ເຈົ້າໜ້າທີ່ ໄດ້ຄົ້ນພົບສາເຫດທີ່ພາໃຫ້ເກີດ ການຈະລາຈອນແອອັດ ຢູ່ໃນນະຄອນຫຼວງວຽງຈັນ ແຕ່ການຈັດຕັ້ງປະຕິບັດໃນການແກ້ໄຂ ແມ່ນເປັນໄປໄດ້ຍາກ. ສະນັ້ນ, ການແກ້ໄຂບັນຫາດັ່ງກ່າວ ຖ້າສາມາດເຮັດໃຫ້ເປັນລະບົບໄດ້ ເຊື່ອແນ່ວ່າ ບັນຫາການສັນຈອນແອອັດ ທີ່ສັງຄົມກໍາລັງປະເຊີນໜ້າ ຈະຫຼຸດຜ່ອນລົງໄດ້.

ອີງຕາມຂໍ້ມູນຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ກ່ຽວກັບ ການຈະລາຈອນແອອັດ ວ່າ:

ສາເຫດ ການຈະລາຈອນແອອັດ ແມ່ນສ່ວນໜຶ່ງມາຈາກການເພີ່ມຂຶ້ນຂອງພາຫະນະ ເປັນຈໍານວນຫຼວງຫຼາຍ, ເຮັດໃຫ້ຊົ່ວໂມງຮີບດ່ວນ ເກີດການຈະລາຈອນແອອັດ ສ່ວນຫຼາຍຢູ່ເສັ້ນທາງສາຍຫຼັກເຂົ້າ-ອອກເມືອງ ໃນຕອນເຊົ້າ ແລະ ຕອນແລງ, ປະຊາກອນໂຍກຍ້າຍຖິ່ນຖານເຂົ້າມາຫາວຽກເຮັດງານທຳ ແລະ ດຳລົງຊີວິດໃນຕົວເມືອງໃຫຍ່ ມີຈຳນວນເພີ່ມຂຶ້ນ, ທີ່ຢູ່ອາໄສກໍແຜ່ລາມອອກໄປຊານເມືອງ ແຕ່ບ່ອນເຮັດວຽກແມ່ນຢູ່ໃນໃຈກາງເມືອງຄືເກົ່າ.

ດັ່ງນັ້ນ, ຈຶ່ງມີການເຂົ້າ-ອອກໃນໂມງຮີບດ່ວນພ້ອມກັນ, ການຂະຫຍາຍຕົວຂອງບັນດາຫ້າງຮ້ານ, ໂຮງຮຽນ ແລະອື່ນໆ ໄດ້ກະຈາຍອອກໄປທຸກທິດທາງ, ບາງຈຳນວນບໍ່ແຈ້ງ, ບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ກ່ຽວກັບ ການປຸກສ້າງ ເຮັດໃຫ້ການຄຸ້ມຄອງຜັງເມືອງ ມີຄວາມຫຍຸ້ງຍາກ, ບັນດາສຳນັກງານ – ອົງການ, ໂຮງຮຽນ – ໂຮງງານ, ຕະຫຼາດ ແລະ ສະຖານທີ່ບໍລິການຕ່າງໆ ແມ່ນນອນຢູ່ໃນເຂດຕົວເມືອງ ເປັນສ່ວນໃຫຍ່. ນອກນັ້ນ, ການບໍລິການຂົນສົ່ງລົດໂດຍສານມວນຊົນ ຍັງບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ ແລະ ຍັງມີຂໍ້ຈຳກັດຫຼາຍດ້ານ ເຊັ່ນ: ທາງດ້ານຈຳນວນ, ຂະໜາດ ແລະ ຄຸນນະພາບ, ການເດີນລົດຍັງບໍ່ກວມທຸກພື້ນທີ່, ບໍ່ກົງເວລາ, ບໍ່ຈອດຕາມປ້າຍ, ຫຼາຍຄັ້ງຈອດບ່ອນຫ້າມຈອດ ແລະ ຈອດບ່ອນບໍ່ຄວນຈອດ ເຮັດໃຫ້ກີດຂວາງການສັນຈອນ, ຂາດລະບົບການຄວບຄຸມການຈັດສັນຈອນແບບທັນສະໄໝ ເຮັດໃຫ້ຜູ້ໃຊ້ບໍລິການ ບໍ່ນິຍົມໃຊ້ບໍລິການ.

