ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ II ຂຶ້ນໃນອາທິດທີ່ຜ່ານມາ, ໂດຍການເປັນປະທານຂອງ ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຄະນະພັກ, ຄະນະຫ້ອງຕະຫຼອດຮອດສະມາຊິກພັກ ເຂົ້າຮ່ວມ 100 ກວ່າສະຫາຍ.

ພັທ ຄຳພອນ ສີກຸມພົນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວນຳພາວຽກງານປ້ອງກັນຄວາມສະຫງົບ ຂອງ ຄະນະພັກ ປກສ ແຂວງຄຳມ່ວນ ປະຈຳປີ 2017 ແລະ ແຜນການປີ 2018 ວ່າ: ຄະນະພັກ ປກສ ແຂວງ ຍາມໃດກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບດ້ວຍຫຼາຍຮູບແບບ, ຫຼາຍວິທີການເປັນປະຈຳ ແລະ ເນື່ອງນິດລຽນຕິດ ເຊັ່ນ: ໄດ້ຮໍ່າຮຽນແນວທາງນະໂຍບາຍ, ມະຕິຄຳສັ່ງຕ່າງໆຂອງພັກ, ລະບຽບກົດໝາຍຂອງລັດ, ຮ່ໍາຮຽນເອົາຄຸນສົມບັດສິນທຳປະຕິວັດຂອງບັນດາທ່ານຜູ້ນຳ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມເລົ່າມູນເຊຶ້ອວັນສໍາຄັນຕ່າງໆຂອງພັກ-ຂອງຊາດຢ່າງຈິງຈັງ ແລະ ເລິກເຊິງທົ່ວເຖິງ; ຜ່ານການຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ-ຄຳສັ່ງ, ລະບຽບກົດໝາຍ, ເລົ່າມູນເຊື້ອປາຖະກະຖາວັນສຳຄັນຕ່າງໆຂອງຊາດ, ຂອງພັກໄດ້ 6 ຄັ້ງ, ມີ 21 ເອກະສານ, ມີຜູ້ເຂົ້າຮ່ວມ 829 ຄົນ ຍິງ 140 ຄົນ, ສະມາຊິກ 588 ສະຫາຍ ຍິງ 90 ສະຫາຍ ລົງເກັບກຳຂ່າວ, ຖ່າຍພາບຂ່າວໄດ້ 219 ຄັ້ງ, ຂຽນຂ່າວ, ສົ່ງຂ່າວໃຫ້ວິທະຍຸ ແລະ ໂທລະພາບແຂວງຄຳມ່ວນ, ໜັງສືພິມຄວາມສະຫງົບ ຄະນະບັນນາທິການ ປກສ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ 252 ຂ່າວ.

1 ປີຜ່ານມາ, ມີຄະດີເກີດຂຶ້ນທັງໝົດ 321 ເລື່ອງ, ຜູ້ຖືກຫາ 483 ຄົນ ຍິງ 51 ຄົນ, (ຖ້າທຽບໃສ່ປີ 2016 ທີ່ຜ່ານມາ ເພີ່ມຂຶ້ນ 63 ເລື່ອງ, ແກ້ໄຂສໍາເລັດ 258 ເລື່ອງ), ສະຫຼຸບສົ່ງໄອຍະການ ແຂວງ 115 ເລື່ອງ, ສຶກສາອົບຮົມດັດສ້າງ 103 ເລື່ອງ, ກຳລັງດຳເນີນ 63 ເລື່ອງ, ຜົນເສຍຫາຍມີ: ຄຳຮູບປະພັນ 5 ກິໂລກຼາມ ມູນຄ່າ 7.500.000 ບາດ, ເງິນກີບ 5.250.008.652 ກີບ, ຄະດີລັກຊັບພົນລະເມືອງລົດຈັກ 7 ຄັນ ແກ້ໄຂສໍາເລັດ.

ຈັດຕັ້ງປະຕິບັດໂຄງການຄຸ້ມຄອງການສັນຈອນ, ຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນຫຼວງ ແລະ ໂຄງການສະກັດກັ້ນ ແລະ ຕ້ານອັກຄີໄພ ເປັນຕົ້ນແມ່ນໄດ້ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ, ການປ້ອງກັນອັກຄີໄພຕ່າງໆຢູ່ບັນດາກຸ່ມບ້ານ, ໂຮງຮຽນ, ບໍລິສັດ, ສຳນັກງານ-ອົງການຢ່າງຕັ້ງໜ້າ ແລະ ກວ້າງຂວາງ; ໃນນີ້, ມີຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 143 ຄັ້ງ, ພາຫະນະເປ່ເພ 212 ຄັນ, ແກ້ໄຂແລ້ວ 137 ເລື່ອງ ກຳລັງດຳເນິນ 6 ເລື່ອງ, ມີອັກຄີໄພເກີດຂຶ້ນທັງໝົດ 8 ຄັ້ງ, ເຮືອນຖືກໄໝ້ 6 ຫຼັງ, ລົດ 2 ຄັນ ມີມູນຄ່າຄວາມເສຍຫາຍປະມານ 15.000.000.000 ກີບ.

ໃນຕໍ່ໜ້າ, ຄະນະພັກ ປກສ ແຂວງ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ແຂວງຄຳມ່ວນ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ປກສ ແຂວງ ໃຫ້ປະກົດຜົນເປັນຈິງ, ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນ 4 ແຜນງານ 41 ໂຄງການ ທີ່ກະຊວງປ້ອງກັນຄວາມສະຫງົບວາງອອກໃຫ້ສຳເລັດຕາມຄາດໝາຍທີ່ກຳນົດໄວ້, ສືບຕໍ່ຊີ້ນຳ-ນຳພາເຫຼົ່າຮົບວິຊາສະເພາະ ເຮັດໜ້າທີ່ປ້ອງກັນຄວາມສະຫງົບທາງດ້ານການເມືອງ-ສັງຄົມ ໃຫ້ມີປະສິດທິຜົນສູງ ແລະ ມີຜົນສຳເລັດເຮັດໃຫ້ແຂວງຄຳມ່ວນ ມີຄວາມສະຫງົບ-ປອດໄພດີ.