ຫ້ອງແຖວເຮັດໃຫ້ບໍລິການໃຫ້ຄົນເຊົ່າ ກໍເປັນອີກຊ່ອງວ່າງໜຶ່ງທີ່ຄົນບໍ່ດີເລືອກກໍ່ເຫດງັດເຂົ້າໄປຄົ້ນເອົາເຄື່ອງຂອງ ມີຄ່າໃນເວລາເຈົ້າຂອງບ່ໍຢູ່; ເຊິ່ງໄລຍະຜ່ານມາ, ມີຫຼາຍໆຫ້ອງຖືກຄົນຮ້າຍກໍ່ເຫດລັກສະນະນີ້, ເຊິ່ງສ້າງຄວາມເສຍ ຫາຍຈໍານວນຫຼາຍ. ຢ່າງໃດກໍຕາມ, ຜູ້ເປັນເຈົ້າຂອງຫ້ອງແຖວ ກໍຄວນມີລະບົບຮັກສາຄວາມປອດໄພ ເຊັ່ນ: ກ້ອງ ວົງຈອນປິດ ຫຼື ມີຄົນເຝົ້າຢາມ ເພື່ອປົກປ້ອງ ຊັບສິນຜູ້ທີ່ມາໃຊ້ບໍລິການໃຫ້ມີຄວາມປອດໄພຈາກເຫດການຮ້າຍ ເກີດຂຶ້ນ.
ດັ່ງຄະດີໃນວັນທີ 7 ເມສາ 2018, ເຈົ້າຂອງຫ້ອງເຊົ່າຢູ່ບ້ານໄຊມຸງຄຸນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ເມືອງ ນາຊາຍທອງ ພ້ອມດ້ວຍຫຼັກຖານຈາກກ້ອງວົງຈອນປິດບັນທຶກພາບ ຄົນຮ້າຍ 2 ຄົນ ກໍ່ເຫດງັດຫ້ອງເຊົ່າ ແລ້ວມີເຄື່ອງມີຄ່າເສຍຫາຍມູນຄ່າຫຼາຍລ້ານກີບ. ຈາກເຫດການດັ່ງກ່າວ, ເຈົ້າໜ້າທີ່ສາມາດຕິດຕາມຈັບຕົວໄດ້ 4 ວັນຕໍ່ມາ ສາລະພາບວ່າຍ້ອນຕິດຫຼິ້ນການພະນັນ ແລະ ເສບຢາບ້າ.
ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນວັນທີ 7 ເມສາ 2018. ຈາກນັ້ນ, ໄດ້ກວດກາຂໍ້ມູນຫຼັກຖານຈາກກ້ອງວົງຈອນປິດທີ່ຢູ່ໃກ້ຄຽງບັນທຶກພາບຄົນຮ້າຍໄວ້ຢ່າງ ຊັດເຈນ ແລ້ວຈັດກໍາລັງວິຊາສະເພາະຕິດຕາມຈັບຕົວ. ຜ່ານການຕິດຕາມຮອດວັນທີ 11 ເມສາ 2018, ຈຶ່ງສາ ມາດຈັບຄົນຮ້າຍໄດ້ທັງສອງຄົນ ຊື່ທ້າວ ບຸນຍັງ ຫຼື ຈ່ອຍ ອາຍຸ 35 ປີ ແລະ ທ້າວ ວິສິດ ຫຼື ຍາວ ອາຍຸ 28 ປີ ທັງ ສອງຢູ່ບ້ານໜອງແຕ່ງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ຜ່ານການສອບສວນພວກກ່ຽວໃຫ້ການສາລະພາບວ່າ: ກ່ອນລົງມືກໍ່ເຫດງັດຫ້ອງເຊົ່າຄັ້ງນີ້ ຍ້ອນມີຄວາມຕ້ອງການ ເງິນໄປຊື້ຢາບ້າມາເສບ ແລະ ຕິດຫຼິ້ນການພະນັນ, ຫຼິ້ນເກມອອນລາຍມື້ເກີດເຫດ ໃນວັນທີ 7 ເມສາ 2018 ເວລາ ປະມານ 10:00 ໂມງ ໄດ້ພາກັນຍ່າງເລາະໄປຕາມເສັ້ນທາງເຂດບ້ານໜອງແຕ່ງ ຫາບ້ານໜອງບຶກ ໃນລະຫວ່າງ ນັ້ນ ເຫັນຫ້ອງແຖວຫ້ອງໜຶ່ງມີເຄື່ອງອຸປະກອນແປງແອວາງຢູ່ນອກ ແຕ່ຫ້ອງໃສ່ກຸນແຈບ່ໍມີຄົນຢູ່ ຈຶ່ງພາກັນງັດ ຫ້ອງ ແລ້ວເຂົ້າໄປລັກເອົາເຄື່ອງມີຄ່າ. ໃນນັ້ນ, ມີໂນ໊ດບຸກ 1 ເຄື່ອງ, ໂທລະສັບ 2 ເຄື່ອງ, ໂມງໃສ່ແຂນ ຈຳນວນ 3 ໜ່ວຍ, ສາຍໄຟ ຈຳນວນ 11 ກໍ້ ແລະ ຈໍຄອມພິວເຕີທີ່ບັນທຶກພາບຈາກກ້ອງວົງຈອນປິດ 1 ເຄື່ອງ. ຈາກນັ້ນ, ໄດ້ ເອົາເຄື່ອງດັ່ງກ່າວໄປຂາຍໂດຍຂາຍຄອມ ໂນ໊ດບຸກໃຫ້ກັບ ທ້າວ ອ່ອນສີ ອາຍຸ 27 ຢູ່ບ້ານດົງກະເລົາ ເມືອງສີໂຄດຕະ ບອງ ໃນລາຄາ 400.000 ກີບ, ສາຍ ໄຟຟ້າ ຈໍານວນ 11 ກໍ້ ໃຫ້ກັບຮ້ານຂາຍ ເຄື່ອງໄຟຟ້າຢູ່ບ້ານດົງນາໂຊກ ເມືອງ ສີໂຄດຕະບອງ ຈຳນວນ 440.000 ກີບ, ຂາຍຈໍຄອມພິວເຕີໃຫ້ກັບຮ້ານສ້ອມແປງໂທລະພາບຢູ່ບ້ານທົ່ງປົ່ງ ເມືອງ ສີໂຄດ ຕະບອງ ລາຄາ 100.000 ກີບ ສ່ວນໂທລະສັບແມ່ນເອົາໄປຈຳເອົາເງິນນຳ ທ້າວ ສັກດາ ຢູ່ບ້ານໜອງແຕ່ງ ໃຕ້ ຈຳ ນວນ 200.000 ກີບ ລວມທັງໝົດ ໄດ້ເງິນຈຳນວນ 1.140.000 ກີບ ແລ້ວ ແບ່ງປັນກັນ. ຈາກນັ້ນ,  ກໍ ພາກັນໄປຫຼິ້ນເກມ ແລະ ຊື້ຢາບ້າມາເສບໝົດ, ມາວັນ ທີ 11 ເມສາ 2018 ຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງນາຊາຍ ທອງ ນະຄອນຫຼວງ ວຽງຈັນ ຈັບຕົວຢູ່ເຮືອນ.