ກະຊວງ ປກສ ໄດ້ຈັດກອງປະຊຸມວາງແຜນປ້ອງກັນຄະນະຜູ້ແທນຂັ້ນສູງ ກະຊວງສັນຕິບານແຫ່ງ ສປ ຈີນ ທີ່ມາເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 12-16 ພຶດສະພາ 2018 ໃນທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງ ພົຈວ ບຸນມີ ແສງຄໍາຢອງ ຄະນະພັກກະຊວງ ຫົວໜ້າກົມໃຫຍ່ສັນຕິບານ, ທັງເປັນຫົວໜ້າອະນຸກໍາມະການປ້ອງກັນຄວາມສະຫງົບ, ມີຕາງໜ້າຈາກກົມກອງອ້ອມຂ້າງກະຊວງ ແລະ ກອງບັນຊາການເຂົ້າຮ່ວມ.

ການຈັດກອງປະຊຸມດັ່ງກ່າວ, ຄະນະຮັບຜິດຊອບໄດ້ມີການວາງແຜນຈັດກໍາລັງລົງປະຈໍາແຕ່ລະຈຸດປ້ອງກັນ, ຈັດກໍາລັງອອກກວດກາລາດຕະເວນຕາມເສັ້ນທາງທີ່ມີການເຄື່ອນໄຫວຂອງແຂກ, ຈັດກໍາລັງປ້ອງກັນຕາມສາຍທາງ ແລະ ບັນດາຈຸດຫຼ່ໍແຫຼມ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມຮັບປະກັນທາງດ້ານຄວາມສະຫງົບ; ພ້ອມນີ້, ກໍເພື່ອຮັບປະກັນໃຫ້ແກ່ການກະກຽມ, ການດໍາເນີນການປ້ອງກັນຢູ່ນະຄອນຫຼວງວຽງຈັນ ແລະ ຂອບເຂດທົ່ວປະເທດໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ເວົ້າລວມ, ເວົ້າສະເພາະແມ່ນຮັບປະກັນໃຫ້ແກ່ຄະນະຜູ້ແທນຂັ້ນສູງກະຊວງສັນຕິບານແຫ່ງ ສປ ຈີນ ທີ່ມາເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຄັ້ງນີ້ໃຫ້ມີຄວາມປອດໄພ 100% ເພື່ອເປັນການຢັ້ງຢືນອີກເທື່ອໜຶ່ງເຖິງຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ທັງເປັນການສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ສ້າງຄວາມເຊື່ອໝັ້ນຕໍ່ກໍາລັງປະກອບອາວຸດຂອງກໍາລັງປ້ອງກັນຄວາມສະຫງົບໃນເວທີສາກົນ; ໃນກອງປະຊຸມ, ຄະນະອະນຸກໍາມະການປ້ອງກັນ ໄດ້ຜັດປ່ຽນກັນປະກອບຄໍາເຫັນ ແລະ ປຶກສາຫາລືຮ່ວມກັນ ເພື່ອກະກຽມໃຫ້ແກ່ການຕ້ອນຮັບ ແລະ ການເດີນທາງຄັ້ງນີ້ຂອງຄະນະນໍາຂັ້ນສູງຂອງກະຊວງສັນຕິບານແຫ່ງ ສປ ຈີນ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ພົຈວ ບຸນມີ ແສງຄໍາຢອງ ໄດ້ໃຫ້ທິດຊີ້ນໍາຄະນະຮັບຜິດຊອບ ແລະ ຄະນະອະນຸກໍາມະການປ້ອງກັນ ຈົ່ງນໍາເອົາເນື້ອໃນກອງປະຊຸມໄປຈັດຕັ້ງຜັນຂະຫຍາຍໃຫ້ມີປະສິດທິຜົນສູງ, ແບ່ງໜ້າທີ່ຄວາມຮັບຜິດຊອບຕາມຄວາມເໝາະສົມ, ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ-ປອດໄພໃນທຸກດ້ານ.