ໃນ 6 ເດືອນທ້າຍປີ 2019 ນີ້, ຕາມການຄາດຄະເນຂອງເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ສະພາບການສັນຈອນ ຍັງຈະສືບຕໍ່ແອອັດຢູ່ຕາມເສັ້ນທາງສາຍຫຼັກ; 3 ແຍກ, 4 ແຍກ, ຕະຫຼາດ, ຄິວລົດ, ສໍາ ນັກງານ-ອົງການ ແລະ ສະຖາບັນຕ່າງໆ, ບໍ່ພຽງເທົ່ານັ້ນ ໃນທ້າຍປີນີ້ ກໍຈະມີງານບຸນປະເພນີທີ່ສໍາຄັນຂອງຊາດ ຍິ່ງຈະເຮັດໃຫ້ການສັນຈອນແອອັດເພີ່ມຂຶ້ນ ສ້າງຄວາມຫຍຸ້ງຍາກໃນການໄປ-ມາ; ຕໍ່ ກັບສະພາບການດັ່ງກ່າວນີ້ ອາດມີນັກຂັບຂີ່ຈໍານວນໜຶ່ງລະເມີດລະບຽບຈະລາຈອນ ເຊັ່ນ: ລ່ວງໄຟອຳນາດ, ລ່ວງປ້າຍຫ້າມ; ຈອດຊະຊາຍ, ແຊງຊ້າຍ, ແຊງຂວາ, ຂີ່ລົດເປັນພຶງ-ເປັນແພ, ບໍ່ໃຫ້ກຽດ ເຊິ່ງກັນແລະກັນ ອາດຈະເຮັດໃຫ້ອຸບັດຕິເຫດເກີດຂຶ້ນຢ່າງເນື່ອງນິດລຽນຕິດ ຕ້ອງໄດ້ມີແຜນແກ້ໄຂຢ່າງລະອຽດ.

ຈະລາຈອນ ນວ ສືບຕໍ່ແກ້ໄຂການສັນຈອນ ແລະ ອຸບັດຕິເຫດໃນທ້າຍປີ
ຈະລາຈອນ ນວ ສືບຕໍ່ແກ້ໄຂການສັນຈອນ ແລະ ອຸບັດຕິເຫດໃນທ້າຍປີ

ພັທ ເພັງສະຫວັນ ທໍາມາບູນ ຫົວໜ້າ ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ເພື່ອຮັບມືກັບສະພາບການສັນຈອນ, ຜູ້ລ່ວງລະເມີດ ແລະ ອຸບັດຕິເຫດທີ່ຈະເກີດຂຶ້ນໃນຕໍ່ໜ້ານີ້; ພະແນກຕໍາຫຼວດຈະລາຈອນກໍມີແຜນງານປະຕິບັດໜ້າທີ່ຢ່າງລະອຽດ ໃນນີ້ເຮັດໜ້າທີ່ປຸກລະດົມປວງຊົນໃນທົ່ວນະຄອນຫຼວງວຽງຈັນ ໃຫ້ມີຄວາມຕື່ນຕົວ ເປັນເຈົ້າການໃນການປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດສືບຕໍ່ໂຄສະນາ ແລະ ເຜີຍແຜ່ລະບຽບການສັນຈອນໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະ ໜົນຢ່າງກວ້າງຂວາງໃນສັງຄົມ ເຊິ່ງໂຄ ສະນາຕາມສໍານັກງານອົງການ; ໂຮງຮຽນ ແລະ ຈຸດ 3 ແຍກ, 4 ແຍກ ເພື່ອໃຫ້ທົ່ວສັງຄົມຮັບຮູ້ດ້ານລະບຽບກົດໝາຍ ພ້ອມນັ້ນ; ສົມທົບກັບພາກສ່ວນ ຍທຂ ເລັ່ງໃຫ້ເຫັນຜົນຮ້າຍຂອງການບໍ່ປະຕິບັດກົດລະບຽບຈະລາຈອນ, ສືບຕໍ່ເຮັດວຽກກວດກາພາຫະນະເຂົ້າອອກ-ເມືອງ; ກວດທາດເຫຼົ້າ ແລະ ຄວາມໄວປົກກະຕິ, ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມຖະໜົນ ທັງເຮັດວຽກງານເປີດທາງ ໃຫ້ການນໍາພັກ-ລັດ ແລະ ແຂກຕ່າງປະ ເທດໃຫ້ມີຄວາມປອດໄພ 100%, ສືບຕໍ່ລົງແກ້ໄຂສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍຕາມສະຖານທີ່ຊຸມຊົນແອອັດ, ໜ້າຕະຫຼາດ, ຄິວລົດ ເພື່ອແກ້ໄຂສະພາບການສັນຈອນໃຫ້ມີຄວາມຄ່ອງແຄ້ວ ແລະ ການຂາຍເຄື່ອງຊະຊາຍຕາມແຄມທາງ ເພື່ອບໍ່ໃຫ້ເກະກະການສັນຈອນ ແລະ ບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດຕໍ່ຜູ້ທີ່ລະເມີດລະບຽບການສັນຈອນ ໂດຍສະເພາະແມ່ນການປັບໃໝ 20 ເທົ່າ ຕໍ່ຜູ້ທີ່ດື່ມສິ່ງມຶນເມົາ ແລະ ຂັບຂີ່.

