ຕຳຫຼວດຕໍ່ຕ້ານການກໍ່ການຮ້າຍຂອງອີຕາລີ ສາມາດຢຶດ ຂີປະນາວຸດ ລວມທັງອາວຸດຊະນິດອື່ນໆ ແລະ ໂຄສະນາຊວນເຊື່ອ ລັດທິນີໂອ-ນາຊີ
ຕຳຫຼວດຕໍ່ຕ້ານການກໍ່ການຮ້າຍຂອງອີຕາລີ ສາມາດຢຶດ ຂີປະນາວຸດ ລວມທັງອາວຸດຊະນິດອື່ນໆ ແລະ ໂຄສະນາຊວນເຊື່ອ ລັດທິນີໂອ-ນາຊີ

ສຳນັກຂ່າວ BBC ລາຍງານ ໃນວັນທີ 15 ກໍລະກົດ ທີ່ຜ່ານມາ ວ່າ: ຕຳຫຼວດຕໍ່ຕ້ານການກໍ່ການຮ້າຍຂອງອີຕາລີ ສາມາດຢຶດ ຂີປະນາວຸດ ລວມທັງອາວຸດຊະນິດອື່ນໆ ແລະ ໂຄສະນາຊວນເຊື່ອ ລັດທິນີໂອ-ນາຊີ ລະຫວ່າງ ການເຂົ້າປາບປາມ ກຸ່ມແນວຄິດຂວາຈັດ ໃນຫຼາຍເມືອງທາງເໜືອຂອງປະເທດ.

ກອງກຳລັງຕຳຫຼວດພິເສດ ໃນເມືອງຕູຣິນ ນຳພາປະຕິບັດການຈູ່ໂຈມໃນຄັ້ງນີ້ ພ້ອມດ້ວຍຕຳຫຼວດໃນຫຼາຍເມືອງ ເຊັ່ນ: ມິລານ, ຟໍລີ, ວາເຣເຊ ແລະ ໂນວາຣາ, ສາມາດຈັບກຸມຜູ້ຖືກສົງໄສໄດ້ 3 ຄົນ ໃນຈຳນວນນີ້ 2 ຄົນ ຖືກຈັບໃກ້ສະໜາມບິນ ໃນເມືອງຟໍລີ.

ມິສຊາຍ ( Missile ) ຄື ຈະຫຼວດນຳວິຖີ
ມິສຊາຍ ( Missile ) ຄື ຈະຫຼວດນຳວິຖີ

ສື່ອີຕາລີ ລະບຸ ຊື່ຜູ້ຖືກຈັບກຸມ 3 ຄົນ ໄດ້ແກ່:

ທ້າວ ຟາບິໂອ ເດວ ແຢຈິໂອໂລ ອາຍຸ 50 ປີ ເປັນ ອະດີດເຈົ້າໜ້າທີ່ພາສີອາກອນ ອີຕາລີ ແລະ ນັກເຄື່ອນໄຫວພັກການເມືອງຂວາຈັດ ພັກຟໍຊາ ໂນອູວາ, ທ້າວ ອາເລສຊັນໂດຣ ມອນຕີ ອາຍຸ 42 ປີ ພົນລະເມືອງສະວິດ ແລະ ທ້າວ ຟາບິໂອ ແບນາດີ ອາຍຸ 51 ປີ ພົນລະເມືອງອີຕາລີ, ສ່ວນຂີປະນາວຸດ ມີລາຍງານວ່າ ເປັນຂອງ ກາຕາ.

ສື່ອີຕາລີ ລາຍງານອີກວ່າ: ການຈູ່ໂຈມໃນຄັ້ງນີ້ ເປັນສ່ວນຂອງການສອບສວນ ກຸ່ມແນວຄິດຂວາຈັດຂອງອີຕາລີ ທີ່ໃຫ້ການຊ່ວຍເຫຼືອກະບົດແບ່ງແຍກດິນແດນ ທາງຕາເວັນອອກຂອງອູແກຣນ.

ອາວຸດປືນຊະນິດຕ່າງໆ ທີ່ຢຶດມາໄດ້ ໃນປະຕິບັດການຈູ່ໂຈມຄັ້ງນີ້
ອາວຸດປືນຊະນິດຕ່າງໆ ທີ່ຢຶດມາໄດ້ ໃນປະຕິບັດການຈູ່ໂຈມຄັ້ງນີ້

ກ່ອນໜ້ານີ້, ໃນວັນທີ 3 ກໍລະກົດ ສານໃນເມືອງເຈນົວ ຕັດສິນຈຳຄຸກ ຜູ້ຖືກຫາ 3 ຄົນ ໄດ້ແກ່:

ພົນລະເມືອງອີຕາລີ 2 ຄົນ ຖືກຈຳຄຸກຄົນລະ 2 ປີ 8 ເດືອນ ແລະ ພົນລະເມືອງມອນໂດວາ 1 ຄົນ ຖືກຈຳຄຸກ 1 ປີ 4 ເດືອນ ໃນຄວາມຜິດທີ່ພວກກ່ຽວເຂົ້າຮ່ວມກັບ ກະບົດແບ່ງແຍກດິນແດນ ໃນແຂວ້ນໂດເນດສ໌ ແລະ ແຄວ້ນລູຮັນສ໌ ຂອງອູແກຣນ.

ແຜນທີ່ສະແດງ ເຂດຕໍ່ສູ້ລະຫວ່າງ ກະບົດອູແກຣນ ກັບ ລັດຖະບານອູແກຣນ
ແຜນທີ່ສະແດງ ເຂດຕໍ່ສູ້ລະຫວ່າງ ກະບົດອູແກຣນ ກັບ ລັດຖະບານອູແກຣນ

ທັ້ງນີ້, ການຕໍ່ສູ້ຂອງກະບົດແບ່ງແຍກດິນແດນ ໃນອູແກຣນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 10.000 ຄົນແລ້ວ ແລະ ມີການຢຶດຄອງ ທາງຕາເວັນອອກຂອງອູແກຣນ ຕັ້ງແຕ່ປີ 2014; ພ້ອມນັ້ນ, ກໍຍັງມີການຕໍ່ສູ້ກັບ ທະຫານລັດຖະບານອູແກຣນ ມາຈົນເຖິງປັດຈຸບັນ ແຕ່ກຳລັງແນວໜ້າຂອງກະບົດ ກໍຍັງບໍ່ປ່ຽນແປງຫຼາຍ ໃນ 1 ປີມານີ້.