ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດເລື່ອນຊັ້ນ ແລະ ປະດັບຊັ້ນໃຫ້ພະນັກງານທີ່ມີຜົນງານດີເດັ່ນ ຈຳນວນ 37 ສະຫາຍ, ໃນວັນທີ 27 ເມສາ 2018 ປະດັບຊັ້ນໂດຍ ພັອ ຄໍາເພັງ ເຈັ່ນຄໍາເຫຼັກ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີບັນດາຄະນະພັກ-ຄະນະກອງບັນຊາການ, ຫົວໜ້າ-ຮອງຫ້ອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງ ປກສ ແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ພັທ ບົວເງິນ ສີທິວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 556/ປກສ, ລົງວັນທີ 3 ເມສາ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ປກສ ແຂວງຜົ້ງສາລີ. ໃນນີ້ ຕົກລົງເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 9 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 10 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 18 ສະຫາຍ.

ໃນພິທີ, ພັອ ຄໍາເພັງ ເຈັ່ນຄໍາເຫຼັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງກໍາລັງປ້ອງກັນຄວາມສະຫງົບ, ຕັ້ງໜ້າເຝິກຝົນຫຼ່ໍຫຼອມຕົນເອງຢ່າງຮອບດ້ານ ເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານ ແລະ ເອົາໃຈໃສ່ ຄົ້ນຄວ້າຮໍ່າຮຽນບັນດາແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດວາງອອກແຕ່ລະໄລຍະມາຄົ້ນຄວ້າເຊື່ອມຊຶມກໍາແໜ້ນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າວຽກງານທີ່ພັກ-ລັດ ແລະ ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດດີ.