ໃຊ້ຖຽງນາເປັນບ່ອນຄ້າຢາ ສຸດທ້າຍກໍຖືກຈັບຄາທີ່
ໃຊ້ຖຽງນາເປັນບ່ອນຄ້າຢາ ສຸດທ້າຍກໍຖືກຈັບຄາທີ່

ເຈົ້າໜ້າທີ່ ໜ່ວຍງານຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຊົນບູລີ ແຂວງສະຫວັນນະເຂດ ໄດ້ເຂົ້າ ຈັບກຸມເປົ້າໝາຍຄ້າຢາ ເປັນຊາຍອາຍຸ 17 ປີ ຢູ່ຖຽງນາ ເຂດບ້ານກະລາງເໜືອ ເມືອງຈຳພອນ ພ້ອມຢາບ້າ 9.000 ກວ່າເມັດ.

ເຈົ້າໜ້າທີ່ ປກສ ເມືອງຊົນບູລີ ໃຫ້ຮູ້ກ່ຽວກັບ ການດຳເນີນການ ຈັບກຸມເປົ້າໝາຍຄ້າຢາ ໃນຄັ້ງນີ້ ວ່າ:

ເຈົ້າໜ້າທີ່ ໄດ້ເຂົ້າຈັບກຸມ ຜູ້ຖືກຫາ ຊື່ ທ້າວ ເກີ້ນ ອາຍຸ 17 ປີ ຢູ່ບ້ານກະລາງເໜືອ ເມືອງຈຳພອນ ແຂວງສະຫວັນນະເຂດ ພ້ອມຂອງກາງຢາບ້າ 4 ມັດ ກັບ 6 ຖົງ ແລະ 70 ເມັດ ເທົ່າກັບ 9.870 ເມັດ.

ຈັບກຸມເປົ້າໝາຍຄ້າຢາ ເປັນຊາຍອາຍຸ 17 ປີ ຢູ່ຖຽງນາ ເຂດບ້ານກະລາງເໜືອ ເມືອງຈຳພອນ ພ້ອມຢາບ້າ 9.000 ກວ່າເມັດ
ຈັບກຸມເປົ້າໝາຍຄ້າຢາ ເປັນຊາຍອາຍຸ 17 ປີ ຢູ່ຖຽງນາ ເຂດບ້ານກະລາງເໜືອ ເມືອງຈຳພອນ ພ້ອມຢາບ້າ 9.000 ກວ່າເມັດ

ຄະດີດັ່ງກ່າວ ໃນເບື້ອງຕົ້ນ ແມ່ນໄດ້ຮັບຈາກແຫຼ່ງຂ່າວ ວ່າ: ຜູ້ກ່ຽວ ນັດຊື້ – ຂາຍຢາບ້າ ຢູ່ຖຽງນາແຫ່ງໜຶ່ງ ເຂດບ້ານກະລາງເໜືອ ເມືອງຈຳພອນ ແຂວງສະຫວັນນະເຂດ; ຈາກນັ້ນ, ເຈົ້າໜ້າທີ່ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ຈຶ່ງໄດ້ວາງກຳລັງເຂົ້າກວດກາ ແລະ ຕິດຕາມເປົ້າໝາຍ ຈົນມາຮອດວັນທີ 8 ສິງຫາ 2019 ກໍສາມາດຈັບຕົວ ທ້າວ ເກີ້ນ ພ້ອມຂອງກາງຈຳນວນດັ່ງກ່າວ ໄປສອບສວນ.

ຜ່ານການສອບສວນ, ຜູ້ກ່ຽວ ຮັບສາລະພາບ ວ່າ:

ໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ມາແຕ່ຕົ້ນເດືອນກໍລະກົດ 2019 ໂດຍຊື້ຢູ່ບ້ານປາກຊ່ອງ ເມືອງສອງຄອນ ແລະ ມາຮອດວັນທີ 8 ສິງຫາ 2019, ໄດ້ຕິດຕໍ່ສັ່ງຊື້ຢາບ້ານຳຄົນຮູ້ຈັກ ຢູ່ບ້ານປາກຊ່ອງ ເມືອງສອງຄອນ.

ຈາກນັ້ນ, ຜູ້ກ່ຽວ ຈຶ່ງໂທລະສັບບອກໃຫ້ລູກຄ້າຂາປະຈຳ ມາເອົາຢາບ້າທີ່ສັ່ງໄວ້ກ່ອນໜ້ານີ້, ໂດຍນັດຢູ່ຖຽງນາບ່ອນເກົ່າ; ໃນຂະນະທີ່ ຜູ້ກ່ຽວ ກຳລັງລໍຖ້າ ຜູ້ມາຊື້ ຢູ່ນັ້ນ, ຈຶ່ງຖືກ ເຈົ້າໜ້າທີ່ ຈັບຕົວ ພ້ອມຂອງກາງຢາບ້າ ຈຳນວນ 9.870 ເມັດ.

