ໃນປັດຈຸບັນນີ້, ມີຜູ້ຊາຍຈຳນວນຫຼວງຫຼາຍທີ່ພົບກັບບັນຫາມີລູກຍາກ, ເຊິ່ງທ່ານຮູ້ບໍ່ວ່າພຶດຕິກໍາບາງຢ່າງທີ່ທ່ານ ເຮັດ ໃຫ້ຊີວິດປະຈຳວັນ ມັນສົ່ງຜົນກະທົບຕໍ່ນ້ຳເຊື້ອໂດຍທີ່ທ່ານບໍ່ຮູ້ຕົວ. ດັ່ງນັ້ນ, ຮູ້ໄວ້ໄດ້ປະໂຫຍດມື້ນີ້ ເຮົາຈະນຳສະ ເໜີສິ່ງທີ່ຜູ້ຊາຍຄວນເຮັດເພື່ອຊ່ວຍໃຫ້ນ້ຳເຊື້ອແຂງແຮງ ດັ່ງລຸ່ມນີ້.

  1. ກິນໝາກເລັ່ນຫຼາຍໆ: ນັກວິໄຈຊາວອາເມລິກາແນະນຳ ວ່າ: ຜູ້ຊາຍຄວນກິນໝາກເລັ່ນຄັ້ນສົດໆເປັນປະຈໍາ ເພາະໝາກເລັ່ນເຕັມໄປດ້ວຍສານຕ້ານອະນຸມູນອິດສະຫຼະທີ່ເອີ້ນວ່າ: ໄລໂຄປິນ, ເຊິ່ງຊ່ວຍໃຫ້ນໍ້າເຊື້ອສົມບູນ ແຂງແຮງ ແລະ ເພີ່ມໂອກາດໃນການມີລູກຫຼາຍຂຶ້ນນຳອີກ.
  2. ອອກກຳລັງກາຍເປັນປະຈຳ: ຜູ້ຊາຍທີ່ອອກກໍາລັງກາຍເປັນປະຈໍາ ຈະຊ່ວຍໃຫ້ນ້ຳເຊື້ອແຂງແຮງ ແລະ ມີຈໍານວນ ຕົວນ້ຳເຊື້ອເພີ່ມຂຶ້ນຫຼາຍກວ່າຜູ້ຊາຍທີ່ບໍ່ມັກອອກກຳລັງກາຍເຖິງ 33% ເມື່ອຮູ້ແບບນີ້ແລ້ວຜູ້ຊາຍທັງຫຼາຍ ຄວນຫັນມາອອກກຳລັງກາຍເປັນປະຈຳຈະດີຕໍ່ສຸຂະພາບ.
  3. ຢຸດເອົາໂທລະສັບມືຖືໃສ່ຖົງໂສ້ງ: ເພາະຄື້ນແມ່ເຫຼັກໄຟຟ້າທີ່ຢູ່ໃນຕົວເຄື່ອງມືຖືຈະເຮັດໃຫ້ອະສຸຈິອ່ອນແອ ແລະ ເຄື່ອນຕົວໄດ້ຊ້າ, ຈຶ່ງເຮັດໃຫ້ຕາຍໄວກວ່າຈະໄປປະສົມກັບໄຂ່ນັ້ນເອງ, ເຊິ່ງມັນເປັນອີກໜຶ່ງສາເຫດທີ່ເຮັດໃຫ້ມີ ລູກຍາກ.
  4. ຫຼີກລ່ຽງການໃຊ້ສານລໍ່ລື່ນ: ໃນເວລາມີເພດສຳພັນ ເພາະສານລໍ່ລື່ນແມ່ນຢູ່ວ່າຈະຊ່ວຍໃຫ້ການມີເພດສໍາພັນຂອງ ທ່ານຮູ້ສຶກສະບາຍຂຶ້ນ ແຕ່ສານລໍ່ລື່ນສາມາດຂ້ານ້ຳເຊື້ອໄດ້ເຖິງ 70% ໃນເວລາພຽງ 30 ນາທີ.
  5. ເວລາຫຼິ້ນຄອມພິວເຕີໂນດບຸກ: ບໍ່ຄວນເອົາມາວາງໄວ້ທີ່ໜ້າຕັກເປັນເວລາດົນໆ ເພາະຄວາມຮ້ອນຈາກໂນດບຸກ ຈະຂ້າໂຕນ້ຳເຊື້ອໃຫ້ຕາຍໄດ້.
  6. ຫຼຸດຜ່ອນເຄື່ອງດື່ມທີ່ມີສານກາເຟອິນ ແລະ ທາດເຫຼົ້າ: ເພາະສານຈໍາພວກນີ້ຈະໄປຂັດຂວາງການຜະລິດນ້ໍາເຊື້ອ. ສະນັ້ນ, ຄົນທີ່ມັກດື່ມກາເຟ, ຊາ, ເຄື່ອງດື່ມບຳລຸງກຳລັງ ແລະ ປະເພດທາດເຫຼົ້າເປັນປະຈຳ ຈະເຮັດໃຫ້ມີລູກຍາກ ກວ່າຄົນທີ່ບໍ່ຄ່ອຍດື່ມ.