ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ ອາເມລິກາ ລາຍງານໃນວັນທີ 9 ພຶດສະພາ ທີ່ຜ່ານມາ ວ່າ: ເກີດເຫດ ແຜ່ນດິນໄຫວຂະໜາດ 6,2 ຣິກເຕີ ທີ່ປະເທດທາຈິກິດສະຖານ ໃນອາຊີກາງ, ບໍລິເວນພູເຂົາ ເຂດຊາຍແດນໃກ້ ກັບອັບການິດສະຖານ ແລະ ແຮງສັ່ນສະເທືອນຍັງຮູ້ສຶກໄດ້ໃນເມືອງຫຼາຍແຫ່ງຂອງປາກິດສະຖານ.

ແຜ່ນດິນໄຫວ ເຮັດໃຫ້ອາຄານຫຼາຍຫຼັງໃນນະຄອນຫຼວງຄາບູນ ຂອງອັບການິດສະຖານ ສັ່ນສະເທືອນ,  ພະນັກງານ ຕ້ອງອົບພະຍົບໜີອອກຈາກອາຄານ ແຕ່ຍັງບໍ່ມີລາຍງານຄວາມເສຍຫາຍ ຫຼື ຜູ້ໄດ້ຮັບບາດເຈັບ, ຈຸດສູນກາງແຜ່ນ ດິນໄຫວຢູ່ເລິກລົງໄປໃຕ້ດິນ 96 ກິໂລແມັດ, ຫ່າງໄປປະມານ 67 ກິໂລແມັດ ຈາກເມືອງໂຄຣັອກ ເຂດຊາຍແດນຂອງ ທາຈິກິດສະຖານ; ສ່ວນສື່ປາກິດສະຖານ ລາຍງານວ່າ: ເເຮງສັ່ນສະເທືອນມາຮອດນະຄອນຫຼວງອິສຣາມາບັສ ເຊິ່ງເປັນເມືອງຫຼວງ ແລະ ທີ່ເມືອງເປຊວາ ທາງຕາເວັນຕົກສຽງເໜືອ.

ນອກຈາກນີ້, ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ ອາເມລິກາ ຍັງລາຍງານຕື່ມວ່າ: ໄດ້ເກີດແຜ່ນດິນໄຫວ ຂະໜາດ 6,0 ຣິກເຕີ ໃນວັນດຽວກັນ ຢູ່ບໍລິເວນນ່ານນ້ຳທາງຝັ່ງເກາະນິວບຣິເຕນໃນປາປົວ ນິວກິເນ ແຕ່ບໍ່ມີ ປະກາດເຕືອນໄພສຶນາມິ ຫຼື ລາຍງານຄວາມເສຍຫາຍ.

ຈຸດສູນກາງຂອງແຜ່ນດິນໄຫວຄັ້ງນີ້ ຢູ່ເລິກລົງໄປ 10 ກິໂລແມັດ, ຫ່າງໄປປະມານ 190 ກິໂລແມັດ ທາງໃຕ້ຂອງ ເມືອງຣາບານ ເທິງເກາະນິວບຣິເຕນ; ປາປົວນິວກິເນ ຫາກໍຟື້ນຕົວຈາກການປະສົບກັບແຜ່ນດິນໄຫວ ຂະໜາດ 7,5 ຣິກເຕີ ໃນເດືອນກຸມພາຜ່ານມາ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 125 ຄົນ.