ໃນລະຫວ່າງວັນທີ 13-15 ສິງຫາ 2019, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍທ່ານລັດຖະ ມົນຕີ ແລະ ຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ ໄດ້ລົງໄປເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜະລິດຢູ່ແຂວງສາລະວັນ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ, ໂດຍມີທ່ານເຈົ້າແຂວງແຕ່ລະແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.
ສຳລັບການລົງຢ້ຽມຢາມແຂວງສາລະວັນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພື້ນທີ່ການຜະລິດປູກພືດກະສິກຳ ເປັນຕົ້ນການປຸກສາລີຢູ່ບ້ານແສນວັງເມືອງສາລະວັນ, ການປູກມັນດ້າງຢູ່ບ້ານເຕເມສັງທອງ ແລະ ມັນຕົ້ນບ້ານພະນວນ ເມືອງເລົ່າງາມ ຊຶ່ງປະຊາຊົນໄດ້ປູກເປັນຈຳນວນຫຼາຍແລະໄດ້ມີການຈັດຕັ້ງເປັນກຸ່ມການຜະລິດ, ຜົນຜະລິດທີ່ໄດ້ແມ່ນມີຜູ້ເກັບຊື້ເພື່ອຂາຍໃຫ້ໄທ ແລະ ຫວຽດນາມ. ຈາກນັ້ນ, ໄປຢ້ຽມ ຢາມ ແລະ ໃຫ້ກຳລັງໃຈປະຊາຊົນເມືອງຕຸ້ມລານ ເນື່ອງຈາກເປັນເມືອງທີ່ເກີດມີສະພາບການລະບາດຂອງພະ ຍາດອະຫິວາໝູອາຟຣິກາກ່ອນໝູ່, ເຊິ່ງມີບ້ານທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດອະຫິວາໝູອາຟຣິກາ 12 ບ້ານ, ມີໝູທີ່ຕິດເຊື້ອຕາຍ ແລະ ຖືກທໍາລາຍຖິ້ມລວມທັງໝົດ 4.185 ໂຕ ແລະ ພາກສ່ວນທີ່ກ່ຽວຂ້ອງສາມາດຄວບຄຸມການລະບາດຂອງພະຍາດດັ່ງກ່າວ. ນອກນັ້ນ, ກໍໄດ້ໄປຢ້ຽມຢາມໂຮງໝໍແຂວງສາລະວັນຕັ້ງຢູ່ບ້ານໂພນແກ້ວ, ເມືອງສາລະວັນ.
ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມບ້ານຄຳປາແໜ, ເມືອງຈຳພອນ ແຂວງສະຫວັນນະເຂດ ເຊິ່ງເປັນບ້ານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ທີ່ເປັນໂຄງການແບບມີສ່ວນຮ່ວມຈັດຕັ້ງປະຕິບັດໂດຍທ່ານ ເກຍ ອູ່ສິດທິເດດ ເຈົ້າຂອງໂຮງງານນ້ຳດື່ມ-ນ້ຳກ້ອນ ໂລມາຄຳນັບແຕ່ປີ 2015 ຫາປີ 2018 ມີມູນຄ່າທັງໝົດ 22 ຕື້ກວ່າກີບ ໃນນັ້ນທຶນຂອງໂຮງງານນ້ຳດື່ມ-ນ້ຳກ້ອນ ໂລມາຄຳ67%, ງົບປະມານຂອງລັດ 9%, ທຶນຊ່ວຍເຫຼືອຈາກສາກົນ 13% ແລະ ທຶນຈາກບັນດາບໍລິສັດ ແລະ ພາກສ່ວນຕ່າງໆ 11%. ຜ່ານການຈັດຕັ້ງປະຕິບັດໂຄງການລຶບລ້າງຄວາມທຸກຍາກບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍເຫັນວ່າປະ ຊາຊົນຈຳນວນ 77 ຄອບຄົວເປົ້າໝາຍສາມາດບັນລຸໄດ້ຈຳນວນໜຶ່ງ. ໂຄງການນີ້ ໄດ້ມອບໂອນໃຫ້ແກ່ອົງການປົກຄອງບ້ານສືບຕໍ່ ໃນເດືອນເມສາ 2019.
ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມດີໃຈທີ່ໄດ້ມາຢ້ຽມຢາມບ້ານຄຳປາແໜ, ຊົມເຊີຍ ທ່ານ ເກຍ ອູ່ສິດທິເດດ ທີ່ເປັນນັກພັດທະນາດີເດັ່ນ ແລະ ຊົມເຊີຍປະຊາຊົນທີ່ຕັດສິນໃຈໃຫ້ການຮ່ວມມືເປັນຢ່າງດີແລະເຂົ້າຮ່ວມໂຄງການຊຶ່ງເປັນການປະຕິບັດຕາມນະໂຍບາຍຂອງລັດຖະບານໃນການລຶບລ້າງຄວາມທຸກຍາກ,ເຫັນວ່າບ້ານຄຳປາແໜມີຊື່ສຽງໃນທາງບວກຫຼາຍຂຶ້ນ, ເປັນບ້ານທີ່ເປັນນຕົວແບບໃນການຫັນການດຳລົງຊີວິດ, ຫັນປ່ຽນວິທີ ການທຳມາຫາກິນແລະວິຖີຊີວິດແບບເກົ່າແບບເລື່ອນລອຍມາສູ່ແບບໃໝ່ເຮັດການຜະລິດຄົງທີ່ ແລະໝັ້ນຄົງ, ການພັດທະນາບ້ານມີການຂະຫຍາຍຕົວຢ່າງແທ້ຈິງ. ພ້ອມນີ້, ກໍໄດ້ເດີນທາງໄປຢ້ຽມຢາມເຂດເສດຖະກິດພິ ເສດສະຫວັນ-ເຊໂນເຂດ C (ສະຫວັນປັກ) ແລະ ທ່າບົກສະຫວັນນະເຂດ (Dry Port); ໄປຢ້ຽມຢາມໂຮງໝໍແຂວງສະຫວັນນະເຂດ.
ສຳລັບການຢ້ຽມຢາມແຂວງຄຳມ່ວນ, ທ່ານ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມທ່າຂົນ ສົ່ງທາງບົກ (ICD) ໂດຍໄດ້ຊີ້ນຳຄະນະຮັບຜິດຊອບຮີບຮ້ອນຮ່າງລະບຽບການໃນການຄຸ້ມຄອງ ແລະ ສືບຕໍ່ດຶງດູດການລົງທຶນເຂົ້າໃນເຂດໃຫ້ຫຼາຍຂຶິ້ນ, ພາກລັດ ແລະ ພາກເອກະຊົນ ກໍ່ຕ້ອງປຶກສາຫາລື ຮ່ວມມືກັນເຊິ່ງກັນແລະກັນ ໂດຍພາກລັດ ໃຫ້ຄວາມຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ຕາມລະບຽບກົດໝາຍ ແລະ ພາກເອກະຊົນ ໃຫ້ຄວາມຮ່ວມມື ແລະ ດຳເນີນທຸລະກິດ ສອດຄ່ອງຕາມລະບຽບກົດໝາຍ. ພ້ອມກັນນີ້, ທ້ອງ ຖິ່ນກໍຕ້ອງໃຫ້ການສະໜັບສະໜູນ.