ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ປະຈໍາປີ 2017 ໃຫ້ໜ່ວຍພັກສະຫະພັນນັກຮົບເກົ່າ ເປັນຄັ້ງທີ 11 ໃນວັນທີ 11 ພຶດສະພາ 2017, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທ່ຽງ ຂຸນສີ ຄະນະປະຈໍາພັກ ປະທານແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີບັນດາພະນັກງານສະຫະພັນນັກຮົບເກົ່ານະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນທອນ ໄຂສົງຄາມ ເລຂາໜ່ວຍພັກຄະນະບໍລິຫານງານສະຫະພັນນັກຮົບເກົ່າ ນະຄອນຫຼວງວຽງຈັນ (ນວ) ໄດ້ກ່າວວ່າ: ພາຍໃນໜ່ວຍພັກມີພະນັກງານລັດຖະກອນ 16 ສະຫາຍ ຍິງ 7 ສະຫາຍ ມີສະມະຊິກພັກ 10 ສະຫາຍ ຍິງ 5 ສະຫາຍ. ໃນໄລຍະຜ່ານມາ, ໄດ້ເອົາໃຈໃສ່ນໍາພາສະມະຊິກພັກປະຕິບັດລະຽບຂອງພັກ, ລະບອບການຮ່ວມຊີວິດການເມືອງ; ໃນນັ້ນ, ຖືເອົາລະບອບການສໍາຫຼວດກວດກາຕໍານິສົ່ງຂ່າວເຊິ່ງກັນແລະກັນ ພ້ອມທັງນໍາພາຮ່ວມຊີວິດພະນັກງານ-ລັດຖະກອນ, ມີການປະເມີນຜົນຕາມຂໍ້ແຂ່ງຂັນຮັກຊາດ-ຮັກພັດທະນາໃນແຕ່ລະໄລຍະຢ່າງຕໍ່ເນື່ອງ. ຄະນະພັກ, ເອົາໃຈໃສ່ວຽກງານສຶກສາອົບຮົມປັບປຸງກໍສ້າງພັກ-ພະນັກງານ ເປັນບັນຫາສໍາຄັນ ໂດຍປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກ.

ຜ່ານການຈັດແບ່ງປະເພດສະມະຊິພັກ ແລະ ໜ່ວຍພັກ ປະຈໍປີ 2017, ສາມາດຈັດປະເພດໄດ້ສະມະຊິກພັກປະເພດແຂງ ມີ 8 ສະຫາຍ ຍິງ 2 ສະຫາຍ, ສໍາລັບໜ່ວຍພັກມາດຖານ 1 ສະເລ່ຍ 98%, ມາດຖານສອງສະເລ່ຍ 98%. ຕອນທ້າຍ, ໄດ້ມີພິທີມອບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ປະຈໍາປີ 2017, ຕາງໜ້າມອບໂດຍ ທ່ານ ບຸນທ່ຽງ ຂຸນສີ.