ປັດຈຸບັນ, ກໍາລັງປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງອຸດົມ ໄຊ ໄດ້ເອົາໃຈໃສ່ໃນການປະຕິບັດໜ້າ ທີ່ອອກກວດກາລາດຕະເວນຕາມສະຖານທີ່ຈຸດຫຼ່ໍແຫຼມ, ເສັ້ນທາງສາຍຫຼັກ ເພື່ອຮັກສາຄວາມເປັນລະບຽບຮຽບ ຮ້ອຍ ໂດຍສະເພາະສະກັດກັ້ນ ແລະ ປາຍປາມບັນດາພວກທີ່ເຄື່ອນໄຫວຄ້າຂາຍເຖື່ອນ ແລະ ຢາເສບຕິດ. ເຊິ່ງວິ ທີການດັ່ງກ່າວນີ້, ໄລຍະຜ່ານມາ ສາມາດສະກັດກວດຄົ້ນບັນດາລົດທີ່ຂົນສິ່ງຜິດກົດໝາຍໄດ້ຫຼາຍລາຍ, ສ່ວນຫຼາຍ ແມ່ນຢາເສບຕິດ.
ຫ້ຼາສຸດ, ໃນວັນທີ 1 ພຶດສະພາ 2018, ເຈົ້າໜ້າທີ່ຕຳຫຼວດປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ ໄດ້ສະກັດກວດ ຄົ້ນລົດກະບະວີໂກ້ ພົບຢາບ້າ 166 ເມັດ ພ້ອມຈັບຕົວຜູ້ຖືກຫາ ກ່ອນສົ່ງໃຫ້ເຈົ້າໜ້າທີ່ວິຊາສະເພາະດໍາເນີນການ ຂະຫຍາຍຜົນ.ເຈົ້າໜ້າທີ່ຕຳຫຼວດປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນວັນທີ 30 ເມສາ 2018, ໄດ້ຈັດກໍາລັງວິ ຊາສະເພາະອອກເຄື່ອນໄຫວລາດຕະເວນຢູ່ລະຫວ່າງເສັ້ນທາງບ້ານພູຂຽວ-ບ້ານລ່ອງກໍເດື່ອ ເມືອງໄຊ ແຂວງອຸດົມ ໄຊ. ຮອດເວລາ 2 ໂມງ ຂອງວັນທີ 1 ພຶດສະພາ 2018, ໄດ້ພົບເຫັນລົດກະບະວີໂກ້ ສີຂາວ ໝາຍເລກທະບຽນ ກບ 7269 ກຳແພງນະຄອນ, ເຊິ່ງໄດ້ແລ່ນໄປ-ມາຕາມເສັ້ນທາງສາຍດັ່ງກ່າວ ດ້ວຍຄວາມໄວສູງ ຈຶ່ງໄດ້ສະກັດກວດຄົ້ນ, ຜ່ານການກວດຄົ້ນລົດ ແລະ ຕົນຕົວຂອງຜູ້ຂັບຂີ່ ໄດ້ພົບເຫັນເຄື່ອງຂອງກາງທີ່ຜິດກົດໝາຍເປັນຢາເສບຕິດປະ ເພດຢາບ້າ ຈຳນວນ 166 ເມັດ ແລະ ເຮໂຣອິນ ຈຳນວນ 1 ກ້ອນນ້ອຍ ນ້ຳໜັກ 0,3 ກຼາມ ຊຸກເຊື່ອງໄວ້ຢູ່ໃນ ຕາບໂບໂລລົດຜູ້ກ່ຽວ. ຈາກນັ້ນ, ທາງເຈົ້າໜ້າທີ່ໄດ້ກັກຕົວຜູ້ຂັບຂີ່ລົດຄັນດັ່ງກ່າວຊື່ທ້າວ ຄຳໄຊ ວາ ອາຍຸ 32 ປີ ຢູ່ບ້ານດອນແກ້ວ ເມືອງໄຊ ແຂວງອຸດົມໄຊ ແລ້ວແຈ້ງໃຫ້ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາ ເສບຕິດ ປກສ ແຂວງ ເອົາຕົວ ໄປດໍາເນີນຄະດີ.