ຈະລາຈອນ ນວ ສືບຕໍ່ແກ້ໄຂການສັນຈອນ ແລະ ອຸບັດຕິເຫດໃນທ້າຍປີ
ຈະລາຈອນ ນວ ສືບຕໍ່ແກ້ໄຂການສັນຈອນ ແລະ ອຸບັດຕິເຫດໃນທ້າຍປີ

ພ້ອມນັ້ນ, ສືບຕໍ່ເອົາໃຈໃສ່ປະຈໍາ ການຄອຍເຫດ 24 ຊົ່ວໂມງ; ປ້ອມຖາວອນ ແລະ ປ້ອມຊົ່ວຄາວ ເພື່ອຕິດຕາມ ການສັນຈອນ ແລະ ກຸ່ມຄົນບໍ່ດີທີ່ຈະ ເຄື່ອນໄຫວກໍ່ຄວາມບໍ່ສະຫງົບ, ກໍລະນີເກີດອຸບັດຕິເຫດ ຕ້ອງລົງສະຖານທີ່ເກີດ ເຫດ ທັງສືບຕໍ່ແກ້ໄຂອຸບັດຕິເຫດທີ່ເກີດຂຶ້ນຢ່າງວ່ອງໄວ ແລະ ຍຸຕິທໍາແກ່ທຸກຝ່າຍ, ຄຸ້ມຄອງວັດຖຸຂອງກາງຄະດີບໍ່ໃຫ້ຕົກເຮ່ຍເສຍຫາຍ; ຄຽງຄູ່ກັບການເຮັດໜ້າທີ່ປະສານສົມທົບກັບ ຍທຂ ແລະ ສູນຄວບຄຸມເຕັກນິກຢູ່ນະຄອນຫຼວງວຽງຈັນໃຫ້ສະດວກໃນການຄຸ້ມຄອງເພີ່ມທະວີເຮັດໜ້າທີ່ກວດກາພາຫະນະທີ່ກັກຈາກຜູ້ລະເມີດກົດຈະລາຈອນ ກໍລະນີບໍ່ມີເອກະສານ ຈະທໍາການສືບສວນ-ສອບສວນ ເພື່ອຫາສາເຫດ ແລະ ທີ່ມາຂອງພາຫະນະ, ເກັບກໍາກວດກາການແຈ້ງເສຍຫາຍໃຫ້ລະອຽດຈະແຈ້ງ ເພື່ອບໍ່ໃຫ້ເປັນຊ່ອງວ່າງຂອງກຸ່ມຄົນບໍ່ດີ ແລະ ຄຸ້ມຄອງຈໍານວນພົນທີ່ເຂົ້າສອບເສັງໃບຂັບຂີ່ໃຫ້ໄດ້ຄຸນນະພາບ.

ຈະລາຈອນ ນວ ສືບຕໍ່ແກ້ໄຂການສັນຈອນ ແລະ ອຸບັດຕິເຫດໃນທ້າຍປີ
ຈະລາຈອນ ນວ ສືບຕໍ່ແກ້ໄຂການສັນຈອນ ແລະ ອຸບັດຕິເຫດໃນທ້າຍປີ

ຫົວໜ້າພະແນກຕໍາຫຼວດຈະລາຈອນ ກ່າວຕື່ມວ່າ: ຖ້າຢາກປະຕິບັດວຽກງານໄດ້ດີຄະນະພັກ-ຄະນະບັນຊາ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດ ຕ້ອງໄດ້ເອົາເນື້ອໃນຂອງແຜນການໄປຜັນຂະຫຍາຍ ພ້ອມທັງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງ; ສະມາຊິກພັກ ແລະ ພະນັກງານບັນຊາແຕ່ລະຂັ້ນ ຕ້ອງເອົາໃຈໃສ່ຕິດຕາມກວດການາຍ ແລະ ພົນຕໍາຫຼວດຂອງຕົນເພື່ອຫຼີກລ່ຽງຫາງສຽງວິພາກວິຈານຕໍ່ສັງຄົມຕໍ່ກໍາລັງຕໍາຫຼວດຈະລາຈອນໃຫ້ໝົດໄປ, ເອົາໃສ່ໃຈໂຄສະນາສຶກສາອົບຮົມປະຕິບັດໂຄງການຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນຢ່າງຂາດຂັ້ນ; ພ້ອມນັ້ນ ຜູ້ຂັບຂີ່ກໍເປັນເຈົ້າການໃນການປະຕິບັດລະບຽບກົດຈະລາຈອນທີ່ວາງອອກ ຈຶ່ງ ສາມາດແກ້ໄຂບັນຫາດັ່ງກ່າວໃຫ້ຫຼຸດລົງໄດ້.