ກົມໂຍທາທິການທາງນໍ້າ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມເຊັນ ສັນຍາຈົດໝາຍສະແດງເຈດ ຈໍານົງ ເພື່ອສືບຕໍ່ໂຄງການກໍ່ສ້າງທາງນໍ້າລາວ-ແຟຼນເດີ ໃນປີ 2018-2020 ລະຫວ່າງກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ລັດແຟຼນເດີ ແຫ່ງຣາຊະອານະຈັກແບນຊິກ ລະຫວ່າງວັນ ທີ 13-14 ພຶດສະພາ 2018; ຝ່າຍລາວໂດຍທ່ານ ມັດ ສູນມາລາ ຜູ້ຊ່ວຍລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຄະນະ ແລະ ຝ່າຍຣາຊະອານາຈັກແບນຊິກໂດຍທ່ານ ຟີລິບ ໂບແລຼດ (Filip BOELAERT) ເລຂາທິ ການໃຫຍ່ ກະຊວງ ຍທຂ ລັດແຟຼນເດີ.

ທ່ານ ມັດ ສູນມາລາ ກ່າວວ່າ: ໂຄງການກໍ່ສ້າງທາງນ້ຳລາວ-ແຟຼນເດີ ເລີ່ມແຕ່ປີ 2001 ເຖິງປັດຈຸບັນ ຄື: ກະຊວງ ຍທຂ ແຫ່ງ ສປປ ລາວ ຈະຊ່ວຍບັນດາບໍລິສັດລັດແຟຼນເດີ ໂດຍອໍານວຍຄວາມສະດວກໃນການຮ່ວມມືຕາມ     ຄວາມເໝາະສົມກັບບໍລິສັດລາວ, ມີການແລກປ່ຽນເອກະສານ ແລະ ການວາງສະແດງວັດຖຸອຸປະກອນກ່ຽວກັບ ການຂົນສົ່ງທາງນໍ້າ ແລະ ທ່າເຮືອ ເພື່ອສົ່ງເສີມໃຫ້ບໍລິສັດລາວ ແລະ ການຈັດຕັ້ງທັງສອງຝ່າຍ ສາມາດປະກອບ ສ່ວນ ຕາມໜ້າທີ່ສະເພາະ ໂດຍຜ່ານການສົ່ງເສີມດ້ານເຕັກໂນໂລຊີ ແລະ ຄວາມຮູ້ຂອງລັດແຟຼນເດີ, ການຮ່ວມມື ກັບຄູ່ຄ້າໃນ ສປປ ລາວ ພ້ອມທັງໂຄສະນາສິນຄ້າ ແລະ ເຕັກໂນໂລຊີ ຂອງລັດແຟຼນເດີ ໃຫ້ຮັບຮູ້ກ່ຽວກັບການປະ ມູນຈັດຊື້ລະດັບສາກົນທັງໝົດທີ່ກ່ຽວຂ້ອງກັບວິຊາສະເພາະທີ່ພົວພັນເຖິງບົດບັນທຶກສະບັບນີ້.

ການຈັດກອງປະຊຸມ, ນອກຈາກຈະສະໜອງທາງດ້ານເອກະສານ ແລະ ຂໍ້ມູນຂ່າວສານ ເພື່ອປະເມີນຄວາມເປັນ ໄປໄດ້ໃນການສ້າງຫຼັກສູດການຝຶກອົບຮົມພາຍໃຕ້ຫົວຂໍ້ ຄື: ຊ່ວຍເຫຼືອໃນການສ້າງຫຼັກສູດ ແລະ ຄູຝຶກສໍາລັບ ນາຍທ່າເຮືອ-ລູກເຮືອ ເພື່ອອອກໃບຢັ້ງຢືນຢ່າງຖືກຕ້ອງສອດຄ່ອງ ແລະ ການພັດທະນາຖານຂໍ້ມູນ ແລະ ເກັບກໍາຂໍ້ມູນທີ່ກ່ຽວຂ້ອງກັບສະຕິການຂົນສົ່ງ, ທ່າເຮືອ, ຕາຝັ່ງເຈື່ອນ ແລະ ການຄຸ້ມຄອງຄວາມສ່ຽງຕໍ່ໄພນໍ້າຖ້ວມ.