ກະຊວງພາຍໃນ ໄດ້ຈັດຝຶກອົບຮົມວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ໃຫ້ພະນັກງານຫຼັກແຫຼ່ງຢູ່ບັນດາກົມ, ຫ້ອງການ, ສະຖາບັນ ແລະ ສູນທີ່ຂຶ້ນກັບ ເພື່ອເປັນການຍົກລະດັບຄວາມຮູ້-ຄວາມສາມາດວຽກງານດັ່ງກ່າວ ໃຫ້ສູງຂຶ້ນ ໃນລະຫວ່າງວັນທີ 13-23 ສິງຫາ 2019, ເປັນປະທານໂດຍ ທ່ານ ຄໍາໝັ້ນ ສູນວິເລີດ ລັດຖະມົນ ຕີ ກະຊວງພາຍໃນ, ມີນັກສໍາມະນາກອນ ຈໍານວນ 40 ທ່ານເຂົ້າຮ່ວມ.

ກະຊວງພາຍໃນ ໄດ້ຈັດຝຶກອົບຮົມວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ
ກະຊວງພາຍໃນໄດ້ຈັດຝຶກອົບຮົມວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ

ທ່ານ ຄໍາໝັ້ນ ສູນວິເລີດ ກ່າວວ່າ: ການຈັດຝຶກອົບຮົມ ໃນຄັ້ງນີ້, ກໍເພື່ອຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໃຫ້ພະນັກງານຫຼັກແຫຼ່ງ ໂດຍສະເພາະວຽກງານຈັດຕັ້ງໃນໄລຍໃໝ່ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ເຮັດໃຫ້ພະນັກງານຜູ້ທີ່ຮັບຜິດຊອບວຽກງານດັ່ງກ່າວໄດ້ຮັບຮູ້ ແລະເຂົ້າ ໃຈແຈ້ງກ່ຽວກັບພື້ນຖານແນວທາງນະໂຍບາຍຂອງພັກ ແລະ ນິຕິກຳຕ່າງໆທີ່ພັກກຳນົດອອກໃນ ແຕ່ລະໄລຍະ, ເຊິ່ງບົດຮຽນທີ່ເອົາມາສະເໜີ ເພື່ອຄົ້ນຄວ້າຮ່ຳຮຽນໃນຄັ້ງນີ້ມີ 2 ພາກ ແລະ 15 ບົດ ຄື: ພາກວິຊາວຽກງານພັກ ປະກອບມີລະບົບການຈັດຕັ້ງຫັຼກການ ແລະ ທິດນຳກໍ່ສ້າງພັກ, ວິທີຈັດຕັ້ງປະຕິບັດແນວທາງ, ຍົກສູງຄຸນນະ ພາບການຈັດຕັ້ງຮາກຖານພັກໃຫ້ປອດໃສເຂັ້ມແຂງໜັກແໜ້ນ, ການຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ການຕີລາຄາຄຸນນະພາບແບ່ງປະເພດສະມາຊິກ ແລະ ໜ່ວຍພັກ, ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການໂຍກຍ້າຍຮ່ວມສະມາຊິກພັກ ການກະກຽມຈັດກອງປະຊຸມ ໃຫຍ່ 3 ຂັ້ນ ຂອງພັກ, ເນື້ອໃນພື້ນຖານກ່ຽວກັບວຽກງານປ້ອງກັນພັກ-ພະນັກງານ.

ກະຊວງພາຍໃນໄດ້ຈັດຝຶກອົບຮົມວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ
ກະຊວງພາຍໃນໄດ້ຈັດຝຶກອົບຮົມວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ

ສ່ວນພາກວິຊາວຽກງານພະ ນັກງານ ຈະໄດ້ຮຽນຮູ້ກ່ຽວກັບ ການສັບປ່ຽນໜ້າທີ່ ແລະ ບ່ອນ ປະຈຳການຂອງພະນັກງານ, ວຽກ ງານຕີລາຄາ ແລະ ນຳໃຊ້ພະນັກ ງານ, ວຽກງານຄຸ້ມຄອງພະນັກ ງານ, ວຽກງານເຂົ້າແຜນກຳນົດພະ ນັກງານ, ການສ້າງມາດຖານພະນັກງານ, ການບຳລຸງ-ກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ແລະ ການປະ ຕິບັດນະໂຍບາຍຕໍ່ພະນັກງານ-ລັດ ຖະກອນຢູ່ ສປປ ລາວ.

ກະຊວງພາຍໃນ ໄດ້ຈັດຝຶກອົບຮົມວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ
ກະຊວງພາຍໃນໄດ້ຈັດຝຶກອົບຮົມວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