ຈັບກຸມເປົ້າໝາຍຄ້າຢາ
ຈັບກຸມເປົ້າໝາຍຄ້າຢາ

ນອກຈາກນີ້, ຂ່າວຍັງໃຫ້ຮູ້ອີກ ວ່າ:

ກ່ອນໜ້ານີ້ ໃນວັນທີ 2 ສິງຫາ 2019, ເຈົ້າໜ້າທີ່ ກອງພັນເຄື່ອນທີ່ ປກສ ແຂວງສະຫວັນນະເຂດ ໄດ້ກັກຕົວພວກຄ້າຂາຍຢາເສບຕິດ ໄດ້ 3 ຄົນ ພ້ອມຂອງກາງຢາບ້າ ຈຳນວນ 1 ມັດ ກັບ 19 ຖົງ ແລະ 99 ເມັດ ເທົ່າກັບ 5.870 ແລະ ລົດຈັກ ບໍ່ມີປ້າຍທະບຽນ 1 ຄັນ, ເຊິ່ງຄະດີນີ້ ມີລາຍລະອຽດ ດັ່ງຕໍ່ໄປນີ້:

ເວລາປະມານ 7:00 ໂມງ, ເຈົ້າໜ້າທີ່ ກອງພັນເຄື່ອນທີ່ ປກສ ແຂວງສະຫວັນນະເຂດ ໄດ້ອອກກວດກາລາດຕະເວນ ພາຍໃນເທດສະບານ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ; ແລ້ວຈາກນັ້ນ, ກໍໄດ້ພົບເຫັນ ຊາຍ 1 ຍິງ 1 ຂັບຂີ່ລົດຈັກເວບ ບໍ່ມີປ້າຍທະບຽນ ຊ້ອນກັນມາ ແລະ ເມື່ອເຫັນ ເຈົ້າໜ້າທີ່ຕຳຫຼວດ ພວກກ່ຽວ ມີທ່າທາງໜ້າສົງໄສ ຈຶ່ງເຂົ້າກວດກາ.

ຜູ້ຖືກຫາຄ້າຢາ ທ້າວ ແຫຼ້ ອາຍຸ 28 ປີ, ນາງ ສຸກສະດາ ຫຼື ຫວານ ອາຍຸ 26 ປີ ແລະ ທ້າວ ພູວົງ ອາຍຸ 32 ປີ
ຜູ້ຖືກຫາຄ້າຢາ ທ້າວ ແຫຼ້ ອາຍຸ 28 ປີ, ນາງ ສຸກສະດາ ຫຼື ຫວານ ອາຍຸ 26 ປີ ແລະ ທ້າວ ພູວົງ ອາຍຸ 32 ປີ
  • ຜ່ານການກວດຄົ້ນ ທັງ 2 ຄົນ ພົບເຫັນ ຢາບ້າ ຈຳນວນ 1 ມັດ ກັບ 19 ຖົງ ທີ່ຊຸກເຊື່ອງໄວ້ໃນເສື້ອຂອງ ນາງ ສຸກສະດາ ຫຼື ຫວານ ອາຍຸ 26 ປີ ຢູ່ບ້ານດົງນາຄຳ ນະຄອນໄກສອນພົມວິຫານ ແລະ ທ້າວ ແຫຼ້ ອາຍຸ 28 ປີ ຢູ່ບ້ານສົ້ມໂຮງ ເມືອງອາດສະພອນ ແຂວງສະຫວັນນະເຂດ ຈຶ່ງໄດ້ກັກຕົວສົ່ງໃຫ້ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ເພື່ອນຳໄປທຳການສອບສວນ – ສືບສວນ.

ຜ່ານການສືບສວນ, ພວກກ່ຽວ ຮັບສາລະພາບ ວ່າ:

ຢາບ້າຈຳນວນດັ່ງກ່າວ ແມ່ນຊື້ນຳຄົນຮູ້ຈັກ ເພື່ອນຳໄປສົ່ງໃຫ້ ທ້າວ ພູວົງ ອາຍຸ 32 ປີ ຢູ່ບ້ານນາໝາກເກືອ ເມືອງອາດສະພອນ.

ຂອງກາງທີ່ຢຶດໄດ້ຈາກ ພວກຄ້າຂາຍຢາເສບຕິດ 3 ຄົນ
ຂອງກາງທີ່ຢຶດໄດ້ຈາກ ພວກຄ້າຂາຍຢາເສບຕິດ 3 ຄົນ

ຕໍ່ມາ ຮອດວັນທີ 3 ສິງຫາ 2019, ເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງ ກໍສາມາດຈັບຕົວ ທ້າວ ພູວົງ ໄດ້ ຢູ່ເຮືອນຂອງ ຜູ້ກ່ຽວ ພ້ອມຢາບ້າ 99 ເມັດ ທີ່ຜູ້ກ່ຽວຊຸກເຊື່ອງໄວ້ໃນກະເປົາພາຍ ໄປດຳເນີນການສອບສວນຫາ ຜູ້ຮ່ວມຂະບວນການ ຕໍ່ໄປ.