ປັດຈຸບັນ, ສະພາບສັດນໍ້າ-ສັດປ່າໃນ ສປປ ລາວ ໂດຍສະເພາະສັດຫວງຫ້າມ ແລະ ສັດຄຸ້ມຄອງ ມີທ່າອ່ຽງຫຼຸດລົງຢ່າງໜ້າເປັນຫ່ວງ ຍ້ອນມີການລ່າແບບດັບສູນ, ຄຽງຄູ່ກັນນີ້ ລະບົບນິເວດທາງທໍາມະຊາດຈໍານວນບໍ່ໜ້ອຍຖືກທໍາລາຍ ຈຶ່ງເຮັດໃຫ້ສູນເສຍຄວາມສົມດູນ, ຖ້າບໍ່ມີການປົກປັກ ແລະ ມີແຜນຄຸ້ມຄອງຢ່າງຊັດເຈນ ເຊິ່ງໃນຫຼາຍສິບປີຂ້າງໜ້າ ສັດທີ່ຫາຍາກກໍອາດຈະມີຄວາມສ່ຽງທີ່ຈະສູນພັນກໍເປັນໄປໄດ້.

ການປ່ອຍສັດປ່າບາງສ່ວນກັບຄືນສູ່ທຳມະຊາດ
ການປ່ອຍສັດປ່າບາງສ່ວນກັບຄືນສູ່ທຳມະຊາດ

ສັດນໍ້າ, ສັດປ່າ ເປັນອາຫານຫຼັກຂອງປະຊາຊົນລາວບັນດາເຜົ່າ ແຕ່ມາເຖິງປັດຈຸບັນສັດຈໍານວນດັ່ງກ່າວໄດ້ຫຼຸດລົງຢ່າງໜ້າເປັນຫ່ວງ ຍ້ອນຄວາມຕ້ອງການຂອງຜູ້ບໍລິໂພກນັບມື້ສູງຂຶ້ນ ສວນທາງກັບດ້ານຈໍານວນການຂະຫຍາຍພັນຂອງສັດນໍ້າ, ສັດປ່າຍັງບໍ່ຕອບສະໜອງຄວາມຕ້ອງການໄດ້, ບັນຫາໜຶ່ງທີ່ບໍ່ຄວນເບິ່ງຂ້າມ ຍ້ອນມະນຸດໄດ້ມີການຕັດໄມ້ທໍາລາຍປ່າຢ່າງຊະຊາຍ ແລະ ຕັດແບບບໍ່ມີຈຸດສຸມ, ເຮັດໃຫ້ປ່າຕົ້ນໄມ້ ແລະ ຄວາມອຸດົມສົມບູນຂອງທໍາມະຊາດຖືກທໍາລາຍ ຈຶ່ງເກີດສູນເສຍຄວາມສົມດູນທາງລະບົບນິ ເວດຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານສົ່ງຜົນກະທົບເຖິງການຈະເລີນ ແລະ ຂະຫຍາຍພັນຂອງສັດ. ນອກນີ້, ການດັກຈັບສັດມາເປັນອາຫານໄດ້ມີການພັດທະນາຫັນມານໍາໃຊ້ເຄື່ອງມືທີ່ທັນສະໄໝມີການຈັບໄດ້ຫຼາຍຂຶ້ນກວ່າເກົ່າ ເຮັດໃຫ້ການລອດເຫຼືອໄປສູ່ການຂະຫຍາຍພັນໜ້ອຍລົງ.

