ໃນວັນທີ 11 ພຶດສະພາ 2018, ຄະນະສານອາຍາ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາຄະດີຕັດສິນປ່ອຍຕົວນັກໂທດກ່ອນກໍານົດ ໂດຍບໍ່ມີເງື່ອນໄຂເກືອບ 80 ຄົນ ພ້ອມທັງວາງເງື່ອນໄຂໃຫ້ພວກນັກໂທດປະຕິບັດພາຍໃນກໍານົດ 5 ປີ.

ອົງການໄອຍະການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງໃນກອງປະຊຸມສານ ສະບັບເລກທີ 03/ອຍກ.ນວ, ລົງວັນທີ 26 ເມສາ 2018 ເພື່ອໃຫ້ປ່ອຍຕົວນັກໂທດ ມີທັງໝົດ 79 ຄົນ ທີ່ປະຕິບັດໂທດໃນໄລຍະຜ່ານມາຂອງນັກໂທດປະຈໍາຄ້າຍຄຸມຂັງ-ດັດສ້າງ ນະຄອນຫຼວງວຽງຈັນ ນັກໂທດແຕ່ລະຄົນໄດ້ມີການປະພຶດຕົນ ຫຼື ເປັນຜູ້ທີ່ມີຄວາມກ້າວໜ້າໃນການຝຶກຝົນຫຼ່ໍຫຼອມຕົນເອງ, ມີການປ່ຽນແປງທາງດ້ານທັດສະນະແນວຄິດ, ການກະທໍາ, ມີສະຕິຕື່ນຕົວເຄົາລົບ ແລະ ປະຕິບັດລະບຽບກົດໝາຍຂອງຄ້າຍຄຸມຂັງ-ດັດສ້າງຢ່າງເຂັ້ມງວດ, ເປັນຄົນດຸໝັ່ນຂະຫຍັນພຽນ, ເປັນແບບຢ່າງໃນການອອກແຮງງານ, ມີຄວາມຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງຕົນໃນໄລຍະຜ່ານມາ ແລະ ໄດ້ປະຕິບັດໂທດມາແລ້ວສອງສ່ວນສາມ, ບໍ່ເປັນຜູ້ກະທໍາຜິດທີ່ບໍ່ເຂັດຫຼາບ ແລະ ບໍ່ແມ່ນຜູ້ຖືກລົງໂທດປະຫານຊີວິດ ແລ້ວປ່ຽນມາເປັນໂທດຕັດອິດສະຫຼະພາບແຕ່ຢ່າງໃດ.

ຜ່ານການພິຈາລະນາຂອງຄະນະສານອາຍາ ຢ່າງລະອຽດທີ່ຖ້ວນແລ້ວ, ເຫັນດີປ່ອຍພວກນັກໂທດຈໍານວນ 79 ຄົນ ນັບແຕ່ວັນທີ 11 ພຶດສະພາ 2018 ເປັນຕົ້ນໄປ ທີ່ເຫັນວ່າມີເງື່ອນໄຂຄົບຖ້ວນໃນການປ່ອຍຕົວກ່ອນກໍານົດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 52 ຂອງກົດໝາຍອາຍາ ສະບັບປັບປຸງປີ 2005. ແຕ່ສານວາງເງື່ອນໄຂໃຫ້ພວກນັກໂທດປະຕິບັດດັ່ງນີ້: ພາຍໃນກໍານົດ 5 ປີ, ນັບແຕ່ມື້ຖືກປ່ອຍຕົວໄປ, ຖ້າຫາກພວກນັກໂທດບໍ່ໄປກະທໍາຜິດໃໝ່ ໂທດທີ່ຍັງເຫຼືອກໍຈະຕົກໄປ, ແຕ່ຖ້າຫາກໄປກະທໍາຜິດໃໝ່ ຈະໄດ້ປະຕິບັດໂທດທີ່ຍັງເຫຼືອ ລວມທັງໂທດໃໝ່ທີ່ກໍ່ຂຶ້ນອີກ.