ໃນໄລຍະທີ່ມີປະຈຳເດືອນຂອງແມ່ຍິງຫຼາຍຄົນ ມັກຈະມີອາການຫງຸດຫງິດ ແລະ ໜ້າຕາບໍ່ຍິ້ມແຍ້ມແຈ່ມໃສ, ເຈັບ ທ້ອງນ້ອຍ ແລະອື່ນໆ; ມີໝາກໄມ້ບາງຊະນິດທີ່ກິນແລ້ວ ຊ່ວຍປັບຮໍໂມນ ແລະ ຊ່ວຍຫຼຸດອາການອາລົມແປປວນ ຂອງແມ່ຍິງໃນໄລຍະລົງປະຈຳເດືອນໄດ້ ດັ່ງລຸ່ມນີ້:

  1. ໝາກກ້ຽງ.

ໝາກກ້ຽງ ເປັນໝາກໄມ້ທີ່ຊ່ວຍປັບຮໍໂມນ ແລະ ຫຼຸດອາລົມປັ່ນປ່ວນຂອງແມ່ຍິງ ໄດ້ດີ. ເພາະວ່າໝາກກ້ຽງເປັນ ໝາກໄມ້ທີ່ມີສານຟະລາໂວນອຍ, ເຊິ່ງສານຊະນິດນີ້ ມີໜ້າທີ່ຄວບຄຸມຮໍໂມນເພດຍິງໃຫ້ຄົງທີ່ ເຮັດໃຫ້ບໍ່ຮູ້ສຶກ ຫງຸດງິດໃນໄລຍະປະຈຳເດືອນອີກດ້ວຍ, ເປັນໝາກໄມ້ທີ່ມີແຄຣໍລີ່ຕ່ຳ.

  1. ໝາກຫຸ່ງສຸກ.

ໝາກຫຸ່ງສຸກ ມີໜ້າທີ່ຊ່ວຍປັບອາລົມ ໄລຍະມີປະຈຳເດືອນໄດ້ດ້ວຍເຊັ່ນກັນ. ນອກນັ້ນ, ຖ້າຫາກວ່າໃຜມີອາການ ເຈັບທ້ອງປະຈຳເດືອນຕະຫຼອດແນະນຳໃຫ້ກິນເພື່ອບັນເທົາອາການເຈັບທ້ອງ ແຕ່ທີ່ສຳຄັນໝາກຫຸ່ງສຸກ ຍັງເຕັມ ໄປດ້ວຍສານຕ່າງໆ ເຊັ່ນ: ທາດເຫຼັກ, ຟອດສະຟໍຣັດ ແລະ ວິຕາມິນອື່ນໆ ອີກຫຼວງຫຼາຍ; ເຊິ່ງສານເຫຼົ່ານີ້ລ້ວນແຕ່ ຊ່ວຍຫຼຸດອາການເຈັບທ້ອງ ແລະ ຍັງຊ່ວຍປັບຮໍໂມນໃຫ້ຢູ່ໃນລະດັບທີ່ຄົງທີ່ຖ້າຫາກກິນກ່ອນປະຈຳເດືອນມາຈະຊ່ວຍ ຫຼຸດອາການໄດ້ດີ.

  1. ໝາກກ້ວຍ.

ໝາກກ້ວຍ ເປັນໝາກໄມ້ຊະນິດໜຶ່ງທີ່ໃກ້ຕົວ ພ້ອມທັງຍັງມີຄຸນປະໂຫຍດທີ່ດີໃນການຊ່ວຍປັບຮໍໂມນ ແລະ ຫຼຸດອາການຕ່າງໆ ທີ່ເກີດຂຶ້ນກັບແມ່ຍິງໃນໄລຍະທີ່ມີປະຈຳເດືອນນຳອີກ. ໝາກກ້ວຍ ເປັນໝາກໄມ້ທີ່ມີວິຕາ ມິນຫຼາຍຊະນິດ ໂດຍສະເພາະແມັກນີຊຽມ, ເຊິ່ງເປັນສານທີ່ຊ່ວຍຄວບຄຸມສານເຊໂຣໂທນິນໃນຮ່າງກາຍ, ຊ່ວຍເຮັດໃຫ້ອາລົມຂອງແມ່ຍິງໃນໄລຍະເປັນປະຈໍາເດືອນມາປົກກະຕິ ແລະ ບໍ່ເຮັດໃຫ້ອາລົມຫງຸດຫງິດນຳອີກ.

  1. ໝາກນັດ.

ໝາກນັດ ກໍມີສ່ວນຫຼຸດອາລົມປັ່ນປ່ວນ ໃນແມ່ຍິງໄດ້ດີເຊັ່ນດຽວກັນ ເພາະໃນໝາກນັດ ມີແຮ່ທາດທີ່ຈຳເປັນຕໍ່ຮ່າງ ກາຍ ໂດຍສະເພາະ ສານພອດສຕາແກນດິນ ຈັດເປັນສານທີ່ຊ່ວຍຫຼຸດຄວາມປັ່ນປ່ວນຂອງຮ່າງກາຍໄດ້ດີ.

  1. ໝາກລາແຊັງ.

ນອກຈາກຈະໃຫ້ຄວາມຫວານແລ້ວ, ໝາກລາແຊັງ ມີສ່ວນຊ່ວຍປັບຮໍໂມນ ແລະ ຫຼຸດອາລົມປັ່ນປ່ວນຂອງແມ່ຍິງນຳ ອີກ ເພາະເກືອແຮ່ ແລະ ທາດເຫຼັກ ຟະລາໂວນອຍ ລວມທັງສານອາຫານອື່ນໆອີກຫຼາກຫຼາຍ ລ້ວນມີສ່ວນຊ່ວຍການ ປັບຮໍໂມນໄດ້ດີເລີຍ.