ຄະນະບໍລິຫານງານສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ໄດ້ປະກາດສ້າງຕັ້ງໜ່ວຍສະຫະພັນແມ່ຍິງ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ( ສກຈບ ) ຊັບທະວີ ໃນວັນທີ 2 ພຶດສະພາ 2018, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຄໍາໄພ ລັດສະໝີ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ນວ, ມີນາຍບ້ານ, ສະຫະພັນແມ່ຍິງບ້ານສີໄຄທົ່ງ ແລະ ພະນັກງານພາຍໃນ ສກຈບ ຊັບທະວີ ເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ເພັດນະຄອນສີ ນາມມະວົງ ຫົວໜ້າຂະແໜງຈັດຕັ້ງນະໂຍບາຍ ຄະນະບໍລິຫານງານສະຫະພັນແມ່ຍິງ ນວ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 252/ສຍນວ ລົງວັນທີ 22 ມີນາ 2018 ວ່າດ້ວຍການສ້າງຕັ້ງໜ່ວຍສະຫະພັນແມ່ຍິງ ສກຈບ ຊັບທະວີ ໂດຍຕົກລົງເຫັນດີອະນຸມັດສ້າງຕັ້ງໜ່ວຍສະຫະພັນແມ່ຍິງ ສກຈບ ຊັບທະວີ ເຊິ່ງປະກອບມີຄະນະ ແລະ ສະມາຊິກເຊັ່ນ: ທ່ານ ນາງ ລາສີ ມາສາວົງ ເປັນຫົວໜ້າໜ່ວຍ, ທ່ານ ນາງ ສຸກມີນາ ໂຄດຕະວົງ ເປັນຮອງ ແລະ ທ່ານ ນາງ ວົງທອງ ເຈົ້າຂຽວ ເປັນຄະນະພ້ອມທັງຮັບຜິດຊອບວຽກກວດກາ, ສ່ວນອີກ 9 ທ່ານເປັນສະມາຊິກ.

ທ່ານ ນາງ ຄໍາໄພ ລັດສະໝີ ກ່າວວ່າ: ຫຼັງຈາກໜ່ວຍສະຫະພັນແມ່ຍິງ ສກຈບ ຊັບທະວີ ສ້າງຕັ້ງຂຶ້ນ ບັນດາຄະນະໜ່ວຍຈະຕ້ອງເອົາໃຈໃສ່ຄົ້ນຄວ້າ, ປັບປຸງວຽກງານ, ຂະຫຍາຍການຈັດຕັ້ງຂອງສະຖາບັນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ນໍາພາສະມາຊິກດໍາເນີນຊີວິດໃຫ້ຖືກຕ້ອງຕາມກົດລະບຽບ ແລະ ກົດໝາຍຂອງສະຫະພັນແມ່ຍິງລາວ, ເຕົ້າໂຮມຄວາມສາມັກຄີສະມາຊິກພາຍໃນໜ່ວຍໃຫ້ດີຂຶ້ນ, ນໍາພາສະມາຊິກສ້າງຂະບວນການຂອງແມ່ຍິງຕິດພັນກັບການພັດທະນາເສດຖະກິດ ແລະ ໃຫ້ຄໍາປຶກສາແກ້ໄຂປະກົດການຫຍໍ້ທໍ້ ຕ່າງໆທີ່ເກີດຂຶ້ນກັບໜ່ວຍສະຫະພັນແມ່ຍິງ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທໍາ.