ພິທີມອບໃບຢັ້ງຢືນນາມມະຍົດໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ຄັ້ງທີ X ປະຈໍາປີ 2018 ໃຫ້ໜ່ວຍພັກລັດວິສາຫະກິດຖືຮຸ້ນລາວ (ລຮລ) ໄດ້ຈັດຂຶ້ນໃນວັນທີ 11 ພຶດສະພາ 2018 ໂດຍການມອບຂອງ ທ່ານ ທອງພັດ ອິນທະວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຕາງໜ້າຮັບໂດຍ ທ່ານ ມານະສິນ ວົງໄຊ ເລຂາໜ່ວຍພັກ ຜູ້ອໍານວຍການລັດວິສາຫະກິດຖືຮຸ້ນລາວ ມີບັນດາຮອງເລຂາ, ຄະນະໜ່ວຍພັກ, 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກເຂົ້າຮ່ວມ.

ທ່ານ ມານະສິນ ວົງໄຊ ໄດ້ຍົກໃຫ້ເຫັນວ່າ: ໜ່ວຍພັກລັດວິສາຫະກິດຖືຮຸ້ນລາວ ເປັນ ໜ່ວຍພັກໜຶ່ງທີ່ຂຶ້ນກັບອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 5 ທັນວາ 2005, ປັດຈຸບັນມີສະມາຊິກພັກທັງໝົດ 25 ສະຫາຍ ຍິງ 4 ສະຫາຍ; ເຊິ່ງໃນ 1 ປີຜ່ານມາ, ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດຕໍ່ສະມາຊິກພັກ ເຮັດໃຫ້ສະມາຊິກພັກມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ມີຄວາມຫ້າວຫັນຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງລັດວິສາຫະກິດຖືຮຸ້ນລາວ ຈົນມີຜົນສໍາເລັດຕາມຄາດໝາຍ ພ້ອມດຽວກັນນີ້ຍັງໄດ້ນໍາພາຈັດຕັ້ງປະຕິບັດແຜນງານສ້າງກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ ຄັ້ງທີ X ປະຈໍາປີ 2017 ບົນພື້ນຖານ 4 ແຂງ 5 ຮູ້ນໍາພາຮອບດ້ານ ແລະ ໜ່ວຍພັກສາມາດບັນລຸສໍາເລັດຕາມແຜນການທີ່ວາງໄວ້.

ນອກນັ້ນ, ໃນພິທີ ທ່ານ ມານະສິນ ວົງໄຊ ໄດ້ມອບບັດສະມາຊິກພັກໃຫ້ສະມາຊິກພັກ ຈໍານວນ 7 ສະຫາຍ ທີ່ຄົບມາດຖານ ແລະ ຂໍ້ກໍານົດຂອງລະບຽບຫຼັກຂອງພັກປະຊາຊົນປະຕິວັດລາວ.

ຕອນທ້າຍ, ທ່ານ ທອງພັດ ອິນທະວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໜ່ວຍພັກລັດວິສາຫະກິດຖືຮຸ້ນລາວ ທີ່ຍາດມາໄດ້ໃນ 1 ປີຜ່ານມາ ຈົນໄດ້ຮັບການຍ້ອງຍໍຈາກອົງຄະນະພັກ ກະຊວງພະລັງງານ ແລະ ບໍ່ແຮ່ ຢ່າງສົມກຽດ, ນັ້ນກໍຄືການໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ຄັ້ງທີ X ພ້ອມທັງເນັ້ນໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມນີ້ ໃຫ້ໄດ້ໃນປີ 2018; ເຊິ່ງໃນນີ້, ຄະນະພັກ ແລະ ສະມາຊິກພັກ ຕ້ອງເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ເຊີດຊູນໍ້າໃຈເສຍສະລະ ພ້ອມທັງຍົກສູງຄວາມຮູ້-ຄວາມສາມາດໃຫ້ສູງ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່ ເພື່ອຮັບປະກັນໃຫ້ກັບການດໍາເນີນທຸລະກິດຂອງລັດວິສາຫະກິດຖືຮຸ້ນລາວມີຜົນສໍາເລັດຕາມແຜນການທີ່ກໍານົດໄວ້.