົ້າໃຫ້ແຕກ, ຍາດຕັ່ງດົນຕີ, ຖາມ-ຕອບກ່ຽວກັບມູນເຊື້ອວັນກຳມະກອນສາກົນ, ເຊິ່ງດໍາເນີນໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ ແລະ ເບີກບານມ່ວນຊື່ນ.