ກຽມນຳສັດປ່າໄປປ່ອຍຄືນສູ່ທຳມະຊາດ
ກຽມນຳສັດປ່າໄປປ່ອຍຄືນສູ່ທຳມະຊາດ

ສໍາລັບສັດປ່າໃນປັດຈຸບັນນີ້ ຈໍານວນໜຶ່ງກໍໃກ້ສູນພັນ ຫຼື ສູນພັນໄປແລ້ວກໍມີ, ນອກຈາກລ່າສັດມາເປັນອາຫານແລ້ວ ກໍມີຄວາມເຊື່ອໃນທາງທີ່ຜິດ ເຊັ່ນ: ຍັງນິຍົມນໍາອະໄວຍະວະ ແລະ ຊິ້ນສ່ວນຂອງສັດບາງປະເພດໄປປະກອບເປັນຢາປົວພະຍາດ, ເປັນຢາບໍາລຸງຮ່າງກາຍ ໂດຍສະເພາະສັດທີ່ຫາຍາກ ຈຶ່ງເກີດມີລາຄາແພງໃນຕະຫຼາດມືດ ເຊິ່ງເປັນແຮງຈູງໃຈໃນການລັກລອບລ່າ ແລະ ຄ້າຂາຍຢ່າງຜິດລະບຽບກົດໝາຍ ແລະອື່ນໆ. ສະນັ້ນ, ເຖິງເວລາແລ້ວທຸກພາກ ສ່ວນໃນສັງຄົມ ຈະຕ້ອງໄດ້ປະກອບສ່ວນໃນການລົນນະລົງ, ສະກັດກັ້ນ ແລະ ຕ້ານການນໍາໃຊ້ເຄື່ອງມືດັກຈັບ ແບບດັບສູນ ແລະ ການລັກລອບຄ້າຂາຍສັດປ່າທີ່ຫວງຫ້າມທີ່ຜິດຕໍ່ລະບຽບກົດໝາຍ ເພື່ອໃຫ້ຈໍານວນສັດນໍ້າ-ສັດປ່າຍັງຍືນຍັງຢູ່ຄຽງຄູ່ກັບຄົນລາວຕະຫຼອດໄປ.

ກຽມນຳສັດປ່າໄປປ່ອຍຄືນສູ່ທຳມະຊາດ

ຕໍ່ກັບບັນຫາດັ່ງກ່າວ, ທີ່ຜ່ານມາ ເຈົ້າໜ້າທີ່ໄດ້ສຸມໃສ່ໃນການຮິບໂຮມອາວຸດລ່າເນື້ອ, ເຄື່ອງຊ໋ອດໄຟຟ້າ ແລະ ເຄື່ອງມືອື່ນໆທີ່ຂະເປັນການດັກຈັບແບບສູນພັນ ບໍ່ໃຫ້ມານໍາໃຊ້ແຕ່ ກໍສາມາດສະກັດກັ້ນໄດ້ຈໍານວນເລັກໜ້ອຍເທົ່ານັ້ນ ແຕ່ໃນບາງເຂດຍັງມີການດໍາເນີນລ່າຢ່າງບໍ່ຢຸດຢັ້ງ ເພື່ອນໍາມາເປັນອາຫານ ແລະ ຄ້າຂາຍ, ຈາກສະພາບທີ່ກໍາລັງປະເຊີນໜ້າຢູ່ນີ້ ຖ້າບໍ່ມີ ການສະກັດກັ້ນແຕ່ຫົວທີອີກບໍ່ດົນສັດນໍ້າ-ສັດປ່າຫຼຸດຈໍານວນລົງໃນຫຼາຍສິບປີຂ້າງໜ້າໃນທີ່ສຸດກໍຈະສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງພໍ່-ແມ່ ປະຊາ ຊົນລາວບັນດາເຜົ່າ.

ໃນການປົກປັກຮັກສາ, ພັກ-ລັດໄດ້ກໍານົດເອົາວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປ່າ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ໂດຍມີຈຸດປະສົງປົກປັກຮັກສາ ແລະ ພັດທະນາສັດນໍ້າ-ສັດປ່າໃຫ້ອຸດົມສົມບູນ ທັງເປັນການປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫຼັງ ກໍຄືໃນທົ່ວສັງຄົມໃຫ້ຄວາມສໍາຄັນຂອງສັດນໍ້າ-ສັດປ່າ; ເຊິ່ງຖືເອົາການຄຸ້ມຄອງ, ກວດ ກາ, ພັດທະນາ ແລະ ຂະຫຍາຍພັນສັດນໍ້າ ແລະ ສັດປ່າແບບຍືນຍົງ ທັງເປັນການປົກປັກຮັກສາຊີວະນາໆພັນຂອງລະບົບວິເວດທໍາມະຊາດ, ນໍາໃຊ້ສັດນໍ້າ-ສັດປ່າຢ່າງມີປະສິດທິຜົນ, ຍືນຍົງ ແລະ ບໍ່ສົ່ງຜົນກະທົບທີ່ບໍ່ດີຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ, ປົກປັກຮັກສາອະນຸລັກພັນສັດ, ຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດນໍ້າ-ສັດປ່າ ເພື່ອຮັກສາຄວາມສົມດຸນຂອງລະບົບນິເວດທໍາມະຊາດຕະຫຼອດໄປ.

