ໜຶ່ງໃນສ່ວນປະກອບຂອງຢາສູບທີ່ເປັນອັນຕະລາຍຕໍ່ສຸຂະພາບ ນັ້ນກໍຄືສານນິໂຄດໄນ; ເຊິ່ງຫຼາຍຄົນອາດຈະຮູ້ດີ ເລື່ອງຜົນກະທົບທີ່ເປັນອັນຕະລາຍຕໍ່ຮ່າງກາຍຂອງຄົນເຮົາ ເພາະວ່າຄວັນຢາສູບນັ້ນມີສານນິໂຄດໄນ ເປັນໄພອັນຕະ ລາຍຕໍ່ປອດ, ການສູບຢາ ຈຶ່ງເປັນສິ່ງອັນຕະລາຍບໍ່ດີຕໍ່ຮ່າງກາຍຂອງຄົນເຮົາ. ເຖິງແມ່ນວ່າບາງຄົນບໍ່ໄດ້ສູບຢາ ແຕ່ຕ້ອງຢູ່ໃກ້ກັບຄົນທີ່ສູບຢາຕະຫຼອດເວລາ, ຄົນຜູ້ນັ້ນກໍຈະໄດ້ຮັບອັນຕະລາຍຫຼາຍກວ່າຜູ້ທີ່ສູບອີກ; ເຊິ່ງທຸກຄົນກໍ ຮູ້ດີວ່າ ປອດຂອງຄົນເຮົາເວລາທີ່ສູດດົມຄວັນຢາສູບເຂົ້າໄປ.

ຈະມີຜົນກະທົບຮ້າຍແຮງຕາມມາ; ດັ່ງນັ້ນ, ມື້ນີ້ຮູ້ໄວ້ໄດ້ປະໂຫຍດມີວິທີການຊ່ວຍຂັບສານພິດທີ່ເປັນອັນຕະລາຍ ຄື: ສານນີໂຄຕິນໃຫ້ອອກຈາກຮ່າງກາຍ ໂດຍສະເພາະປອດ, ເຊິ່ງລາຍລະອຽດມີດັ່ງລຸ່ມນີ້.

– ສ່ວນປະສົມ:

  1. ຂີງ 1 ຫົວນ້ອຍ;
  2. ຜົງຂີ້ໝິ້ນ 2 ບ່ວງແກງ;
  3. ນ້ຳ 1 ລິດ;
  4. ກະທຽມ 400 ກຼາມ;
  5. ນ້ຳຕານຊາຍແດງ 400 ກຼາມ.

– ວິທີເຮັດ:

  1. ໃຫ້ນຳຫົວກະທຽມ ແລະ ຂີງມາຊອຍ ໃຫ້ເປັນຕ່ອນນ້ອຍໆ;
  2. ເອົານ້ຳໃສ່ໝໍ້ຕົ້ມໃຫ້ຮ້ອນ;
  3. ໃສ່ນ້ຳຕານຊາຍລົງໄປ ແລ້ວຕົ້ມໃຫ້ຟົດ ຈົນນ້ຳຕານລະລາຍ;
  4. ໃສ່ຂີງ, ກະທຽມ ແລະ ຜົງຂີ້ມິ້ນທີ່ກຽມ ໄວ້ລົງໃນໝໍ້ ແລ້ວຄົນໃຫ້ເຂົ້າກັນ;
  5. ຕົ້ມຈົນຟົດ ແລ້ວໃຫ້ມອດໄຟ ເພື່ອປະໄວ້ໃຫ້ນ້ຳນັ້ນເຢັນ. ຈາກນັ້ນ, ຈຶ່ງນຳມາຖອກໃສ່ຂວດໄວ້ດື່ມ.

– ວິທີດື່ມ:

  1. ໃຫ້ດື່ມນ້ຳຕົ້ມນັ້ນ 2 ບ່ວງແກງຕໍ່ມື້ ຄື: ຕອນເຊົ້າ-ແລງ ດື່ມຕໍ່ເນື່ອງຢ່າງໜ້ອຍ 1 ອາທິດ, ປອດຂອງທ່ານກໍຈະເລີ່ມຖືກບຳບັດຈະສະອາດຂຶ້ນ.

ສຳລັບບັນດາຄຸນປະໂຫຍດຂອງສະໝຸນໄພທີ່ສຳຄັນໃນການຊ່ວຍບຳບັດ ຫຼື ປ້ອງກັນພະຍາດມະເຮັງປອດ ຈາກການສູບຢາມີດັ່ງລຸ່ມ ນີ້.

  1. ຂີ້ໝິ້ນ: ມີຄຸນປະໂຫຍດຊ່ວຍບຳລຸງປອດ, ຊ່ວຍເຮັດໃຫ້ປອດແຂງແຮງ, ປ້ອງກັນການເປັນພະຍາດມະເຮັງປອດ ແລະ ຊ່ວຍປ້ອງກັນພະຍາດພູມແພ້ ຫຼື ຫາຍໃຈບໍ່ສະດວກໄດ້.
  2. ຫົວກະທຽມ: ນັກວິທະຍາສາດຂອງປະເທດຈີນ ຄົ້ນພົບວ່າ: ຫົວກະທຽມ ຊ່ວຍປ້ອງກັນພະຍາດມະເຮັງປອດໄດ້ ໂດຍມີງານວິໄຈກວດສອບພົບວ່າ: ຄົນທີ່ບໍ່ສູບຢາແລ້ວກິນອາຫານທີ່ມີຫົວກະທຽມດິບເປັນສ່ວນປະກອບ ຫຼາຍໆມີຄວາມສ່ຽງຕໍ່ການເປັນພະຍາດມະເຮັງທີ່ປອດໜ້ອຍກວ່າຄົນທີ່ບໍ່ກິນເລີຍ 33%.

ການໃສ່ວັດຖຸດິບທັງສອງນີ້ລົງໃນອາຫານສາມາດຊ່ວຍຫຼຸດຜ່ອນອາການຫາຍໃຈບໍ່ສະດວກ ຫຼື ປອດຖືກທຳ ລາຍໃຫ້ດີຂຶ້ນເຖິງແມ່ນ ວ່າວິທີດັ່ງກ່າວຈະຊ່ວຍກຳຈັດສານນີໂຄຕິນອອກຈາກຮ່າງກາຍໄດ້. ແຕ່ການສູບຢາ ຫຼື ສູດດົມຄວັນຢາສູບຈາກຄົນອ້ອມຂ້າງ ກໍຍັງເປັນອັນຕະລາຍຕໍ່ສຸຂະພາບ. ດັ່ງນັ້ນ, ຫວັງວ່າທຸກຄົນຈະສາ ມາດເຊົາຢາສູບເພື່ອໃຫ້ມີສຸຂະພາບແຂງແຮງຂຶ້ນ  ແລະ ປັດສະຈາກໂລກໄພຕ່າງໆ.