ສະຫະພັນແມ່ຍິງ ກົມຕຳຫຼວດຄຸມຂັງ-ດັດສ້າງ (515) ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄນລະ 3 ປີ ແລະ ວາງທິດທາງແຜນການໃນ 3 ປີຕໍ່ໜ້າ, ຂຶ້ນໃນວັນທີ 11 ພຶດສະພາ 2018, ໂດຍການເປັນປະທານຂອງ ພັທ ນາງ ບົວໄຂ ເປມີໄຊ ປະທານສະຫະພັນແມ່ຍິງ ກົມຕຳຫຼວດຄຸມຂັງ-ດັດສ້າງ, ເຂົ້າຮ່ວມໂດຍ ພັທ ພັດສະດີ ນວນອາສາ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ, ມີຄະນະແມ່ຍິງ, ຊະມາຊິກແມ່ຍິງບັນດາຄ້າຍຊຳເຄ້, ຄ້າຍໂພນຕ້ອງ, ຄ້າຍໂພນເງິນ ແລະ ຄ້າຍສາຍນ້ຳງື່ມ ເຂົ້າຮ່ວມ.

ພັທ ນາງ ອ່ອນສີ ສີລາວົງ ຮອງປະທານສະຫະພັນແມ່ຍິງ ກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງກົມຕຳຫຼວດຄຸມຂັງ-ດັດສ້າງ ໃນໄລຍະ 3 ປີຜ່ານມາວ່າ: ໃນໄລຍະ 3 ປີຜ່ານມາ (2015-2017), ສະຫະພັນແມ່ຍິງກົມຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ເຄື່ອນໄຫວພາຍໃຕ້ການນໍາພາໂດຍກົງ-ຮອບດ້ານ ຂອງຄະນະພັກກົມຕຳຫຼວດຄຸມຂັງ-ດັດສ້າງ, ມີພາລະບົດບາດເປັນເສນາທິການໃຫ້ສະຫະພັນແມ່ຍິງກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະພັກກົມໃນການສຶກສາອົບຮົມ, ເຕົ້າໂຮມຄວາມສະມັກຄີ, ປຸກລະດົມພະນັກງານ-ນັກຮົບ, ແມ່ຍິງປະຕິບັດໜ້າທີ່, ເປັນຕົວແທນແຫ່ງການປົກປ້ອງສິດຜົນປະໂຫຍດອັນຊອບທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ ຕິດພັນກັບທາດແທ້ມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບ. ປັດຈຸບັນລວມມີ 5 ໜ່ວຍຂຶ້ນກັບ, ມີສະມາຊິກແມ່ຍິງທັງໝົດ 111 ຄົນ, ໄດ້ມີການກຳນົດເອົາຂໍ້ແຂ່ງຂັນ 3 ດີ ແມ່ຍິງລາວໄດ້ຮັບຮອງເອົາກອງປະຊຸມໃຫຍ່ ຄັ້ງທີ VI ຂອງຜູ້ແທນແມ່ຍິງລາວທົ່ວປະເທດເຂົ້າມາພັດທະນາກົມກອງໃນໄລຍະປີ 2015-2017. ໄລຍະ 3 ປີຜ່ານມານີ້, ສະຫະພັນແມ່ຍິງກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ຄົ້ນຄ້ວາຜັນຂະຫຍາຍບົດແນະນຳຂອງສະຫະພັນແມ່ຍິງກະຊວງ, ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ 3 ດີ ໃຫ້ສະມາຊິກແມ່ຍິງທົ່ວກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ນຳພາເອື້ອຍ-ນ້ອງສ້າງຂະບວນການອອກແຮງງານ, ແຂ່ງຂັນກິລາ, ສີລະປະວັນນະຄະດີ, ເຊື່ອມຊຶມເອກະສານມູນເຊື້ອຂອງວັນສຳຄັນຕ່າງໆຂອງຊາດ ກໍຄືກຳລັງປ້ອງກັນຄວາມສະຫງົບ ແລະ ຂອງສະຫະພັນແມ່ຍິງ ໄດ້ເອົາໃຈໃສ່ລົງເລິກໃກ້ຊິດຕິດແທດແມ່ຍິງແຕ່ລະໜ່ວຍ ເພື່ອຕິດຕາມກວດກາວຽກງານຮອບດ້ານ, ຕີລາຄາແບ່ງປະເພດສະມາຊິກແມ່ຍິງໃນ 3 ປີຜ່ານມາ, ໄດ້ມີຜູ້ເຂົ້າຮ່ວນແຂ່ງຂັນແມ່ຍິງ 3 ດີ ສາມາດຄັດເລືອກພົນລະເມືອງດີໄດ້ 39 ຄົນ ເທົ່າກັບ 100%, ພັດທະນາດີ 35 ຄົນ ເທົ່າກັບ 89,74%, ຄອບຄົວດີ 36 ຄົນ ເທົ່າກັບ 92,30%, ແມ່ຍິງ 3 ດີ ປະເພດ I ມີ 33 ຄົນ ເທົ່າກັບ 84,61%, ປະເພດ II ມີ 5 ຄົນ ເທົ່າກັບ 12,82%, ປະເພດ III ມີ 1 ຄົນ ເທົ່າກັບ 2,56%. ໃນນີ້, ສະມາຊິກແມ່ຍິງກົມຫຼວດຄຸມຂັງ-ດັດສ້າງ ໄດ້ຮັບໃບຍ້ອງຍໍຈາກປະທານສະຫະພັນແມ່ຍິງກະຊວງປ້ອງກັນຄວາມສະຫງົບ ຈຳນວນ 33 ສະຫາຍ ແລະ ໃບຊົມເຊີຍ 5 ສະຫາຍ.

ໃນກອງປະຊຸມ, ພັທ ພັດສະດີ ນວນອາສາ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ 3 ປີຜ່ານມາ, ທີ່ສະຫະພັນແມ່ຍິງກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ເອົາໃຈໃສ່ລົງເລິກໃກ້ສິດຕິດແທດກຳແໜ້ນການຈັດຕັ້ງແມ່ຍິງໃຫ້ສູງ, ສຶກສາອົບຮົມສະມາຊິກແມ່ຍິງທົ່ວກົມ ໃຫ້ມີຄວາມຮັບຜິດຊອບສູງ ແລະ ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ, ອະນຸລັກວັດທະນາທຳຮີດຄອງປະເພນີລາວ, ປະຕິບັດຖືກຕ້ອງຕາມລະບຽບລັກການ, ປຸກລະດົມໃຫ້ເອື້ອຍ-ນ້ອງແມ່ຍິງມີການບຸກບືນຕື່ນຕົວປະຕິບັດຕໍ່ໜ້າທີ່ວຽກງງານວິຊາສະເພາະຂອງຕົນໃຫ້ດີຂຶ້ນໄປເທື່ອລະກ້າວ.