ການສັນຈອນແອອັດ ໃນຕົວເມືອງ ໃນຊົ່ວໂມງຮີບດ່ວນ
ການສັນຈອນແອອັດ ໃນຕົວເມືອງ ໃນຊົ່ວໂມງຮີບດ່ວນ

ບໍ່ພຽງເທົ່ານັ້ນ, ສູນບັນຊາການຈະລາຈອນ ແລະ ພື້ນຖານໄຟແດງ ມີຫຼາຍລະບົບທີ່ແຕກຕ່າງກັນ, ສ້າງຄວາມຫຍຸ້ງຍາກໃນຂອດການຄຸ້ມຄອງ ແລະ ສ້ອມແປງ. ຄຽງຄູ່ກັນນັ້ນ, ພຶດຕິກຳຂອງນັກຂັບຂີ່ ທີ່ມີການລະເມີດກົດລະບຽບຈະລາຈອນ ຍັງມີຕົວເລກສູງ, ການຈອດລົດຕາມແຄມທາງ ບໍ່ເປັນລະບຽບ, ຍັງມີການເອົາແຄມທາງ ເປັນບ່ອນບໍລິການຮັບຝາກລົດເກັບເງິນ, ບັນດາຮ້ານຄ້າ, ຮ້ານອາຫານ, ໂຮງແຮມ ແລະ ຈຸດບໍລິການຕ່າງໆ ບໍ່ມີບ່ອນຈອດລົດ ຫຼື ລານຈອດລົດສາທາລະນະໃນຕົວເມືອງ ຍັງມີໜ້ອຍ, ເນື້ອທີ່ຄັບແຄບ ບໍ່ພຽງພໍກັບຈຳນວນລົດ, ການຂາຍເຄື່ອງຊະຊາຍຕາມແຄມຖະໜົນ ຍັງເປັນການສ້າງບັນຫາໃຫ້ເກີດ ການຈະລາຈອນແອອັດ ນຳອີກ, ການສ້າງທາງວົງວຽນ, ທາງຮ່ອມ ແລະ ທາງຊອຍຫຼາຍເສັ້ນ ຍັງບໍ່ໄປຕາມທີ່ກຳນົດໄວ້.

ພ້ອມກັນນັ້ນ, ກໍຍັງບໍ່ພຽງພໍກັບ ການເພີ່ມຂຶ້ນຂອງຍານພາຫະນະ ແລະ ອີກບັນຫາໜຶ່ງ ກໍແມ່ນ ການເຜີຍແຜ່ລະບຽບກົດໝາຍ ທີ່ກ່ຽວຂ້ອງ ຍັງບໍ່ຕໍ່ເນື່ອງ ແລະ ການປະຕິບັດ ກົດລະບຽບຈະລາຈອນຂອງນັກຂັບຂີ່ ຍັງບໍ່ໄດ້ດີເທົ່າທີ່ຄວນ.

ຜ່ານມາ, ການແກ້ໄຂ ການສັນຈອນແອອັດ ພາກສ່ວນກ່ຽວຂ້ອງ ຈະຕ້ອງໄດ້ສຸມໃສ່ສືບຕໍ່ແກ້ໄຂຢ່າງຈິງຈັງ ເພື່ອຫຼີກລ່ຽງ ບັນຫາການສັນຈອນແອອັດ ຈະຕ້ອງໄດ້ຈັດຕັ້ງເພີ່ມ ກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ໃສ່ຕາມຈຸດທາງ 3 ແຍກ 4 ແຍກ, ໜ້າໂຮງຮຽນ, ສຳນັກງານ ເພື່ອລະບາຍລົດໃນເວລາຮີບດ່ວນ.

ການຈະລາຈອນແອອັດ ຕ້ອງແກ້ໄຂເປັນລະບົບ ເຖິງຈະຫຼຸດລົງໄດ້
ການຈະລາຈອນແອອັດ ຕ້ອງແກ້ໄຂເປັນລະບົບ ເຖິງຈະຫຼຸດລົງໄດ້
  • ຄວບຄຸມການປຸກສ້າງໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບກົດໝາຍ, ກຳຈັດສິ່ງປຸກສ້າງທີ່ຜິດລະບຽບ ແລະ ລ່ວງລໍ້າເຂດສະຫງວນຂອງທາງ ເຊັ່ນ: ປຸກເທີບ, ເງີບຕ່າງໆ ແລະ ວາງເຄື່ອງຂາຍໃສ່ເຂດສະຫງວນທາງ;
  • ຄົ້ນຄວ້າວາງແຜນກໍ່ສ້າງບ່ອນຈອດລົດ ຢູ່ໃຈກາງຕົວເມືອງ, ເຂດໂຮງຮຽນ, ເຂດຕະຫຼາດ, ເຂດຊຸມຊົນໜາແໜ້ນ, ເຂດທາງຄົນຍ່າງ ເພື່ອບໍ່ໃຫ້ລົດຈອດຢູ່ແຄມທາງ, ປັບປຸງລະບົບສິ່ງອຳນວຍຄວາມສະດວກ ໃນການສັນຈອນ, ຕິດຕັ້ງປ້າຍສັນຍານຈະລາຈອນ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຕົວຈິງ ໂດຍສະເພາະ ໂຄງການກໍ່ສ້າງທາງ ແລະ ສ້ອມແປງທາງ ຕ້ອງມີວິຊາການຂົນສົ່ງ;
  • ສ້າງລະບົບຄວບຄຸມການຈະລາຈອນ ໂດຍມີການເກັບກຳສະຖິຕິ ຢ່າງລະອຽດ;
  • ສືບຕໍ່ປັບປຸງລະບົບໄຟອຳນາດ ໃຫ້ຄ່ອງຕົວ ເພື່ອແກ້ໄຂສະພາບການສັນຈອນ ໃນຊົ່ວໂມງເລັ່ງດ່ວນ;
  • ລົງແກ້ໄຂລະບົບປ້າຍຈະລາຈອນ ທີ່ບໍ່ຖືກຕ້ອງ ແລະ ຍ້າຍປ້າຍຫ້າມຈອດ ບໍ່ໃຫ້ໃກ້ກັບໄຟແດງ;
  • ລົງຕິດຕາມກວດກາການຂັບຂີ່ຂອງຜູ້ຂັບລົດ ແລະ ຈອດລົດບໍ່ຖືກຕ້ອງ ແລະ ບັງຄັບໃຊ້ກົດໝາຍ ຢ່າງເຂັ້ມງວດ.

