ກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ອັກຄະຣາຊະທູດ ທີ່ປຶກສາດ້ານການຄວບຄຸມຢາເສບຕິດ ສະຖານທູດໄທ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອຮ່ວມມືແກ້ໄຂບັນຫາຢາເສບຕິດຕາມບໍລິເວນຊາຍແດນ ໃນທ້າຍເດືອນເມສາ 2018 ທີ່ຜ່ານມາ, ໂດຍການເປັນປະທານຂອງ ພັທ ວັນໄຊ ລີໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມຄະນະ ແລະ ທ່ານ ໂຊດຕີພັນ ຈຸນລະເພັດ ອັກຄະຣາຊະທູດ ທີ່ປຶກສາດ້ານການຄວບຄຸມຢາເສບຕິດ ສະຖານທູດໄທ ປະຈຳ ສປປ ລາວ ມີຄະນະຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ວັນໄຊ ລີໄຊຍະລາດ ກ່າວວ່າ: ການປຶກສາຫາລືເພື່ອຮ່ວມມືແກ້ໄຂບັນຫາຢາເສບຕິດໃນຄັ້ງນີ້, ແມ່ນປະຕິບັດຕາມບົດບັນທຶກກອງປະຊຸມສອງຝ່າຍລາວ-ໄທ ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງທີ 16 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໃນລະຫວ່າງວັນທີ 20-21 ທັນວາ 2017 ແລະ ບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມືການສະກັດກັ້ນ ແລະ ຕ້ານຢາເສບຕິດ ລະຫວ່າງແຂວງສະຫວັນນະເຂດ-ຈັງຫວັດມຸກດາຫານ ແຫ່ງຣາຊາອານາຈັກໄທ; ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຕີລາຄາການປຶກສາຫາລື ໂດຍສະເພາະແມ່ນວຽກງານຮັກສາຄວາມສະຫງົບດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຕາມຊາຍແດນ ແລະ ບ້ານຄູ່ຂະໜານຂອງໂຄງການແມ່ນໍ້າຂອງປອດໄພ ເພື່ອປະສານສົບທົບ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບບັນຫາຢາເສບຕິດ ໃນການຈັດຕັ້ງປະຕິບັດຕົວຈິງໃຫ້ເປັນຮູບປະທຳ ເພື່ອເຮັດໃຫ້ການແກ້ໄຂບັນຫາດັ່ງກ່າວໃຫ້ໄດ້ຮັບປະສິດທິຜົນ ທັງມີລັກສະນະຍືນຍົງ.

ໃນກອງປະຊຸມຄັ້ງນີ້, ທັງສອງຝ່າຍເຫັນດີຈະເພີ່ມທະວີການຮ່ວມມືດ້ານການກວດກາຢາເສບຕິດ, ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ, ສະພາບການຂອງຢາເສບຕິດຕາມຊາຍແດນ, ການຊ່ວຍເຫຼືອທາງດ້ານອຸປະກອນ ແລະ ການຝຶກອົບຮົມຄວາມຮູ້ຂັ້ນພື້ນຖານໃຫ້ເຈົ້າໜ້າທີ່ວິໄຈຢາເສບຕິດ, ການຮ່ວມມືດ້ານການບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດກ່ຽວກັບການບຳບັດປິ່ນປົວແບບຊຸມຊົນ, ການຮ່ວມມືໃນການປະຕິບັດໂຄງການແມ່ນ້ຳຂອງປອດໄພ ເພື່ອຮ່ວມກັນແກ້ໄຂບັນຫາຢາເສບຕິດທັງສະເພາະໜ້າ ແລະ ຍາວນານ.

ໃນຕອນທ້າຍ, ກອງປະຊຸມທ່ານອັກຄະຣາຊະທູດ ທີ່ປຶກສາດ້ານການຄວບຄຸມຢາເສບຕິດສະຖານທູດໄທ ປະຈຳ ສປປ ລາວ ຍັງໄດ້ມອບເຄື່ອງອຸປະກອນເຕັກນິກວິຊາສະເພາະຕ້ານຢາເສບຕິດຈຳນວນໜຶ່ງໃຫ້ ກອງບັນຊາການ ປກສ ແຂວງສະຫວັນນະເຂດ.