1. ພັກຜ່ອນບໍ່ພຽງພໍ.

ການນອນໜ້ອຍ, ນອນເດິກ ຫຼື ພັກຜ່ອນບໍ່ພຽງພໍ ເປັນສາເຫດຫຼັກໆຂອງການເກີດອາການຮ້ອນໃນ ເນື່ອງຈາກລະ ບົບການເຮັດວຽກໃນຮ່າງກາຍຂອງຄົນເຮົາເລີ່ມຜິດປົກກະຕິ ອາດເປັນສາເຫດເຮັດໃຫ້ ເກີດຄວາມຜິດປົກກະຕິ ເລັກໆໜ້ອຍໆຂຶ້ນໃນໄລຍະທຳອິດ ລວມເຖິງການເປັນຮ້ອນໃນນຳອີກ; ເຊິ່ງເປັນສັນຍານເຕືອນວ່າເຮົາຄວນເອົາໃຈ ໃສ່ກັບຮ່າງກາຍໃຫ້ຫຼາຍຂຶ້ນ.

  1. ວິຕົກກັງວົນຫຼາຍເກີນໄປ.

ມີຜົນວິໄຈລາຍງານວ່າ: ການເກີດຮ້ອນໃນມີຄວາມສໍາພັນກັບອາຊີບ ແລະ ລະດັບຄວາມວິຕົກກັງວົນ. ດັ່ງນັ້ນ, ຜູ້ໃດທີ່ຢູ່ໃນໄລຍະທີ່ກັງວົນໃຈຈາກການເຮັດວຽກໜັກ ຫຼື ຈາກບັນຫາສ່ວນຕົວ ອາດມີຄວາມສ່ຽງໃຫ້ເກີດຮ້ອນ ໃນຫຼາຍກວ່າຄົນປົກກະຕິທົ່ວໄປໄດ້.

  1. ກິນອາຫານທີ່ມີລົດຊາດເຜັດ ຫຼື ຮ້ອນ.

ຕາມຕຳລາແພດຂອງຈີນ ກ່າວວ່າ: ອາການຂອງຮ້ອນໃນເກີດຈາກການຂາດຄວາມສົມດຸນຂອງຢິນໃນຮ່າງກາຍ ຂອງເຮົາ, ເຊິ່ງມີຢູ່ສອງປັດໄຈຫຼັກ ຄື: ອາຫານ ແລະ ອາກາດ, ຖ້າເຮົາກິນອາຫານທີ່ມີລົດຊາດເຜັດ ຫຼື ຮ້ອນຫຼາຍ ເກີນໄປ ເຊັ່ນ: ອາຫານປະເພດຈືນ, ອາຫານເຜັດ, ອາຫານລົດເຂັ້ມຂຸ້ນ ລວມໄປເຖິງໝາກໄມ້ບາງຊະນິດ ເຊັ່ນ: ໝາກມີ້, ຖົ່ວລຽນ, ໝາກເງາະ, ໝາກລຳໄຍ, ໝາກລິ້ນຈີ່, ໝາກມ່ວງສຸກ ແລະອື່ນໆ; ລວມເຖິງການດື່ມນ້ຳທີ່ມີ ຄວາມເຢັນຫຼາຍ ຈະເຮັດໃຫ້ຮ່າງກາຍຂາດຄວາມສົມດຸນ ຈຶ່ງເຮັດໃຫ້ເກີດຮ້ອນໃນໄດ້.

  1. ໃຊ້ຢາບາງຊະນິດຕິດຕໍ່ກັນເປັນໄລຍະເວລາດົນ.

ການໃຊ້ຢາບາງຊະນິດ ເຊັ່ນ: ແອດສ໌ສະໄພຣິນ ຢາຕ້ານການອັກເສບທີ່ບໍ່ແມ່ນສະເຕລອຍ, ຢາອາເລນໂດເນດ ທີ່ໃຊ້ປິ່ນປົວພະຍາດກະດູກຜຸ ຫຼື ຢາອື່ນໆ ອາດເຮັດໃຫ້ມີຄວາມສ່ຽງເປັນຮ້ອນໃນໄດ້.

  1. ຂາດສານອາຫານ.

ຖ້າຫາກທ່ານເປັນຄົນທີ່ບໍ່ໃສ່ໃຈໃນການກິນອາຫານໃຫ້ຄົບ 5 ໝູ່ ທຸກມື້, ທ່ານອາດຈະຂາດສານອາຫານບາງປະເພດ ທີ່ອາດສົ່ງຜົນໃຫ້ມີຄວາມສ່ຽງ ໃນການເປັນຮ້ອນໃນຫຼາຍຂຶ້ນ ເຊັ່ນ: ຂາດທາດເຫຼັກ, ສັງກະສີ, ກົດໂຟລິກ, ວິຕາມິນບີ ໂດຍສະເພາະວິຕາມິນບີ 12 ເປັນຕົ້ນ.

ຕາມປົກກະຕິແລ້ວ, ອາການຮ້ອນໃນຈະຄ່ອຍໆດີໄດ້ເອງ. ແຕ່ຫາກຕ້ອງການໃຫ້ຕຸ່ມຮ້ອນໃນ ທີ່ເກີດ ໃນປາກດີ ໄວຂຶ້ນ, ທ່ານສາມາດລອງບ້ວນປາກດ້ວຍ ນ້ຳເກືອວັນລະ 2-3 ຄັ້ງ, ໃຊ້ຢາທາທີ່ຮັກສາຮ້ອນ ໃນໂດຍສະເພາະ ຫຼື ປຶກສາແພດ ເພື່ອຮັກສາຢ່າງເໝາະສົມ.