ໃນວັນທີ 3 ພຶດສະພາ 2018, ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ (ລມຕ) ກະຊວງ ປກສ ທັງເປັນຫົວໜ້າຄະນະຊີ້ນໍາກໍ່ສ້າງຮາກຖານການເມືອງ ນະຄອນຫຼວງວຽງຈັນ ໄດ້ລົງພົບປະ ແລະ ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ຢູ່ກອງບັນຊາການ ປກສ ເມືອງໄຊເສດຖາ, ໂດຍການຕ້ອນຮັບຂອງ ພັທ ຄໍາເກິ່ງ ຈັນສຸລິມາດ ຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ ທັງເປັນຫົວໜ້າຄະນະກອງຮ້ອຍ 4 ພ້ອມດ້ວຍຄະນະ ແລະ ພະນັກງານກໍ່ສ້າງຮາກຖານທີ່ມາຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພົຕ ກົງທອງ ພົງວິຈິດ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາກອງຮ້ອຍ 4 ຕະຫຼອດຮອດພະນັກງານກໍ່ສ້າງຮາກຖານທີ່ມາຈາກກະຊວງ ປກສ ປະຈຳຢູ່ເມືອງໄຊເສດຖາ ຈົ່ງເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບເປັນປົກກະຕິ ໂດຍນຳເອົາເອກະສານສຳຄັນຂອງພັກ-ຂອງຊາດ ແລະ ຂອງກຳລັງ ປກສ ມາເຜີຍແຜ່ເຊື່ອມຊຶມ ເພື່ອເຮັດໃຫ້ແຕ່ລະສະຫາຍມີແນວຄິດອຸ່ນອຽນທຸ່ນທ່ຽງ ແລະ ມີຄວາມຫ້າວຫັນເຮັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບຢ່າງເຂັ້ມງວດ, ສືບຕໍ່ສຶກສາອົບຮົມບັນດາປະຊາຊົນພາຍໃນເມືອງ ໃຫ້ມີສະຕິຕໍ່ການປະຕິບັດລະບຽບກົດໝາຍ, ປົກປັກຮັກສາວັດຖຸເຄື່ອງຂອງຕົນເອງເປັນຢ່າງດີ ພ້ອມທັງປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ຢ່າງເປັນຂະບວນການ ແລະ ສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານໃຫ້ມີຜົນສໍາເລັດ; ໂດຍສະເພາະແມ່ນພະນັກງານກໍ່ສ້າງຮາກຖານ ຈະຕ້ອງໄດ້ສຸມສະຕິປັນຍາ, ກໍາລັງເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ໃຫ້ມີຜົນສໍາເລັດ ພ້ອມກັນຈັດຕັ້ງປະຕິບັດບາດກ້າວທີ 2 ໃຫ້ສໍາເລັດຕາມຂັ້ນເທິງວາງອອກ ແລະ ສືບຕໍ່ເຄື່ອນໄຫວບາດກ້າວທີ 3, ເອົາໃຈໃສ່ປະຕິບັດນະໂຍບາຍ 3 ຫຼຸດ ໃຫ້ປະກົດຜົນເປັນຈິງ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ພາຍໃນເມືອງໄຊເສດຖາ ໃຫ້ສຳເລັດ; ສືບຕໍ່ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂອງເມືອງ ເພື່ອຈັດຕັ້ງປະຕິບັດ 3 ຫຼຸດ 3 ເພີ່ມ 3 ຂະບວນການ ໃຫ້ປະກົດຜົນເປັນຈິງ ແລະ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນເມືອງໃຫ້ຫຼຸດໜ້ອຍຖອຍລົງ ພ້ອມທັງປັບປຸງກໍາລັງ ປກສ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ເພື່ອເຮັດສຳເລັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ.

ພັທ ຄຳເກິ່ງ ຈັນສຸລິມາດ ໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານໂດຍຫຍໍ້ໃນໄລຍະຜ່ານມາ ວ່າ: ຄະນະພັກ-ຄະນະບັນຊາກອງຮ້ອຍ 4 ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບເປັນປົກກະຕິ. ໂດຍນຳເອົາເອກະສານສຳຄັນຕ່າງໆຂອງພັກ-ຂອງຊາດ, ຂອງກຳລັງ ປກສ ແລະ ບັນດາມະຕິຄໍາສັ່ງ, ແຈ້ງການຕ່າງໆຂອງຂັ້ນເທິງວາງອອກມາຈັດຕັ້ງ ເຜີຍແຜ່ຢ່າງເປັນປະຈໍາ ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ລະບຽບຂອງກຳລັງ ປກສ ຢ່າງເຂັ້ມງວດ, ພ້ອມທັງເອົາໃຈໃສ່ຊີ້ນຳ-ນຳພາປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າ ເປັນຕົ້ນແມ່ນນຳເອົາວຽກງານ ປກຊ-ປກສ ໄປຈັດຕັ້ງເຜີຍແຜ່ໃຫ້ບັນດາປະຊາຊົນພາຍໃນເມືອງໄດ້ຮັບຮູ້ກ່ຽວກັບລະບຽບຫຼັກການ ເພື່ອເຮັດໃຫ້ພາຍໃນເມືອງໄຊເສດຖາ ມີຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.