ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ ປະຈຳປີ 2017 ໃນວັນທີ 8 ພຶດສະພາ 2018, ໂດຍການເປັນປະທານຂອງ ພັອ ໜູດີ ມີໄຊຍະລາດ ຮອງເລຂາຄະນະບໍລິຫານງານພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ມີບັນດາເລຂາ-ຮອງເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ກົມພັກ, ກົມກວດກາ, ພະແນກພັກຫ້ອງການເມືອງ ເຂົ້າຮ່ວມຈໍານວນ 23 ສະຫາຍ.

ພັທ ສີທອນ ພິມສີວົງ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກ່າວວ່າ: ເພື່ອປະຕິບັດຕາມແຈ້ງການສະບັບເລກທີ 1034/ກມປສ, ລົງວັນທີ 19 ເມສາ 2018 ຂອງກົມໃຫຍ່ການເມືອງ ກະຊວງ ປກສ; ກ່ຽວກັບການລົງກວດກາຢູ່ບັນດາກົມກອງອ້ອມຂ້າງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຕິດຕາມ, ຊຸກຍູ້ຂະບວນການກໍ່ສ້າງກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາຮອບດ້ານ ປະຈໍາປີ 2017. ໃນຊຸມປີຜ່ານມາ, ການກໍ່ສ້າງກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ ຄະນະພັກກົມໃຫຍ່ ໄດ້ເອົາໃຈໃສ່ນໍາພາເຊື່ອມຊຶມກົດລະບຽບ ຂອງພັກສະໄໝທີ X ຢ່າງກວ້າງຂວາງ-ທົ່ວເຖິງ, ນໍາພາປະຕິບັດຫຼັກການລວມສູນປະຊາທິປະໄຕ ຕົກລົງວຽກງານເປັນໝູ່ຄະນະ, ມອບໝາຍໜ້າທີ່ລະອຽດໃຫ້ແຕ່ລະສະຫາຍຮັບຜິດຊອບຢ່າງຈະແຈ້ງ, ນໍາພາວຽກງານຄຸ້ມຄອງນໍາໃຊ້ເງິນສະຕິພັກຖືກຕ້ອງຕາມລະບຽບພັກ, ກໍ່ສ້າງ ແລະ ຂະຫຍາຍພັກຖືກຕ້ອງຕາມຂໍ້ກໍານົດຂອງຄະນະພັກກະຊວງວາງອອກ ໂດຍມອບໃຫ້ໜ່ວຍພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ເປັນໃຈກາງໃນການກໍ່ສ້າງພັກໃຫ້ມີຄຸນນະພາບ, ນໍາພາຄະນະກວດກາພັກເຄື່ອນໄຫວຕາມພາລະບົດບາດຢ່າງຕັ້ງໜ້າ, ສ້າງໃຫ້ມີນິຕິກໍາບ່ອນອີງໃນການເຄື່ອນໄຫວວຽກງານກວດກາເປັນແຕ່ລະໄລຍະ. ຜ່ານການນຳພາມາຮອດປີ 2017 ທົ່ວອົງຄະນະພັກກົມໃຫຍ່ພະລາທິການ ມີ 1 ຄະນະພັກຮາກຖານ, ມີ 11 ໜ່ວຍພັກຮາກຖານ ແລະ ມີ 4 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ; ຜ່ານການຕີລາຄາ ສາມາດຮັບຮອງໄດ້ເປັນກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ 9 ໜ່ວຍ ແລະ ມີ 1 ໜ່ວຍພັກໄດ້ຮັບນາມມະຍົດ ເປັນກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ 5 ປີຊ້ອນ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານຂອງໜ່ວຍພັກຮາກຖານ ຫ້ອງການກົມໃຫຍ່ ທີ່ໄດ້ຮັບນາມມະຍົດເປັນກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ 5 ປີຊ້ອນ ແລະ ການລາຍງານຂອງໜ່ວຍພັກທີ່ບໍ່ທັນໄດ້ຮັບ ນາມມະຍົດເປັນກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ ໂດຍການແລກປ່ຽນບົດຮຽນເຊິ່ງກັນແລະກັນ ລະຫວ່າງຄະນະລົງກວດກາ, ຕິດຕາມຊຸກຍູ້ຈາກກະຊວງ ປກສ ກັບບັນດາໜ່ວຍພັກ ເພື່ອພ້ອມກັນຖອດຖອນບົດຮຽນເສີມຂະຫຍາຍຢ່າງຕັ້ງໜ້າ ແລະ ປັບປຸງດ້ານທີ່ຍັງຄົງຄ້າງຕໍ່ການສ້າງກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານໃນນັ້ນຕໍ່ໄປ.

ໃນໂອກາດນີ້, ພັອ ໜູດີ ມີໄຊຍະລາດ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານອັນໃຫຍ່ຫຼວງຂອງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບແຕ່ລະສະຫາຍ ໄດ້ປະຕິບັດໜ້າທີ່ດ້ວຍຄວາມຈົງຮັກພັກດີ, ມີຄວາມຮັບຜິດຊອບ ແລະ ມີນໍ້າໃຈເສຍສະລະອັນສູງສົ່ງ, ເປັນເຈົ້າການປະກອບສ່ວນເຂົ້າໃນການກໍ່ສ້າງກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ ແລະ ເສີມຂະຫຍາຍມູນເຊື້ອໃຫ້ກວ້າງຂວາງໃນຊຸມປີຕໍ່ໜ້າ.