ຕາມກົດໝາຍວ່າດ້ວຍຢາເສບຕິດ ແລ້ວ ບຸກຄົນໃດຫາກພົວພັນເສບ, ຄ້າຂາຍຢາເສບຕິດ ເຖິງຈະໜ້ອຍ ຫຼື ຫຼາຍ ກໍ່ຜິດ ແລະ ຍັງເປັນສາເຫດຕົ້ນໆຂອງປະກົດການຫຍໍ້ທໍ້ໃນສັງຄົມ. ສະນັ້ນ, ເຈົ້າໜ້າທີ່ແຕ່ລະພາກສ່ວນໄດ້ເອົາໃຈ ໃສ່ປາບປາມພວກລັກລອບເສບ ແລະ ຄ້າຂາຍຢາເສບຕິດ ເພື່ອເຮັດໃຫ້ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍກວ່າເກົ່າ.
ໃນໄລຍະເດືອນມີນາ-ເມສາ 2018, ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕຳຫຼວດ ປກສ ເມືອງ ໂພນໂຮງ ແຂວງວຽງຈັນ ໄດ້ແກ້ໄຂກຸ່ມເປົ້າໝາຍມົ້ວສຸມຢາເສບຕິດພາຍໃນເມືອງໄດ້ 5 ຄົນ ຍິງ 2 ຄົນ ພ້ອມ ຂອງກາງຢາບ້າໄດ້ທັງໝົດ 27 ເມັດ ໄປດໍາເນີນຄະດີ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນໄລຍະເດືອນມີນາ ຫາ ເດືອນເມສາ 2018, ໄດ້ລົງເຄື່ອນໄຫວເລີກຮື້ກຸ່ມເປົ້າໝາຍຊື້-ຂາຍ ຢາເສບຕິດລາຍຍ່ອຍ ແລະ ເສບ ປະເພດຢາບ້າໄດ້ 5 ຄົນ ຄື: ທ້າວ ໂຊເລ້ ອາຍຸ 29 ປີ ຢູ່ບ້ານນາໂພໃຕ້ ກັກຕົວໃນ ວັນທີ 29 ມີນາ 2018 ພ້ອມຢາບ້າໄດ້ 5 ເມັດ, ທ້າວ ສີສະຫວັນ ຫຼື ແດງ ອາຍຸ 28 ປີ ຢູ່ບ້ານນ້ຳແຈ້ງ, ຖືກກັກຕົວ ໃນວັນທີ 9 ເມສາ 2018 ພ້ອມຢາບ້າ 10 ເມັດ, ນາງ ຄອງ ຫຼື ລີນ ອາຍຸ 21 ປີ, ທ້າວ ວຽງໄຊ ຫຼື ໂຢ້ຍ ອາຍຸ 36 ປີ, ນາງ ຄຳຫຼ້າ ອາຍຸ 27 ປີ ພວກກ່ຽວທັງ 3 ຄົນ ແມ່ນຢູ່ບ້ານໜອງປຸງ ຖືກກັກຕົວໃນວັນທີ 9 ເມສາ 2018 ພ້ອມ ຢາບ້າຈຳນວນ 12 ເມັດ, ພວກກ່ຽວທັງ 5 ຄົນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ. ໂດຍພວກກ່ຽວສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວ ໄດ້ຊື້ຢູ່ບ້ານຫຼັກ 52 ເພື່ອເອົາໄວ້ເສບ ແລະ ຂາຍຍ່ອຍ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມ ຂອງກາງຈໍານວນດັ່ງກ່າວ.
ປັດຈຸບັນ, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໂພນໂຮງ ໄດ້ສະຫຼຸບສັງລວມຂໍ້ ມູນຫຼັກຖານພວກຖືກຫາທັງ 5 ຄົນ ພ້ອມຂອງກາງຢາຈຳນວນ 27 ເມັດ ແລ້ວສົ່ງໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ເພື່ອສົ່ງໄອຍະການສັ່ງຟ້ອງສານຕັດສິນຕາມຂັ້ນຕອນຂອງກົດໝາຍ ໃນຂັ້ນຕໍ່ໄປ.