ກວດຮ້ານເນັດ! ພົບ ຜູ້ມົ້ວສຸມຢາ ເກືອບ 30 ຄົນ ພ້ອມຂອງກາງ 66 ເມັດ

0
2858

ປກສ ກຸ່ມ 5 ວັງຊາຍ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ນໍາກໍາລັງເຂົ້າແກ້ໄຂ ກຸ່ມມົ້ວສຸມຢາເສບຕິດ ຢູ່ຮ້ານອິນເຕີເນັດຄິງສະຕາ ແລະ ສາມາດຈັບກຸມ ຜູ້ມົ້ວສຸມຢາ ໄດ້ເກືອບ 30 ຄົນ ພ້ອມຢາບ້າ 66 ເມັດ.

ການຈັບກຸມ ກຸ່ມມົ້ວສຸມຢາເສບຕິດ ໄປສຶກສາອົບຮົມ
ການຈັບກຸມ ກຸ່ມມົ້ວສຸມຢາເສບຕິດ ໄປສຶກສາອົບຮົມ

ພັທ ຊື່ວ່າງ ກ່າລໍ່ ຫົວໜ້າ ປກສ ກຸ່ມ 5 ວັງຊາຍ ໃຫ້ຮູ້ກ່ຽວກັບ ການຈັບກຸມ ຜູ້ມົ້ວສຸມຢາ ວ່າ:

ເຈົ້າໜ້າທີ່ ໄດ້ສືບຮູ້ວ່າມີ ກຸ່ມໄວລຸ້ນ ເຂົ້າໄປມົ້ວສຸມ ແລະ ຄ້າຂາຍຢາບ້າ ຢູ່ຮ້ານອິນເຕິເນັດ ຄິງສະຕາ.

ດັ່ງນັ້ນ, ມາໃນວັນທີ 13 ສິງຫາ 2019 ຈຶ່ງໄດ້ນໍາກໍາລັງເຂົ້າປິດລ້ອມ ແລ້ວສາມາດກັກຕົວຜູ້ທີ່ໄປຫຼິ້ນເກມ ແລະ ຜູ້ເສບຢາບ້າ ໄດ້ຈໍານວນ 27 ຄົນ ຍິງ 7 ຄົນ; ໃນນີ້, ຈັບຕົວ ທ້າວ ພອນສັກ ອາຍຸ 35 ປີ ຢູ່ບ້ານໂນນສະຫງ່າ ເມືອງໄຊເສດຖາ ພ້ອມຢາບ້າ 66 ເມັດ. ພ້ອມນັ້ນ, ເຈົ້າໜ້າທີ່ ຍັງໄດ້ຢຶດຄອມພິວເຕີຂອງຮ້ານໄປກວດກາ.

ໃຊ້ ຮ້ານອິນເຕີເນັດ ເປັນບ່ອນແອບແຝງມົ້ວສຸມ ແລະ ຄ້າຂາຍຢາເສບຕິດ
ໃຊ້ ຮ້ານອິນເຕີເນັດ ເປັນບ່ອນແອບແຝງມົ້ວສຸມ ແລະ ຄ້າຂາຍຢາເສບຕິດ

ເຈົ້າໜ້າທີ່ ກ່າວວ່າ: ຮ້ານອິນເຕິເນັດ ຄິງສະຕາ ຕັ້ງຢູ່ຮ່ອມ 19 ບ້ານໜອງໜ່ຽງ ເມືອງໄຊເສດຖາ ( ເຮືອນເຊົ່າ ) ຜູ້ດໍາເນີນທຸລະກິດ ຊື່ ນາງ ນ້ອຍ ຢູ່ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແລະ ຜ່ານການກວດກາ ແມ່ນບໍ່ມີໃບອະນຸຍາດ ( ໃບອະນຸຍາດໝົດກໍານົດ ).

ທີ່ຜ່ານມາ, ເຈົ້າໜ້າທີ່ ເຄີຍຈັບໄວລຸ້ນທີ່ຄ້າຂາຍຢາເສບຕິດ 1 ຄັ້ງ ພ້ອມທັງເອົາເຈົ້າຂອງຮ້ານ ມາສຶກສາອົບຮົມ ແລະ ເຮັດບົດບັນທຶກ, ແຕ່ຮ້ານດັ່ງກ່າວ ກໍຍັງເຮັດຜິດລະບຽບກົດໝາຍທີ່ວາງອອກ ກ່ຽວກັບ ການດໍາເນີນທຸລະກິດ; ພ້ອມນັ້ນ, ພົບກຸ່ມໄວລຸ້ນ ທີ່ໄປຫຼິ້ນເກມ ມີລັກສະນະໃຊ້ເປັນບ່ອນແອບແຝງມົ້ວສຸມ ແລະ ຄ້າຂາຍຢາເສບຕິດ.

ນາງ ເມ ອາຍຸ 25 ປີ ຜູ້ເຝົ້າຮ້ານ ໃຫ້ຮູ້ວ່າ:

ຮ້ານດັ່ງກ່າວ ໄດ້ເປີດແຕ່ເວລາ 8:00 ໂມງ ຫາ 23:00 ໂມງ ຂອງທຸກມື້ ແຕ່ລະມື້ມີຜູ້ທີ່ມາຫຼິ້ນເກມ ຈຳນວນຫຼາຍ ແຕ່ທາງຮ້ານກໍມີຂໍ້ຫ້າມບໍ່ໃຫ້ລູກຄ້າ ມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ພາຍໃນຮ້ານ.

ທາງຮ້ານຈະມີຂໍ້ຫ້າມບໍ່ໃຫ້ລູກຄ້າ ມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ພາຍໃນຮ້ານ ແຕ່ກໍບໍ່ເປັນຜົນ
ທາງຮ້ານຈະມີຂໍ້ຫ້າມບໍ່ໃຫ້ລູກຄ້າ ມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ພາຍໃນຮ້ານ ແຕ່ກໍບໍ່ເປັນຜົນ

ພັທ ຊື່ວ່າງ ກ່າລໍ່ ໃຫ້ຮູ້ຕື່ມວ່າ: ໃນການດໍາເນີນຄະດີຕໍ່ເຈົ້າຂອງຮ້ານ ແມ່ນຂໍທິດຊີ້ນໍາຈາກຂັ້ນເທິງແກ້ໄຂຕໍ່ໄປ, ສ່ວນ ຜູ້ຄ້າຂາຍຢາເສບຕິດ ແມ່ນມອບໃຫ້ ປກສ ເມືອງ ດໍາເນີນຄະດີ ແລະ ຜູ້ມົ້ວສຸມຢາ ແມ່ນຈະໄດ້ສຶກສາອົບຮົມ ແລ້ວມອບໃຫ້ ຜູ້ປົກຄອງ ແລະ ບ້ານ ສຶກສາອົບຮົມຕໍ່, ຖ້າຮ້າຍແຮງແມ່ນ ສົ່ງສູນບໍາບັດຢາເສບຕິດ.

ຜູ້ມົ້ວສຸມຢາ ແມ່ນຈະໄດ້ສຶກສາອົບຮົມ
ຜູ້ມົ້ວສຸມຢາ ແມ່ນຈະໄດ້ສຶກສາອົບຮົມ
ກຸ່ມມົ້ວສຸມຢາເສບຕິດ ຢູ່ຮ້ານອິນເຕີເນັດ
ກຸ່ມມົ້ວສຸມຢາເສບຕິດ ຢູ່ຮ້ານອິນເຕີເນັດ