ສັດປ່າຫວງຫ້າມຈຳນວນໜຶ່ງ ຖືກວາງຂາຍຢູ່ບາງຕະຫຼາດ
ສັດປ່າຫວງຫ້າມຈຳນວນໜຶ່ງ ຖືກວາງຂາຍຢູ່ບາງຕະຫຼາດ

ນອກນີ້, ກໍໄດ້ເອົາໃຈໃສ່ຫ້າມບໍ່ໃຫ້ພໍ່-ແມ່ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ, ຫ້າມຈັບ, ຊື້, ຂາຍສັດນໍ້າ-ສັດປ່າປະເພດຫວງຫ້າມ ແລະ ສັດຄຸ້ມຄອງໃນທຸກລະດູການ, ຫ້າມນໍາເອົາສັດ ນໍ້າ-ສັດປ່າປະເພດຫວງຫ້າມທີ່ມີຊີວິດ, ຊາກ ແລະ ຊິ້ນສ່ວນ ແລະ ອະໄວຍະວະ ຕ່າງໆຂອງສັດອອກຈາກຖິ່ນທີ່ຢູ່ອາໄສ ຫຼື ແຫຼ່ງກໍາເນີດມາໄວ້ຄອບຄອງ ໂດຍບໍ່ໄດ້ຮັບອະນຸຍາດ; ຫ້າມລ່າສັດນໍ້າ-ສັດປ່າປະເພດທົ່ວໄປໃນສະຖານທີ່ຫວງຫ້າມ, ເຂດອະນຸລັກສັດໃນວັງສະຫງວນ ໂດຍສະເພາະໃນໄລຍະເຂົ້າພັນສາ, ຫ້າມບຸກລຸກທໍາລາຍເຂດອະນຸລັກພັນສັດ, ວັງສະຫງວນ, ຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດນໍ້າ-ສັດປ່າ ໂດຍທາງກົງ ແລະ ທາງອ້ອມ; ຫ້າມຫາປາໃນລະດູວາງໄຂ່ (ໃນໄລຍະເຂົ້າພັນສາ) ຢູ່ຕາມເຂດທີ່ປາຂຶ້ນວາງໄຂ່, ຫ້າມຕັນທາງເດີນຂອງປາຂຶ້ນຕາມຫ້ວຍ ແລະ ສາຍນໍ້າ ແລະອື່ີນໆ, ແຕ່ການຫວງຫ້າມດັ່ງກ່າວຈະມີ ປະສິດທິຜົນໄດ້ ກໍຂຶ້ນກັບອໍານາດການປົກຄອງບ້ານຕ້ອງໄດ້ເປັນເຈົ້າການກວດກາການຫາປາໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ.ພ້ອມນີ້, ພໍ່-ແມ່ປະຊາຊົນໃນການດັກຈັບສັດກໍໃຫ້ຢູ່ໃນປະລິມານທີ່ເໝາະສົມຄວນຄໍານຶງເຖິງຜົນກະທົບທີ່ຈະຕາມມາໃນອະນາຄົດ.

ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໆໄຊທານີ ນະຄອນຫຼວງວຽງຈັນ ໃຫ້ສໍາພາດໃນວັນທີ 12 ກໍລະກົດ 2019 ວ່າ:

ຜ່ານມາ ຕະຫຼາດຢູ່ເມືອງໄຊທານີ ໂດຍສະເພາະຕະຫຼາດດົງໝາກຄາຍ ແລະ ຕະຫຼາດຂຸດສາມບາດ ໄດ້ມີການລັກລອບຄ້າຂາຍສັດປ່າຢ່າງແພ່ຫຼາຍ, ແຕ່ມາເຖິງປັດຈຸບັນ ອໍານາດການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າໃຫ້ແມ່ຄ້າເຂົ້າໃຈ; ພ້ອມນັ້ນ, ໄດ້ລັດຕິດຕາມກວດການຄ້າຂາຍຕົວຈິງ ຖ້າພົບເຫັນມີການລັກລອບຄ້າຂາຍຢູ່ຕາມຕະຫຼາດ ໃນເບື້ອງຕົ້ນຈະຕັກເຕືອນ, ຖ້າຍັງພົບເຫັນແມ່ນຈະຢຶດສັດ ແລະ ປັບໝຕາມລະບຽບທີ່ກໍານົດໄວ້. ຜ່ານການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ເຫັນວ່າການຄ້າຂາຍສັດທີ່ຜິດລະບຽບກົດໝາຍແມ່ນຫຼຸດໜ້ອຍຖອຍລົງ ແລະ ຈະສືບຕໍ່ເຄື່ອນໄຫວກວດກາຕາມທ້ອງຕະຫຼາດເປົ້າໝາຍຢ່າງເປັນປະຈໍາ.