ສານປະຊາຊົນສູງສຸດ ຮ່ວມກັບ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ( ລຸກຊໍາບວກ ) ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານ ຜູ້ຊ່ວຍຜູ້ພິພາກສາ ເພື່ອສ້າງໃຫ້ຜູ້ຊ່ວຍຜູ້ພິພາກສາ ໄດ້ຮັບຮູ້ວຽກງານວິຊາສະເພາະ ກ່ຽວກັບການດຳເນີນຄະດີ ໃນວັນທີ 11 ກຸມພາ 2019 ໂດຍການເປັນປະທານຂອງ ທ່ານ ຄໍາພາ ແສງດາຣາ ຮອງປະທານສານປະຊາຊົນສູງສຸດ, ມີນັກສໍາມະນາກອນ ຈໍານວນ 90 ທ່ານ ທີ່ແມ່ນຜູ້ຊ່ວຍຜູ້ພິພາກສາ ມາຈາກສານປະຊາຊົນສູງສຸດ, ສານພາກ, ສານທະຫານ, ສານເຂດ ແລະ ສານແຂວງ ໃນຂອບເຂດທົ່ວປະເທດ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
![](https://www.lsecuritynews.com/wp-content/uploads/2019/02/DSC_6572-1024x547.jpg)
ທ່ານ ນາງ ສຸກສະຫວາດ ບຸນມາແສງ ວ່າການຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ກ່າວວ່າ:
ການຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອເຮັດໃຫ້ວິຊາການກົດໝາຍຂອງສານປະຊາຊົນ ໄດ້ຮຽນຮູ້ເຖິງຂັ້ນຕອນ ແລະ ວິທີການໃນການດຳເນີນຄະດີຂອງ ຜູ້ຊ່ວຍຜູ້ພິພາກສາ; ຮັບປະກັນການປະຕິບັດໜ້າທີ່ຂອງ ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີປະສິດທິພາບສູງ, ມີຫຼັກການ, ມີຈັນຍາທໍາ ແລະ ເປັນທີ່ຍອມຮັບຂອງຄູ່ຄວາມ
ກໍຄື ປະຊາຊົນ ທັງເຮັດໃຫ້ ຜູ້ພິພາກສາ ກຳໄດ້ເຖິງສິດ ແລະ ໜ້າທີ່ຂອງຕົນ ໃນການປະຕິບັດໜ້າທີ່ວຽກງານ ເພື່ອກ້າວໄປເປັນຜູ້ພິພາກສາທີ່ມີຄຸນນະພາບ, ມີຄວາມສາມາດ ແລະ ມີທັດສະນະການເມືອງທີ່ໜັກແໜ້ນ.
![](https://www.lsecuritynews.com/wp-content/uploads/2019/02/DSC_6563-1024x887.jpg)
ຫຼັກສູດການຝຶກອົບຮົມ ຜູ້ຊ່ວຍຜູ້ພິພາກສາ ປະກອບດ້ວຍ 3 ພາກ ຄື:
- ພາກທິດສະດີ ໄດ້ຮຽນຮູ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ແລະ ຈັນຍາບັນ-ຈັນຍາທໍາຂອງ ຜູ້ຊ່ວຍຜູ້ພິພາກສາ.
- ພາກທິດສະດີວິຊາການ ຈະໄດ້ຄົ້ນຄວ້າຮ່ຳຮຽນສໍານວນຄະດີ, ການເອົາຄໍາໃຫ້ການ, ການຊັ່ງຊາຕີລາຄາຫຼັກຖານ, ການໄກ່ເກ່ຍ, ການສະຫຼຸບລາຍການກອງປະຊຸມວິຊາການ ແລະ ການຂຽນຄຳຕັດສິນ.
- ພາກປະຕິບັດຕົວຈິງ ນັກສໍາມະນາກອນຈະໄດ້ຝຶກຫັດກ່ຽວກັບ ການຄົ້ນຄວ້າສໍານວນຄະດີແພ່ງ-ອາຍາ, ສະຫຼຸບລາຍງານຄະດີ ແລະ ການຂຽນຄໍາຕັດສິນ.
ໃນນັ້ນ, ຫຼັກສູດທີ່ຈະເນັ້ນໜັກເປັນພິເສດ ແມ່ນການຄົ້ນຄວ້າສໍານວນຄະດີ ແລະ ການຂຽນຄໍາຕັດສິນ, ສໍາລັບການຝຶກອົບຮົມ ຈະດຳເນີນໄປເປັນ ເວລາ 20 ວັນຈຶ່ງສໍາເລັດ.
![](https://www.lsecuritynews.com/wp-content/uploads/2019/02/DSC_6549-1024x921.jpg)
ໃນໂອກາດດັ່ງກ່າວ, ທ່ານ ຄໍາພາ ແສງດາຣາ ໄດ້ກ່າວວ່າ:
ຜູ້ຊ່ວຍຜູ້ພິພາກສາ ເປັນບຸກຄົນໜຶ່ງທີ່ມີບົດບາດສໍາຄັນ ໃນຂະບວນການພິຈາລະນາຕັດສິນຄະດີຂອງສານ.
ດັ່ງນັ້ນ, ຜູ້ທີ່ຈະເປັນ ຜູ້ຊ່ວຍຜູ້ພິພາກສາ ໄດ້ຕ້ອງມີຄວາມຮູ້ທາງດ້ານກົດໝາຍທີ່ແນ່ນອນ, ມີຄວາມຊໍານິ-ຊໍານານໃນການຄົ້ນຄວ້າຄະດີ, ການນໍາໃຊ້ກົດໝາຍ ແລະ ທັກສະໃນການປະຕິບັດຕົວຈິງ ຢູ່ໃນແຕ່ລະຂັ້ນຕອນຂອງການດຳເນີນຄະດີ.
ນອກຈາກຄວາມຮູ້ທາງດ້ານວິຊາການແລ້ວ ຜູ້ຊ່ວຍຜູ້ພິພາກສາ ຕ້ອງໄດ້ຜ່ານການຝຶກຝົນຫຼ່ໍຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາ ແລະ ຜ່ານການທົດສອບຕົວຈິງທາງດ້ານວິຊາສະເພາະ.
![](https://www.lsecuritynews.com/wp-content/uploads/2019/02/DSC_6551-1024x512.jpg)
ສະນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມໃນຊຸດອົບຮົມ ຕ້ອງມີຈຸດຢືນ, ຫຼັກໝັ້ນ ແລະ ມີອຸດົມການ ເພື່ອພ້ອມກັນສ້າງ ແລະ ພັດທະນາລະບົບປະຊາຊົນ ກໍຄື ອົງການຕຸລາການ ໃຫ້ມີຄວາມເຊື່ອຖື ແລະ ໄວ້ເນື້ອເຊື່ອໃຈຈາກປະຊາຊົນ.