ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານອົງການຈັດຕັ້ງມະຫາຊົນ ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມ, ຄະນະບໍລິຫານງານສະຫະພັນແມ່ຍິງ, ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ປກສ ແລະ ຄະນະບໍລິຫານງານຊາວໜຸ່ມກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາທີ່ຜ່ານມາ ທີ່ຫ້ອງປະຊຸມ ປກສ ແຂວງ, ໂດຍມີ ພັທ ພິມມະສອນ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ, ພັທ ອິນສົມ ທຳລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນປກສ ແຂວງ, ພ້ອມດ້ວຍບັນດາຄະນະຊາວໜຸ່ມ-ແມ່ຍິງ, ກຳມະບານທັງສອງພາກສ່ວນເຂົ້າຮ່ວມ.

ໃນກອງປະຊຸມ, ແຕ່ລະພາກສ່ວນໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານອົງການຈັດຕັ້ງມະຫາຊົນໃຫ້ກັນຊາບ ແລະ ປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນໃນຫຼາຍດ້ານ ເພື່ອເຮັດໃຫ້ວຽກງານສອງອົງການຈັດຕັ້ງມະຫາຊົນຢູ່ກະຊວງ ແລະ ທ້ອງຖິ່ນເຄື່ອນໄຫວຕາມພາລະບົດບາດ.

ພັທ ນາງ ດາລີວອນ ສິນວົງສາ ຫົວໜ້າຮາກຖານສະຫະພັນແມ່ຍິງ ປກສ ແຂວງຫຼວງນໍ້າທາ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ປກສ ແຂວງ, ຄະນະບໍລິຫານງານຊາວໜຸ່ມ ປກສ ແຂວງ ປະກອບມີ 6 ສະຫາຍ ຍິງ 2 ສະຫາຍ, ມີ 5 ຮາກຖານຊາວໜຸ່ມ, ມີ 23 ໜ່ວຍຂຶ້ນກັບ, ມີສະມາຊິກຊາວໜຸ່ມທັງໝົດ 545 ສະຫາຍ, ຍິງ 141 ສະຫາຍ; ຄະນະຮາກຖານສະຫະພັນແມ່ຍິງ ປກສ ແຂວງ ປະກອບມີ 7 ສະຫາຍ, ມີ 10 ໜ່ວຍສະຫະພັນແມ່ຍິງຂຶ້ນກັບ, ມີສະມາຊິກ 197 ສະຫາຍ. ເຊິ່ງໄລຍະຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ-ແມ່ຍິງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກເປັນປົກກະຕິ ໂດຍນຳເອົາແນວທາງນະໂຍບາຍຂອງພັກຂໍ້ກຳນົດ, ລະບຽບກົດໝາຍ, ມະຕິ, ຄຳສັ່ງຕ່າງໆມາເຜີຍແຜ່ເຊື່ອມຊຶມ ແລະ ຖືເອົາການຮ່ວມຊິວີດປະຈຳເດືອນເປັນການຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມ-ແມ່ຍິງທຸກສະຫາຍ ມີແນວຄິດຫຼັກໝັ້ນຕໍ່ການນຳພາຂອງພັກ, ມີຄວາມຈົງຮັກພັກດີ ແລະ ເຄົາລົບນັບຖືລະບຽບວິໄນຂອງກຳລັງກໍ່ຄືກົດລະບຽບຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ ວາງອອກຢ່າງເຂັ້ມງວດ.

ຕອນທ້າຍ, ພັທ ອິນສົມ ທໍາລະສິນ ໄດ້ໂອ້ລົມເນັ້ນໃຫ້ສອງຝ່າຍເອົາໃຈໃສ່ປະສານສົມທົບ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມດັ່ງກ່າວ ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ບັນດາສະມາຊິກຊາວໜຸ່ມ-ແມ່ຍິງ ຢູ່ຂົງເຂດຄວາມຮັບຜິດຊອບໄດ້ເຊື່ອມຊຶມ ເຂົ້າໃນການເຮັດໜ້າທີ່ວິຊາສະເພາະໃຫ້ສຳເລັດ ແລະ ດີຂຶ້ນເທື່ອລະກ້າວ.