ຊາວອົດສະຕຣາລີ ອົບພະຍົບໜີໄຟປ່າ ຂະນະທີ່ຕຳຫຼວດເລັ່ງສືບສວນ

0
733

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 10 ກັນຍາ ວ່າ: ລັດຄວີນສ໌ແລນ ແລະ ລັດນິວເຊົາເວວສ໌ ສອງລັດທາງຕາເວັນອອກຂອງອົດສະຕຣາລີ ຈຳນວນນັບຮ້ອນຄອບຄົວ ຕ້ອງອົບພະຍົບຖິ້ມບ້ານເຮືອນ ຫຼັງຈາກທີ່ເກີດໄຟປ່າ 140 ຈຸດ ໂດຍທີ່ ລັດຄວີນສ໌ແລນ ປະຊາຊົນຫຼາຍກວ່າ 400 ຄົນ ຕ້ອງໄປອາໄສຢູ່ຕາມສູນຜູ້ອົບພະຍົບ ຫຼັງຈາກໄຟປ່າ 85 ຈຸດ ເຜົາທຳລາຍບ້ານເຮືອນໄປແລ້ວ 84 ຫຼັງ.

ຜູ້ບັນຊາການຕຳຫຼວດ ລັດຄວີນສ໌ແລນ ເປີດເຜີຍວ່າ: ຂະນະນີ້ກຳລັງດຳເນີນການສອບສວນ ຫຼັງພົບວ່າມີໄຟປ່າຢ່າງໜ້ອຍ 8 ຈຸດ ທີ່ຖືກສົງໄສວ່າ ອາດເກີດຈາກເດັກນ້ອຍຫຼິ້ນໄຟ ແລະ ໄຟໄດ້ໄໝ້ລາມຕໍ່ເນື່ອງ; ສ່ວນທີ່ລັດນິວເຊົາເວວສ໌ ເຈົ້າໜ້າທີ່ກຳລັງເລັ່ງມອດໄຟປ່າ ທີ່ມີຢູ່ປະມານ 55 ຈຸດ ແລະ ໄດ້ໄໝ້ບ້ານເຮືອນໄປແລ້ວ 5 ຫຼັງ.

ປີນີ້, ໄຟປ່າອົດສະຕຣາລີ ມາໄວກວ່າປົກກະຕິ ປະກອບກັບມື້ກ່ອນໜ້ານັ້ນມີກະແສລົມແຮງ ເຮັດໃຫ້ໄຟປ່າຍິ່ງແຮງຂຶ້ນ ແລະ ໄໝ້ລາມ ເຊິ່ງເຜົາໄໝ້ພື້ນທີ່ໄປແລ້ວນັບພັນໄລ່; ທາງດ້ານ ສຳນັກງານອຸຕຸນິຍົມວິທະຍາ ອົດສະຕຣາລີ ປະກາດວ່າ: ໃນປັດຈຸບັນນີ້ ຈະຍັງມີລົມແຮງຕໍ່ໄປ ແລະ ຈະເລີ່ມອ່ອນກຳລັງລົງໃນມື້ຕໍ່ມາ.