ໃນວັນທີ 2 ພຶດສະພາ 2018 ທີ່ຜ່ານມາ, ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດຂອງປະເທດໄທ (DITP) ຮ່ວມກັບແຂວງສາລະວັນ ໄດ້ຈັດພິທີເປີດງານ Mini Thailand Week 2018 ( ມິນິໄທແລນ ວີກ 2018 ) ເຊິ່ງເປັນງານວາງສະແດງສິນຄ້າຄຸນນະພາບດີຈາກປະເທດໄທ ແລະ ແຂວງສາລະວັນ ທີ່ເດີ່ນອະນຸສາວະລີອົງແກ້ວ ແຂວງສາລະວັນ ສປປ ລາວ ໂດຍໄດ້ຮັບກຽດຈາກ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນ, ທ່ານ ຊັດຊະວັນ ສາຄອນສິນ ອຸປະທູດຮັກສາການສະຖານເອກອັກຄະຣາດຊະທູດທີ່ວຽງຈັນ, ທ່ານ ນາງ ຍານີ ສີມີໄຊ ອຳນວຍການສຳນັກງານສົ່ງເສີມການຄ້າໃນຕ່າງປະເທດທີ່ວຽງຈັນເຂົ້າຮ່ວມເປັນປະທານເປີດງານ.

ງານມິນິໄທແລນ ວີກ 2018 ເປັນງານວາງສະແດງສິນຄ້າຄຸນນະພາບດີຈາກປະເທດໄທ ແລະ ແຂວງສາລະວັນ ເຊິ່ງຈັດຂຶ້ນເປັນຄັ້ງທຳອິດຂອງແຂວງສາລະວັນ ມີວັດຖຸປະສົງເພື່ອສ້າງເຄືອຂ່າຍລະຫວ່າງຜູ້ປະກອບການລາວ ແລະ ໄທ ໃຫ້ມີໂອກາດໃນການເຈລະຈາການຄ້າເຊິ່ງກັນແລະກັນ ເພື່ອເປັນສ່ວນໜຶ່ງໃນການພັດທະນາເສດຖະກິດລະຫວ່າງສອງປະເທດ ແລະ ພັດທະນາຄຸນນະພາບໄປສູ່ການແຂ່ງຂັນໃນລະດັບສາກົນຕໍ່ໄປ.

ງານດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 2-6 ພຶດສະພາ 2018 ໂດຍມີຜູ້ປະກອບການຈາກປະເທດໄທ ແລະ ລາວເຂົ້າຮ່ວມວາງສະແດງສິນຄ້າຈຳນວນຫຼວງຫຼາຍປະເພດສິນຄ້າ ເປັນຕົ້ນແມ່ນເຄື່ອງຕົບແຕ່ງເຮືອນ, ອາຫານ ແລະ ເຄື່ອງດື່ມ, ສິນຄ້າສຸຂະພາບ ແລະ ຄວາມງາມ ແລະ ສິນຄ້າແຟຊັ່ນ. ນອກນັ້ນ, ພາຍໃນງານຍັງມີການປະກວດຫຼາຍລາຍການ ພ້ອມກັບກິດຈະກຳມ່ວນຊື່ນອີກຫຼາກຫຼາຍລາຍການ.