ໃນວັນທີ 9 ພຶດສະພາ 2018 ຜ່ານມາ, ຫ້ອງວ່າການປົກຄອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການລົງກໍ່ສ້າງຮາກຖານການເມືອງ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ພູວຽງ ແກ້ວວົງວິຈິດ ເຈົ້າເມືອງໆສີໂຄດຕະບອງ, ເຂົ້າຮ່ວມໂດຍ ພົຈວ ປອ ຄໍາມ້າວ ຫຼ້າຈັນເພັດ ຮອງຫົວໜ້າກົມໃຫຍ່ສັນຕິບານ, ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງສີໂຄດຕະບອງ, ມີຫົວໜ້າ, ຄະນະກອງຮ້ອຍ 2 ພ້ອມດວ້ຍພະນັກງານກໍ່ສ້າງຮາກຖານປະຈໍາເມືອງສີໂຄດຕະບອງ ເຂົ້າຮວ່ມ.

ພັທ ຄໍາສິງ ນາມມຸນຕີ ຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ, ທັງເປັນຫົວໜ້າກອງຮ້ອຍ 2 ໄດ້ຂຶ້ນຜ່ານບົດສະຫຼຸບຖອດຖອນບົດຮຽນວຽກງານລົງກໍ່ສ້າງຮາກຖາກການເມືອງໃນ ໄລຍະທົດລອງຢູ່ບ້ານຈັນສະຫວ່າງ; ເຊິ່ງໃນນັ້ນ, ຄະນະພັກ-ຄະນະບັນຊາກອງຮ້ອຍ 2 ໄດ້ສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ບັນດາຮາກຖານພັກ, ອໍານາດການປົກຄອງບ້ານທຸກຂັ້ນ, ລວມເຖິງພໍ່-ແມ່ປະຊາຊົນໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ-ລັດ ແລະ ການຈັດຕັ້ງ, ປຸກລະດົມຈິດໃຈເປັນເຈົ້າການ, ມີສະຕິຕື່ນຕົວປະກອບສ່ວນເຂົ້າໃນວຽກງານລວມ ເປັນຕົ້ນແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໄດ້ເປັນເຈົ້າການຊ່ວຍອໍານາດການປົກຄອງບ້ານເກັບກໍາລາຍລະອຽດສະພາບເໜັງຕີງຂອງພົນລະເມືອງພາຍໃນບ້ານ ເຊັ່ນ: ຈໍານວນພົນລະເມືອງທີ່ຂຶ້ນສໍາມະໂນຄົວ ແລະ ບໍ່ໄດ້ຂຶ້ນສໍາມະໂນຄົວ ເພື່ອໃຫ້ເຂົາເຈົ້າມີທິດທາງ, ວິທີການຄຸ້ມຄອງພົນລະເມືອງຂອງຕົນໃນຕໍ່ໜ້າ. ພ້ອມນັ້ນ, ຍັງໄດ້ຊ່ວຍອໍານາດການປົກຄອງບ້ານ ສຶກສາອົບຮົມກຸ່ມເປົ້າໝາຍປະເພດຕ່າງໆ ຈໍານວນ 93 ຄົນ ຍິງ 26 ຄົນ, ເຊິ່ງເປັນການປະກອບສ່ວນເຂົ້າໃນວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນບ້ານໃຫ້ຫຼຸດໜ້ອຍຖອຍລົງ ແລະ ເປັນລະບຽບຮຽບຮ້ອຍ.

ທ່ານ ນາງ ພູວຽງແກ້ວ ວົງວິຈິດ ເຈົ້າເມືອງໆສີໂຄດຕະບອງ ກໍໄດ້ຍ້ອງຍໍຊົມເຊີຍຜົນງານທີ່ກອງຮ້ອຍ 2 ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານເນັ້ນໜັກໃຫ້ກໍາລັງກໍ່ສ້າງຮາກຖານ ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານກໍ່ສ້າງຮາກຖານ ກໍຄືຮັບຜິດຊອບຕໍ່ສະພາບຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມໃນປະຈຸບັນ, ການລົງເກັບກໍາຂໍ້ມູນຕ້ອງບັນທຶກໃຫ້ລະອຽດ, ຖືກຕ້ອງ ແລະ ຊັດເຈນ, ພ້ອມທັງສະຫຼຸບສັງລວມໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມລະບົບສະຖິຕິທີ່ກໍານົດ, ຕ້ອງສົມທົບລະຫວ່າງການກໍາສະພາບຂໍ້ມູນຕ່າງໆຢູ່ພາຍໃນບ້ານກັບການແກ້ໄຂຕົວຈິງຢ່າງມີໝາກຜົນ, ເຕົ້າໂຮມປະຊາຊົນ ແລະ ປຸກລະດົມເຂົ້າຮ່ວມໃນວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນບ້ານຢ່າງເຂັ້ມແຂງ.