ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະ 3 ປີ ( 2015-2017 ) ຂອງສະຫະພັນແມ່ຍິງກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຍົກໃຫ້ເຫັນວ່າ: ຄະນະສະຫະພັນແມ່ຍິງ ໄດ້ເອົາໃຈໃສ່ສ້າງສະມາຊິກແມ່ຍິງຢ່າງຕັ້ງໜ້າ ແລະ ນໍາພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຢ່າງເຂັ້ມງວດ ເຮັດໃຫ້ມີສະມາຊິກແມ່ຍິງ 3 ດີ ປະເພດ I ໄດ້ 95 ສະຫາຍ ເທົ່າກັບ 96% ໃນຈໍານວນສະມາຊິກແມ່ຍິງທັງໝົດ 99 ສະຫາຍ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນມື້ວານນີ້, ເປັນປະທານໂດຍ ພັທ ນາງ ບຸນຊູ ພູມສະຫວັນ ປະທານສະຫະພັນແມ່ຍິງກອງບັນຊາການປ້ອງກັນສູນກາງ ແລະ ເຂົ້າຮ່ວມໂດຍ ພັອ ຄໍາເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ; ເຊິ່ງ ພັຕ ນາງ ວົງເດືອນ ບຸນທະວົງຄໍາ ຄະນະສະຫະພັນແມ່ຍິງກອງບັນຊາການປ້ອງກັນສູນກາງ ຜ່ານບົດສະຫຼຸບວ່າ: ຄະນະສະຫະພັນແມ່ຍິງ ໄດ້ເອົາໃຈໃສ່ນໍາພາປະຕິບັດຂໍ້ແຂ່ງຂັນ 3 ດີ ສາມາດເຮັດໃຫ້ສະມາຊິກແມ່ຍິງສ່ວນຫຼາຍມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເປັນພົນລະເມືອງດີ, ມີນໍ້າໃຈຮັກຊາດຮັກບ້ານເກີດເມືອງນອນ, ຮັກລະບອບປະຊາທິປະໄຕປະຊາຊົນ, ມີຄວາມຈົງຮັກພັກດີ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ; ເຊິ່ງໃນ 3 ປີຜ່ານມາ ມີສະມາຊິກແມ່ຍິງເຂົ້າຮ່ວມຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ທັງໝົດ 99 ສະຫາຍ ສາມາດຄັດເລືອກໄດ້ພົນລະເມືອງດີ 99 ສະຫາຍ ເທົ່າກັບ 100%, ພັດທະນາດີ 95 ສະຫາຍ ເທົ່າກັບ 96%, ສ້າງຄອບຄົວດີ 95 ສະຫາຍ ເທົ່າກັບ 96%, ຄັດເລືອກໄດ້ແມ່ຍິງ 3 ດີ ປະເພດ I ໄດ້ 95 ສະຫາຍ ເທົ່າກັບ 96%, ປະເພດ II ໄດ້ 4 ສະຫາຍ ເທົ່າກັບ 4%, ໄດ້ບຸກຄົນຕົວແບບດ້ານວິຊາສະເພາະ 7 ສະຫາຍ ເທົ່າກັບ 7,07%, ໄດ້ໜ່ວຍ 3 ດີ ປະເພດ I ຈຳນວນ 8 ໜ່ວຍ ເທົ່າກັບ 100%; ໃນພິທີ ພັອ ຄໍາເຄື່ອງ ບຸນວິໄລ ໄດ້ມອບໃບຍ້ອງຍໍ 3 ດີ ປະເພດ I ແລະ ພັທ ນາງ ບຸນຊູ ພູມສະຫວັນ ມອບໃບຍ້ອງຍໍປະເພດ II.

ສໍາລັບທິດທາງແຜນການ 3 ປີຕໍ່ໜ້າ, ຄະນະສະຫະພັນແມ່ຍິງກອງບັນຊາການປ້ອງກັນສູນກາງ ຈະເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກແມ່ຍິງ ມີຫຼັກໝັ້ນການເມືອງໜັກແໜ້ນ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ໂດຍນໍາເອົາເນື້ອໃນຈິດໃຈຂໍ້ແຂ່ງຂັນ 3 ດີມາເປັນເນື້ອໃນການດໍາເນີນຊີວິດການເມືອງ ເພື່ອສໍາຫຼວດກວດກາ ແລະ ຕີລາຄາແບ່ງປະເພດ ເພື່ອສ້າງໃຫ້ໄດ້ສະມາຊິກແມ່ຍິງ 3 ດີປະເພດ I ແລະ ໜ່ວຍ 3 ດີ ປະເພດ I ຕາມຄາດໝາຍ.