ອົດສະຕຣາລີ ປະເຊີນຄື້ນຄວາມເຢັນ ອາກຕິກ ບຼາສ ຮອບທີ 3 – ອຸນຫະພູມຫຼຸດເຫຼືອ 3 ອົງສາ

0
906

ສຳນັກຂ່າວ ເດລີເມວ ລາຍງານ ໃນວັນທີ 15 ກໍລະກົດ ທີ່ຜ່ານມາ ວ່າ: ທາງການອົດສະຕຣາລີ ປະກາດເຕືອນອັນຕະລາຍຈາກຄື້ນຄວາມເຢັນ ຫຼື ອາກຕິກ ບຼາສ ຮອບທີ 3 ທີ່ພັດຖະຫຼົ່ມ ສົ່ງຜົນໃຫ້ພື້ນທີ່ ເລີ່ມຕັ້ງແຕ່ ລັດນິວເຊົາເວວສ໌ ໄປຈົນເຖິງ ນະຄອນຫຼວງແຄນເບີຣາ ມີອຸນຫະພູມຫຼຸດລົງເຫຼືອ 3 ອົງສາເຊ.

ສຳນັກງານອຸຕຸນິຍົມວິທະຍາ ອົດສະຕຣາລີ ຫຼື ບີໂອເອັມ ລະບຸວ່າ:

ຄື້ນຄວາມເຢັນດັ່ງກ່າວ ເກີດຂຶ້ນພຽງ 24 ຊົ່ວໂມງ ຫຼັງການເກີດພາຍຸຫິມະ ແລະ ກະແສລົມຮຸນແຮງ ພັດຖະຫຼົ່ມທົ່ວປະເທດ.

ໂດຍຄື້ນຄວາມເຢັນ ຈະສົ່ງຜົນໃຫ້ສະພາບອາກາດໃນຫຼາຍພື້ນທີ່ ຍິ່ງໜາວເຢັນຫຼາຍຂຶ້ນໄປອີກ ເຊິ່ງໄດ້ແກ່: ພື້ນທີ່ແຖບອິວລາວາຣາ, ສະໂນວີ ເມົາເທນ, ມິດ ນອດ ໂຄສ, ຮັນເຕີ, ເຊົາ ໂຄສ, ເຊນໂທຣ ເຊເບິນແລນ ແລະ ເຊົາເທີນ ເທເບິນແລນ ເກືອບທັງໝົດຂອງລັດນິວເຊົາເວວສ໌; ສ່ວນອຸນຫະພູມນັ້ນ ຄາດວ່າຈະຫຼຸດລົງທົ່ວປະເທດ ໂດຍນະຄອນຫຼວງແຄນເບີາ ຄາດວ່າຈະຫຼຸດລົງເຫຼືອປະມານ 3 ອົງສາເຊ ຫຼື ຕໍ່າກວ່ານັ້ນອີກ.

ຂະນະທີ່ ອຸນຫະພູມສະເລ່ຍທົ່ວປະເທດ ຄາດວ່າ:

ຈະຫຼຸດຕໍ່າລົງເຫຼືອປະມານ 9-10 ອົງສາເຊ ເຊັ່ນ: ນະຄອນຊິດນີ, ເມວເບີນ, ບຣິສເບນ ແລະ ແອດີເລດ, ສ່ວນເມືອງດາວິນ ຂອງແຄວ້ນນອດເທີນແທຣິທໍຣີ ຈະເປັນພື້ນທີ່ທີ່ອົບອຸ່ນທີ່ສຸດ ມີອຸນຫະພູມສະເລ່ຍ ຄາດວ່າຢູ່ທີ່ 19 ອົງສາເຊ.

ທັ້ງນີ້, ປະກົດການ ອາກຕິກ ບຼາສ ທີ່ເກີດຂຶ້ນ ສົ່ງຜົນໃຫ້ການຄູົມມະນາຄົມທາງອາກາດ ປະສົບພາວະຍາກລຳບາກ, ມີຖ້ຽວບິນລ່າຊ້າ ແລະ ຕ້ອງຖືກຍົກເລີກຫຼາຍຮ້ອຍຖ້ຽວ ໃນສະໜາມບິນນະຄອນຊິດນີ ແລະ ທົ່ວປະເທດ; ສົ່ງຜົນໃຫ້ ທາງບີໂອເອັມ ແນະນຳວ່າ:

ຄວນຫຼີກລ່ຽງການເດີນທາງ ແລະ ລໍຖ້າໃຫ້ສະພາບອາກາດດີຂຶ້ນກວ່ານີ້ ເຊິ່ງຄາດວ່າຈະໃຊ້ເວລາ 1-2 ມື້ ກວ່າຈະເຂົ້າສູ່ສະພາວາປົກກະຕິ.