ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ 2018 ໄດ້ຈັດຂຶ້ນວັນທີ 22-23 ສິງຫາ 2018 ເປັນປະທານໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ, ບັນດາກະຊວງ, ອົງການ, ເຈົ້າແຂວງ-ຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ໄດ້ເປັນເອກະພາບສູງ ແລະ ຕັດສິນໃຈ ພ້ອມກັນຈັດຕັ້ງປະຕິບັດ 7 ວຽກຈຸດສຸມ ໃນເດືອນກັນຍາ 2018 ໃຫ້ປະກົດຜົນເປັນຈິງ.

ບັນດາ 7 ວຽກຈຸດສຸມ ມີດັ່ງນີ້: 1 ໃຫ້ອົງການນໍາທຸກໆກະຊວງ, ອົງການທຽບເທົ່າກະຊວງ ແລະ ທຸກແຂວງ, ນະຄອນຫຼວງ ໃນທົ່ວປະເທດ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ການຈັດຕັ້ງປະຕິບັດຄຳສັ່ງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 06/ຄລສມ, ລົງວັນທີ 16 ສິງຫາ 2018 ກ່ຽວກັບ ການນໍາພາ-ຊີ້ນຳການປ້ອງກັນ ແລະ ຮັບມືໄພພິບັດທຳມະຊາດ ໃຫ້ເກີດດອກອອກຜົນເປັນຈິງ; ລັດຖະບານ ມອບໃຫ້ຄະນະສະເພາະກິດແກ້ໄຂໄພພິບັດລະດັບຊາດ ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ການຄຸ້ມຄອງ, ການບໍລິຫານ-ຈັດການແກ້ໄຂໄພພິບັດ, ຊ່ວຍເຫຼືອປະຊາຊົນ, ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ, ຄຸ້ມຄອງ-ນໍາໃຊ້ເຄື່ອງບັນເທົາທຸກ, ອຸປະກອນ ແລະ ງົບປະມານຢ່າງມີປະສິດທິພາບ, ປະສິດທິຜົນ, ທົ່ວເຖິງ ແລະ ໂປ່ງໃສ, ຖືກຕ້ອງຕາມຈິດໃຈຊີ້ນໍາຂອງ ກອງປະຊຸມລັດຖະບານສະໄໝວິສາມັນ ໃນຕົ້ນເດືອນສິງຫາ 2018 ກ່ຽວກັບ ການແກ້ໄຂໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື.

2. ໃຫ້ຂະແໜງການ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ວຽກງານຕິດຕາມກວດກາ, ແຈ້ງສະພາບດິນຟ້າອາກາດ ທີ່ຈະມີຜົນກະທົບຕໍ່ການດຳລົງຊີວິດ ແລະ ການຜະລິດ, ດຳເນີນທຸລະກິດ ແລະ ການບໍລິການຂອງສັງຄົມ ໃຫ້ທົ່ວເຖິງທັນເວລາໃຫ້ ຄະນະສະເພາະກິດເພື່ອປ້ອງກັນ ແລະ ຄຸ້ມຄອງໄພພິບັດແຫ່ງຊາດ ຕິດຕາມສະພາບນ້ຳຖ້ວມ ແລະ ຢູ່ໃນທ່າກຽມພ້ອມ ເມື່ອມີສະພາບນ້ຳຖ້ວມເກີດຂຶ້ນຢູ່ບ່ອນໃດ ກໍໃຫ້ຮີບຮ້ອນປະສານກັບພາກສ່ວນກ່ຽວຂ້ອງ ຊ່ວຍເຫຼືອປະຊາຊົນໃຫ້ມີຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນ, ທັງວາງແຜນຟື້ນຟູພາຍຫຼັງນ້ຳຖ້ວມໄດ້ຫຼຸດລົງ ເພື່ອໃຫ້ສະພາບກັບຄືນສູ່ປົກກະຕິໂດຍໄວ.

3. ໃຫ້ບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການ ແລະ ຮັບຜິດຊອບຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 12/ນຍ ລົງວັນທີ 23 ສິງຫາ 2018 ຂອງ ນາຍົກລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນ, ເຊິ່ງຄໍາສັ່ງດັ່ງກ່າວໄດ້ລະບຸລະອຽດເຖິງຄວາມຮັບຜິດຊອບຂອງ ບັນດາຂະແໜງການສູນກາງ.

4. ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນເຈົ້າການປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ພາກສ່ວນກ່ຽວຂ້ອງ ຕິດຕາມການເຜີຍແຜ່ ແລະ ໂຄສະນາຜ່ານສື່ສັງຄົມອອນລາຍທີ່ຂັດກັບດໍາລັດ ວ່າດ້ວຍ ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ (ສະບັບເລກທີ 327/ລບ ລົງວັນທີ 16 ກັນຍາ 2014) ເພື່ອແກ້ໄຂໃຫ້ທັນເວລາ.

5. ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ໃນໄລຍະທີ່ມີນໍ້າຖ້ວມຢູ່ໃນຂອບເຂດທົ່ວປະເທດ ເປັນຕົ້ນແມ່ນ ເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

6. ໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມຄວາມພ້ອມໃນການເປີດສົກຮຽນໃໝ່ ເພື່ອຮັບປະກັນບໍ່ໃຫ້ມີສະພາບຫຍໍ້ທໍ້ ແລະ ຫາງສຽງກ່ຽວກັບການສອບເສັງ ແລະ ຄັດເລືອກນັກຮຽນເຂົ້າຮຽນຕໍ່ຢູ່ບັນດາສະຖາບັນການສຶກສາຕ່າງໆໃນຂອບເຂດທົ່ວປະເທດ ໃຫ້ຖືກຕ້ອງໂປ່ງໃສ.

7. ໃຫ້ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງ ເປັນເຈົ້າການກະກຽມບັນດາຮ່າງກົດໝາຍ ແລະ ເອກະສານທີ່ຈະລາຍງານຕໍ່ ກອງປະຊຸມສະພາແຫ່ງຊາດສະໄໝສາມັນ ເທື່ອທີ 6 ໃຫ້ມີເນື້ອໃນຮອບຄອບຮັດກຸມ ແລະ ມີຄວາມເປັນເອກະພາບ ເພື່ອກຽມລາຍງານ ແລະ ອະທິບາຍຊີ້ແຈງຕໍ່ສະພາແຫ່ງຊາດ ດ້ວຍຄວາມຮັບຜິດຊອບ ແລະ ຄຸນນະພາບສູງ.

ນອກນັ້ນ, ກອງປະຊຸມ ຍັງໄດ້ສັງເກດຕີລາຄາການຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນເດືອນສິງຫາ 2018 ຜ່ານມາ, ໂດຍສະພາະ ແມ່ນລັດຖະບານໄດ້ຕິດຕາມຢ່າງຈົດຈໍ່, ຊີ້ນໍາຢ່າງໃກ້ຊິດ ແລະ ລະດົມທຸກກໍາລັງແຮງທົ່ວສັງຄົມ ໃນການແກ້ໄຂບັນຫາໄພພິບັດຢູ່ແຂວງອັດຕະປື ໂດຍສະເພາະເມືອງສະໜາມໄຊ ແລະ ຕ້ານໄພນໍ້າຖ້ວມ ໃນຂອບເຂດທົ່ວປະເທດ; ພ້ອມກັນນີ້, ໄດ້ສືບຕໍ່ເອົາໃຈໃສ່ວຽກງານພັດທະນາເສດຖະກິດ-ສັງຄົມ, ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເຮັດໃຫ້ສະພາບໂດຍລວມເປັນປົກກະຕິຢ່າງຕໍ່ເນື່ອງ.