ໜ່ວຍພັກຮາກຖານຫ້ອງພະລາທິການ ວິທະຍາຄານຕໍາຫຼວດ ປະຊາຊົນ (ວຕປ) ກະຊວງ ປກສ ໄດ້ເອົາໃຈໃສ່ຊີ້ນຳ-ນໍາພາພະນັກງານປະຕິບັດວຽກງານວິຊາສະເພາະ ຕາມພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະພັກ ວຕປ ໃນຂົງເຂດວຽກງານພະລາທິການມີຜົນສໍາເລັດ.
ໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງ ໜ່ວຍພັກຮາກຖານຫ້ອງພະລາທິການ ວິທະຍາຄານຕໍາຫຼວດ ປະຊາຊົນ ໃນວັນທີ 20 ສິງຫາ, ມີສະຫາຍ ພົຈວ ປອ ບຸນຊູ ນາມມະຈັກ ເລຂາຄະນະພັກ ອໍານວຍການ ວິ ທະຍາຄານຕໍາຫຼວດປະຊາຊົນ, ມີຄະນະພັກໜ່ວຍພັກຮາກຖານ, ແຂກຮັບເຊີນ, ສະມາຊິກພັກສົມບູນ-ສໍາ ຮອງເຂົ້າຮ່ວມ. ສະຫາຍ ພັທ ທອງລາ ນາມມະວົງ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງພະລາທິການກ່າວວ່າ: ໄລຍະຜ່ານມາ, ຄະນະໜ່ວຍພັກຮາກຖານ ໄດ້ເອົາໃຈໃສ່ນໍາພາສະມາຊິກພັກ, ພະນັກງານ-ນັກຮົບປະຕິບັດວຽກງານວິຊາສະເພາະຕາມພາລະບົດບາດ ເປັນຕົ້ນແມ່ນວຽກງານການເງິນ ໄດ້ນໍາພາປະຕິບັດແຜນງົບປະມານ ລາຍຮັບ-ຈ່າຍ ຖືກຕາມລະບຽບຫຼັກການ.
ພ້ອມນັ້ນ, ໜ່ວຍພັກຮາກຖານຫ້ອງພະລາທິການ ຍັງໄດ້ເອົາໃຈໃສ່ວຽກງານຊັບສິນ, ກໍ່ສ້າງ-ສ້ອມແປງໄດ້ນໍາພາຄຸ້ມຄອງ ຊັບ ສິນຂອງ ວຕປ ໃຫ້ເຂົ້າສູ່ລະບຽບຫຼັກການ, ຂຶ້ນບັນຊີຄຸ້ມຄອງ ທີ່ດິນ, ຕຶກ-ອາຄານ, ຫ້ອງການ, ຫໍພັກ, ເຮືອນ ຄົວ, ໂຕະ, ຕັ່ງ, ຕູ້, ຕຽງ, ໄຟຟ້າ, ນໍ້າປະປາ, ອຸປະກອນເຕັກນິກ ຮັບໃຊ້ທຸກຂົງເຂດ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ນໍາພາປະຕິບັດແຜນການກໍ່ສ້າງ-ສ້ອມແປງ ຕາມຕົວເລກອະນຸມັດງົບປະມານ ເຊັ່ນ: ສ້ອມແປງສະໜາມຍິງປືນ ມູນຄ່າ 563.000.000 ກີບ, ກໍ່ສ້າງບ່ອນຈອດລົດການນໍາ ມູນຄ່າ 130. 000.000ກີບ; ຈັດຊື້ເຄື່ອງຄົງທີ່ ( ໂຕະ, ຕັ້ງ, ຕູ້, ຕຽງ ) ມູນຄ່າ 1.091.000.000 ກີບ, ຍ້າຍຕາ ຂ່າຍໄຟຟ້າ ມູນຄ່າ 130.000. 000 ກີບ; ສ້ອມແປງປ່ຽນຖ່າຍ ໝໍ້ແປງໄຟຟ້າ ມູນຄ່າ 22.669. 500ກີບ; ກໍ່ສ້າງຄອງລະບາຍ ນ້ໍາມູນຄ່າ 420.000.000 ກີບ, ສ້ອມແປງເພດານຮອບນອກຕຶກ 4 ຊັ້ນມູນຄ່າ 120.000.000 ກີບ, ກໍ່ສ້າງເຕົາຫຸງຕົ້ມ ມູນຄ່າ 377.000.000ກີບ, ສ້ອມແປງ ຫໍພັກປ້ອງກັນ ມູນຄ່າ 250.000. 000 ກີບ.
ນອກຈາກນໍາໃຊ້ງົບປະມານຂອງລັດອະນຸມັດແລ້ວ ໜ່ວຍພັກ ຮາກຖານຫ້ອງພະລາທິການ ຍັງໄດ້ນໍາໃຊ້ເງິນຄັງລວມຂອງ ວຕປ ຈໍານວນ 974.600.000 ກີບ ເຂົ້າໃນບັນດາໂຄງການຕ່າງໆ ເຊັ່ນ: ເທເບຕົ່ງພື້ນທາງເຂົ້າເຮືອນຄົວລວມ ມູນຄ່າ 21.153.000 ກີບ, ເທເບຕົ່ງທາງເຂົ້າປະຕູຂົງດ້ານໜ້າ ມູນຄ່າ 24.595.000ກີບ, ຕິດຕັ້ງໄມ້ ກັນປະຕູໂຂງ ມູນຄ່າ 22.325. 000ກີບ, ສ້ອມແປງຫຼັງຄາເຮືອນ ຄົວມູນຄ່າ 25.666.000ກີບ.
ໃນກອງປະຊຸມ, ຍັງໄດ້ປ່ອນບັດເລືອກເອົາຄະນະ ໜ່ວຍພັກ ຮາກຖານຊຸດໃໝ່, ເຊິ່ງມີຜູ້ສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ ແລະ ເຫັນດີເປັນເອກະພາບເລືອກເອົາ ພັທ ທອງລາ ນາມມະວົງ ເປັນເລຂາ, ພັທ ນາງ ມະນີວັນ ວົງພະຈັນ ເປັນຮອງເລຂາ, ພັທ ນາງ ຄໍາມີ ຈັນທິລາດ ເປັນປະທານກວດກາ ແລະ ອີກສອງສະຫາຍ ເປັນ ຄະນະ.