ພ້ອມດຽວກັນນັ້ນ, ກໍຕ້ອງສືບຕໍ່ກໍ່ສ້າງເສັ້ນທາງຕ່າງໆ ໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້, ເຊິ່ງແຜນທັງໝົດ ກໍຍັງມີຈໍານວນໜຶ່ງ ຍັງບໍ່ທັນເປັນຮູບປະທໍາ ຈຶ່ງເຮັດໃຫ້ການແກ້ໄຂ ການຈະລາຈອນແອອັດ ແລະ ອຸບັດຕິເຫດຕາມທ້ອງຖະໜົນ ຍັງບໍ່ທັນມີຄຸນນະພາບ ພ້ອມກັບການຈັດຕັ້ງປະຕິບັດ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ.

ສໍາລັບການແກ້ໄຂບັນຫາທີ່ໄດ້ຜົນດີທີ່ສຸດ ກໍຄື ການແກ້ໄຂ ບັນຫາການສັນຈອນແອອັດ ຢູ່ໂຮງຮຽນ ມສ ວຽງຈັນ, ເຊິ່ງໂຮງຮຽນແຫ່ງດັ່ງກ່າວ ຕັ້ງຢູ່ຖະໜົນລ້ານຊ້າງ ທ່າມກາງການຈະລາຈອນແອອັດໜັກທີ່ສຸດ ໃນເວລາໂມງເຂົ້າຮຽນ-ເລີກຮຽນ ເພາະໂຮງຮຽນບໍ່ມີສະຖານທີ່ຈອດລົດພຽງພໍ ພໍ່ແມ່ຜູ້ປົກຄອງຈໍານວນໜຶ່ງ ຈຶ່ງນໍາເອົາລົດມາຈອດຕາມແຄມທາງ ເຮັດໃຫ້ຈຸດດັ່ງກ່າວພົບຄວາມຫຍຸ້ງຍາກ.

ສະນັ້ນ, ໃນການແກ້ໄຂບັນຫາດັ່ງກ່າວ ທາງໂຮງຮຽນ ໄດ້ປັບປ່ຽນໂມງເຂົ້າ – ເລີກຮຽນໄວກວ່າໂມງການ ແລະ ຜ່ານການຈັດຕັ້ງປະຕິບັດ ແມ່ນສາມາດແກ້ໄຂບັນຫາຈະລາຈອນໄດ້ດີພໍສົມຄວນ; ນີ້ກໍເປັນອີກຕົວຢ່າງໜຶ່ງ ໃນການແກ້ໄຂບັນຫາທີ່ດີ, ຖ້າຫາກວ່າ ສະຖານທີ່ຕ່າງໆ ນໍາໄປຖອດຖອນເປັນບົດຮຽນ ແລະ ໝູນໃຊ້ໃຫ້ເໝາະສົມ ຄິດວ່າຈະໄປໃນທາງທີ່ດີຂຶ້ນ. ຢ່າງໃດກໍຕາມ, ຖ້າວ່າຮັບຮູ້ສາເຫດທີ່ພາໃຫ້ເກີດ ການຈະລາຈອນແອອັດ ພາກສ່ວນກ່ຽວຂ້ອງ ກໍຄວນແກ້ຢ່າງເປັນລະບົບ ແລະ ຄຽງຄູ່ກັບ ການບັງຄັບໃຊ້ກົດໝາຍ ຢ່າງເຂັ້ມງວດ, ບັນຫາທີ່ເກີດຂຶ້ນ ກໍຈະຫຼຸດຜ່ອນລົງໄດ້.