ສປປ ລາວ ຮ່ວມກັບ ສປ ຈີນ ໄດ້ພ້ອມກັນເປີດປີທ່ອງທ່ຽວລາວ-ຈີນ2019 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 25 ມັງກອນ 2019, ເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ລູຊູ ຊານ ລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ, ມີຄະນະລັດຖະມົນຕີບັນດາກະຊວງ, ແຂກຮັບເຊີນ ແລະ ມວນຊົນຊາວຄອນຫຼວງວຽງຈັນ ເຂົ້າຮ່ວມ.
ທ່ານ ສອນໄຊ ສີພັນດອນ ໄດ້ກ່າວເປີດປີທ່ອງທ່ຽວລາວ-ຈີນ 2019 ວ່າ:
ພັກ ແລະ ລັດຖະບານຂອງ ສປປ ລາວ ແລະ ສປ ຈີນ ໄດ້ມີສາຍພົວພັນຮ່ວມມືກັນຢ່າງສະໜິດແໜ້ນໃນຫຼາຍດ້ານ ໂດຍສະເພາະແມ່ນດ້ານການທ່ອງທ່ຽວລາວ-ຈີນ ໄດ້ມີການຂະຫຍາຍຕົວ ນັບມື້ນັບແຂງແຮງຂຶ້ນ, ມີເສັ້ນທາງເຊື່ອມຈອດກັນທັງທາງບົກ ແລະ ທາງອາກາດເຮັດໃຫ້ປະຊາຊົນສອງຊາດໄດ້ມີການໄປ-ມາຫາສູ່ກັນຢ່າງສະດວກ, ເຮັດໃຫ້ຕົວເລກນັກທ່ອງທ່ຽວຈີນເຂົ້າມາທ່ຽວລາວ ນັບມື້ນັບຫຼາຍຂຶ້ນ ສະແດງໃຫ້ເຫັນສະຖິຕິນັກທ່ອງທ່ຽວຈາກ 199.857 ຄົນ ໃນປີ 2012 ເປັນ 799.929 ຄົນໃນປີ 2018 ແລະ ຄາດວ່າ ຈໍານວນນັກທ່ອງທ່ຽວຈີນ ທີ່ເຂົ້າມາທ່ຽວລາວ ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຕໍ່ໜ້າ;
ເຊິ່ງໃນປີຜ່ານມາ ສປປ ລາວ ກໍໄດ້ເປີດປີທ່ອງທ່ຽວລາວ 2018 ຂຶ້ນ ເພື່ອສົ່ງເສີມການທ່ອງທ່ຽວລາວໃຫ້ເປັນຂະບວນຟົດຟື້ນ ໂດຍຈັດໃຫ້ມີຫຼາຍຮູບແບບກິດຈະກໍາໃນທົ່ວປະເທດ ເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ຽວລາວໃຫ້ຫຼາຍຂຶ້ນ.
ພ້ອມນີ້, ກໍເພື່ອເປັນການເພີ່ມສິ່ງອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວ, ລັດຖະບານໄດ້ເນັ້ນການພັດທະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ເພື່ອປະກອບສ່ວນເຂົ້າໃນການລົບລ້າງຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ນັບມື້ຍິ່ງເຂັ້ມແຂງຂຶ້ນ;
ພິເສດ ປີ 2019 ຈຶ່ງໄດ້ພ້ອມກັນຈັດຕັ້ງ ເປີດປີທ່ອງທ່ຽວ ລາວ-ຈີນ ຂຶ້ນ ໂດຍເຫັນດີເປັນເອກະພາບຂອງຜູ້ນໍາສອງປະເທດ ລາວ-ຈີນ ເພື່ອສົ່ງເສີມໃຫ້ນັກທ່ອງທ່ຽວຈີນເຂົ້າທ່ຽວລາວໃຫ້ຫຼາຍຂຶ້ນ, ພ້ອມກັນນັ້ນ ກໍໃຫ້ນັກທ່ອງທ່ຽວລາວ ໄດ້ມີໂອກາດໄປທ່ຽວຈີນຫຼາຍຂຶ້ນເຊັ່ນດຽວກັນ.
ໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເຊີນຊວນພໍ່-ແມ່ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມການຜະລິດ, ການສະໜອງ ແລະ ການບໍລິການຕ່າງໆ ຮ່ວມກັນເປັນເຈົ້າພາບທີ່ດີໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໃຫ້ນັກທ່ອງທ່ຽວຈາກ ສປ ຈີນ ແລະ ຕ່າງປະເທດມາທ່ຽວລາວ ດ້ວຍຄວາມເບີກບານມ່ວນຊື່ນ ແລະ ສະບາຍໃຈຄືກັບຢູ່ບ້ານເມືອງຂອງເພິ່ນເອງ.
ໃນພິທີດັ່ງກ່າວ, ຍັງໄດ້ຮັບຊົມການສາຍວິດີໂອໂຄສະນາການສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ ຂອງ ສປປ ລາວ ແລະ ສປ ຈີນ, ຊົມການສະແດງສິລະປະ ແລະ ຮ້ອງເພງຈາກນັກສິລະປະທັງສອງປະເທດຕື່ມອີກ.