ເຈົ້າໜ້າທີ່ອົງການປົກຄອງເມືອງຮຸນ ແຂວງອຸດົມໄຊ ຢຶດຊິງທີ່ບໍ່ໄດ້ມາດຖານ ແລະ ທຳລາຍຖິ້ມ ຫຼາຍກວ່າ 40 ໜ່ວຍ ໃນວັນທີ 15 ສິງຫາ 2019, ເຊິ່ງຊິງຊັ່ງຈຳນວນດັ່ງກ່າວແມ່ນເຈົ້າໜ້າທີ່ໄດ້ຢຶດມາຈາກບັນດາຮ້ານຄ້າ ໂດຍມີພໍ່ຄ້າ-ແມ່ຄ້າ ຕາມຕະຫຼາດໃຊ້ເພື່ອໂກງຕາຊິງນຳລູກຄ້າ.

ຢຶດຊິງທີ່ບໍ່ໄດ້ມາດຖານ ແລະ ທຳລາຍຖິ້ມ ຫຼາຍກວ່າ 40 ໜ່ວຍ
ຢຶດຊິງທີ່ບໍ່ໄດ້ມາດຖານ ແລະ ທຳລາຍຖິ້ມ ຫຼາຍກວ່າ 40 ໜ່ວຍ

ພາຍຫຼັງໄດ້ມີການລົງກວດກາມາດຕະຖານຊິງຕົວຈິງ ເຫັນວ່າມີຫຼາຍຮ້ານທີ່ມີການດັດປັບຊິງຊັ່ງ ເພື່ອໃຫ້ຕົນເອງໄດ້ຜົນປະໂຫຍດ ເວົ້າລວມກໍແມ່ນປັບຕາຊິງ ຫຼື ໂກງຕາຊິງຊັ່ງ; ເຊິ່ງການກະທຳດັ່ງກ່າວ ຖືວ່າຜິດກົດໝາຍ ແລະ ເພື່ອເປັນການປົກປ້ອງຜູ້ຊົມໃຊ້ ຫຼື ລູກຄ້າ ບໍ່ໃຫ້ຖືກເອົາລັດເອົາປຽບຢ່າງບໍ່ເປັນທຳນີ້ ເຈົ້າໜ້າທີ່ຈຶ່ງໄດ້ຢຶດຊິງຊັ່ງທີ່ມີການດັດແປງ ແລະ ບໍ່ໄດ້ມາດຕະຖານທັງໝົດມາທຳລາຍຖີ້ມ ໂດຍໃຊ້ລົດຍົກມາທຸບຊິງໃຫ້ມຸ່ນ ແລ້ວຈຶ່ງນໍຳໄປທຳລາຍຖິ້ມ.

ຢຶດຊິງທີ່ບໍ່ໄດ້ມາດຖານ ແລະ ທຳລາຍຖິ້ມ ຫຼາຍກວ່າ 40 ໜ່ວຍ
ຢຶດຊິງທີ່ບໍ່ໄດ້ມາດຖານ ແລະ ທຳລາຍຖິ້ມ ຫຼາຍກວ່າ 40 ໜ່ວຍ

ພ້ອມນັ້ນ, ເຈົ້າໜ້າທີ່ຍັງໄດ້ຮຽກຮ້ອງໃຫ້ບັນດາພໍ່ຄ້າ-ແມ່ຄ້າທັງຫຼາຍ ຈົ່ງຊື້-ຂາຍດ້ວຍຄວາມບໍລິສັດສັດຊື່, ບໍ່ຄວນເອົາປຽບຜູ້ຊື້ ຫຼື ລູກຄ້າ, ບໍ່ຄວນດັດແປງຊິງຊັ່ງ ຫຼື ໂກງຕາຊິງລູກຄ້າ. ຖ້າເຈົ້າໜ້າທີ່ພົບເຫັນ ຈະຖືກນຳໄປສຶກສາອົບຮົມກ່າວຕັກເຕືອນໃນຂັ້ນທຳອິດ ຖ້າຍັງມີຄັ້ງຕໍ່ໄປຈະຖືກນຳໄປປະຕິບັດດຳເນີນຄະດີຕາມກົດໝາຍ.

ຢຶດຊິງທີ່ບໍ່ໄດ້ມາດຖານ ແລະ ທຳລາຍຖິ້ມ ຫຼາຍກວ່າ 40 ໜ່ວຍ
ຢຶດຊິງທີ່ບໍ່ໄດ້ມາດຖານ ແລະ ທຳລາຍຖິ້ມ ຫຼາຍກວ່າ 40 ໜ່ວຍ